ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ທຣູໂດ ຮຽກຮ້ອງໃຫ້ຍຸຕິ ການກະທຳຕໍ່ຕ້ານຊາວຢິວ ຫຼັງຈາກເກີດການໂຈມຕີ ຢູ່ໃນມົງເຣອາລ


ແຟ້ມພາບ - ນາຍົກລັດຖະມົນຕີຂອງການາດາ ທ່ານຈັສຕິນ ທຣູໂດ ກ່າວຖະແຫລງ ໃນນະຄອນນິວຢອກ, ວັນທີ 21 ກັນຍາ 2023. ໃນວັນທີ 27 ພະຈິກ 2023, ທ່ານທຣູໂດ ໄດ້ກ່າວປະນາມ ການໂຈມຕີຕໍ່ສູນກາງຊຸມຊົນຊາວຢິວໃນມົງເຣອາລ.
ແຟ້ມພາບ - ນາຍົກລັດຖະມົນຕີຂອງການາດາ ທ່ານຈັສຕິນ ທຣູໂດ ກ່າວຖະແຫລງ ໃນນະຄອນນິວຢອກ, ວັນທີ 21 ກັນຍາ 2023. ໃນວັນທີ 27 ພະຈິກ 2023, ທ່ານທຣູໂດ ໄດ້ກ່າວປະນາມ ການໂຈມຕີຕໍ່ສູນກາງຊຸມຊົນຊາວຢິວໃນມົງເຣອາລ.

NEWS 2 CANADA ANTISEMITIC VIOLENCE 11-28-23 SC LAO

ນາຍົກລັດຖະມົນຕີຂອງການາດາ ທ່ານຈັສຕິນ ທຣູໂດ ໃນວັນຈັນວານນີ້ ໄດ້ກ່າວປະນາມການໂຈມຕີຕໍ່ສູນກາງຊຸມຊົນຊາວຢິວ ໃນນະຄອນມົງເຣອາລ ແລະໄດ້ກ່າວວ່າ ຄວາມຮຸນແຮງດ້ານການຕໍ່ຕ້ານຊາວຢິວນັ້ນ ຕ້້ອງຍຸຕິໃນທັນທີ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ລະເບີດແກ້ວ ຖືກໂຍນເຂົ້າໃສ່ທາງເຂົ້າ ຂອງສະພາຊຸມຊົນຊາວຢິວຂອງມົງເຣອາລ ຫຼັງຈາກທ່ຽງຄື່ນວັນອາທິດຜ່ານມານີ້ ອີງຕາມສະພາດັ່ງກ່າວ. ບໍ່ມີຜູ້ໃດຢູ່ທີ່ສູນກາງ ໃນເວລານັ້ນ ແລະຕຶກອາຄານໄດ້ຮັບຄວາມເສຍຫາຍພຽງເລັກນ້ອຍ ຕາມທີ່ສະພາໄດ້ກ່າວ.

ຣາບາຍ ຊາວ ເອມມານູແອລ ນັກສອນສາສະໜາຢິວ ແລະເປັນຜູ້ອຳນວຍການບໍລິຫານຂອງສະພາດັ່ງກ່າວ ໄດ້ເວົ້າວ່າ “ການເພີ້ມສູງຂຶ້ນ ໃນການຕໍ່ຕ້ານຊາວ ຢິວ ຢູ່ໃນເມືອງຂອງພວກເຮົາ ແມ່ນເປັນຕາຢ້ານແລະຄວາມຮຸນແຮງແລະການ ໂຈມຕີຕໍ່ຊຸມຊົນຂອງພວກເຮົາ ທີ່ເກີດຂຶ້ນຊ້ຳແລ້ວຊ້ຳອີກ ແມ່ນໜ້າລັງກຽດແລະຄວນຖືກກ່າວປະນາມຢ່າງແຮງທີ່ສຸດ.”

ໜ່ວຍງານຮັບ​ຜິດ​ຊອບການວາງເພີງຂອງຕຳຫຼວດນະຄອນມົງເຣອາລ ເປັນຜູ້ນຳໜ້າໃນການສືບສວນສອບສວນເຫດການດັ່ງກ່າວ ແລະໜ່ວຍງານອາຊະຍາກຳດ້ານຄວາມກຽດຊັງຂອງຕົນ ໄດ້ຮັບແຈ້ງກ່ຽວກັບຄະດີນີ້ແລ້ວ ແຕ່ກໍບໍ່ທັນໄດ້ມີສ່ວນພົວພັນເທື່ອ ອີງຕາມອົງການຂ່າວ CBC.

ການໂຈມຕີນັ້ນ ເພີ້ມໃສ່ຄະດີຄວາມຮຸນແຮງທີ່ກຳລັງມີຫຼາຍຂຶ້ນນັບມື້ຢູ່ໃນມົງເຣອາລ ນັບຕັ້ງແຕ່ບັນຫາຂັດແຍ້ງໃນເຂດກາຊາ ລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ເລີ້ມຂຶ້ນເມື່ອວັນທີ 7 ຕຸລາ. ໃນຕົ້ນເດືອນນີ້ ໂຮງຮຽນຊາວຢິວສອງແຫ່ງໃນມົງເຣອາລ ໄດ້ມີລາຍງານວ່າ ​ມີການຍິງ​ປືນຫຼາຍລູກໃສ່ທາງເຂົ້າຂອງໂຮງຮຽນດັ່ງກ່າວ.

ທ່ານທຣູໂດ ໄດ້ຂຽນລົງໃນສື່ສັງຄົມ X ທີ່ເຄີຍຮູ້ຈັກກັນຄື ທວິດເຕີ ວ່າ “ການກະທຳທັງຫຼາຍເຫຼົ່ານີ້ທີ່ມີຢູ່ຕໍ່ເນື່ອງຂອງຄວາມຮຸນແຮງຕໍ່ຕ້ານຊາວຢິວ ແມ່ນໜ້າເສົ້າໃຈ ແລະຍອມຮັບບໍ່ໄດ້ - ແລະຕ້ອງຍຸຕິໃນທັນທີ. ພວກເຮົາໝົດທຸກຄົນຕ້ອງສາມັກຄີກັນຕໍ່ຕ້ານຄວາມຊົ່ວຮ້າຍ, ການກະທຳດ້ວຍຄວາມກຽດຊັງ ເຊັ່ນນັ້ນ.”

ຕຳຫຼວດໃນນະຄອນໂຕຣອນໂຕ ທີ່ເປັນເມືອງໃຫຍ່ສຸດຂອງການາດາ ໄດ້ລາຍງານກ່ຽວກັບຈຳນວນອາຊະຍາກຳຂອງຄວາມກຽດຊັງ ໃນການຕໍ່ຕ້ານຊາວຢິວ ແລະການຕໍ່ຕ້ານຊາວ​ມຸສລິມ ທີ່ເພີ້ມສູງຂຶ້ນຢ່າງຫຼວງຫຼາຍ ນັບຕັ້ງແຕ່ການເລີ້ມຕົ້ນຂອງບັນຫາຂັດແຍ້ງໃນເຂດກາຊາ.

Canadian Prime Minister Justin Trudeau on Monday condemned an attack on a Jewish community center in Montreal and said antisemitic violence must stop immediately.

A Molotov cocktail was thrown into the entrance of the Jewish Community Council of Montreal just after midnight on Sunday, according to the council. No one was present at the center at the time and the building suffered minimal damage, the council said.

"The rise in antisemitism in our city is frightening, and the repeated violence and attacks on our community are abhorrent and condemned in the strongest terms," said Rabbi Saul Emanuel, the council's executive director.

Montreal police's arson squad is leading an investigation into the incident, and its hate crimes unit has been advised of the case, but it is not yet actively involved, according to CBC News.

The attack adds to the growing cases of violence in Montreal since the start of the Gaza conflict between Israel and Hamas on October 7. Earlier this month, two Jewish schools in Montreal reported that shots were fired at their entrances.

"These continued acts of antisemitic violence are deplorable and unacceptable — and must stop immediately. We must all stand united against such vile, hateful acts," Trudeau said on X, formerly Twitter.

Police in Toronto, Canada's largest city, have reported a significant spike in the number of antisemitic and anti-Muslim hate crimes since the start of the Gaza conflict.

XS
SM
MD
LG