ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

13 ຄົນ​ເສຍ​ຊີວິດ ໃນການໂຈມຕີ ດ້ວຍລົດ​ບັນທຸກ​ລະ​ເບີດ ຢູ່ລີເບຍ ​(ສະໄລດ໌)


ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ກວດ​ເບິ່ງ​ລົດ ທີ​ຖືກວາງ​ລະ​ເບີດ ຢູ່​ໄກ້​ຄ້າຍ ທະ​ຫານ ທີ່​ເມືອງ Benghazi ປະ​ເທດ Libya
ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ກວດ​ເບິ່ງ​ລົດ ທີ​ຖືກວາງ​ລະ​ເບີດ ຢູ່​ໄກ້​ຄ້າຍ ທະ​ຫານ ທີ່​ເມືອງ Benghazi ປະ​ເທດ Libya
ເຈົ້າ​ໜ້າ​ທີ່ລີ​ເບຍ ກ່າວ​ວ່າ ລົດ​ບັນທຸກ​ລະ​ເບີດ​ຄັນ​ນຶ່ງ​ໄດ້​ແຕກ
​ຂື້ນ​ທີ່​ດ່ານ​ກວດຂອງ​ທະຫານ ຢູ່​ນອກ​ເມືອງ Benghazi ​ເຮັດ
​ໃຫ້ 13 ຄົນ​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາ​ດ​ເຈັບ ​ອີກ​ຫລາຍຄົນ.

ຜູ້​ໄດ້​ຮັບ​ບາດ​ເຈັບ​ສ່ວນ​ໃຫຍ່​ ແມ່ນທະຫານ ​ແລະ​ເຈົ້າ​ໜ້າ​ທີ່​ຮັກ
ສາ​ຄວາມ​ປອດ​ໄພ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ ໃນ​ວັນ​ອາທິດ​ວານ​ນີ້ ​ເກີດ​ຂື້ນຢູ່ທາງ​ກໍ້າ​ຕາ​ເວັນອອກຂອງ​
Benghazi ​ເມື​ອງ​ໃຫຍ່​ທີ​ສອງ​ຂອງ​ລີ​ເບຍ ​ໄກອອກ​ໄປ ປະມານ 50 ກິ​ໂລ​ແມັດ.

ການວາງ​ລະ​ເບີດລົດ ​ແລະ​ລອບ​ສັງຫານ ທະຫານແລະເຈົ້າ​ໜ້າ​ທີ່ຕໍາຫລວດ ​ໄດ້​ເພີ້​ມທະວີ
ຂື້ນ​ ​ໃນ​ເຂດເມືອງ Benghazi ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມາ.

​ເມືອງ​ Benghazi ​ເປັນ​ທີ່​ໝັ້ນ​ຂອງ​ພວກ​ທະຫານ​ບ້ານ ​ທີ່​ມີ​ຮາກ​ເຫງົ້າ ​ມາ​ຈາກພວກ​ໜ່ວຍ​ກອງ​ພົນ​ນ້ອຍ​ຂອງ​ພວກ​ກະບົດ ທີ່​ໂຄ່ນ​ລົ້ມ Moamamar Gadhgafi ຈອມ​ຜະເດັດ​ການທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ຍາວ​ນານ ​ໃນ​ປີ 2011.

ບັນດາ​ປະ​ເທດ​ຕ່າງໆ ສ່ວນ​ໃຫຍ່​ແມ່ນໄດ້​ປິດ​ກົງສຸນ​ເຂົາ​ເຈົ້າ ຢູ່​ໃນ​ເມືອງ Benghazi ຍ້ອນ
ຄວາມ​ຮຸນ​ແຮງຢູ່​ທີ່​ນັ້ນ. ​ເອກ​ອັກຄະ​ລັດຖະທູດສະຫະລັດ ​ແລະ​ນັກ​ການ​ທູດສະຫະລັດ ອີກ​
ສາມ​ຄົນ​ໄດ້​ຖືກ​ສັງຫານ​ຢູ່​ໃນ​ເມືອງ Benghazi ເມື່ອ​ເດືອນ​ກັນຍາ ປີ 2012 ​ໃນລະຫວ່າງ​
ທີ່ກຸ່ມອິສລາມຫົວ​ຮຸນ​ແຮງ ​ທໍາ​ການ​ໂຈມ​ຕີ​ກົງສຸນສະຫະລັດ.




XS
SM
MD
LG