ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸເຂດຮ້ອນ ເຮັດໃຫ້ຝົນຕົກໜັກ ໃສ່ພາກເໜືອຂອງຍີ່ປຸ່ນ ແຕ່ບໍ່ຖືກບ່ອນແຂ່ງຂັນໂອລິມປິກ


ເມກຈາກພາຍຸເຂດຮ້ອນປົກຄຸມ ສະໜາມກິລາ ຟູກູຊີມະ ອາຊູມາ ທີ່ເປີດການແຂ່ງຂັນກິລາເບສບອລ ໃນໂອລິມປິກລະດູຮ້ອນປີ 2020, ເມື່ອວັນອັງຄານ ທີ 27 ກໍລະກົດ 2021, ໃນເມືອງຟູກູຊີມະ ຂອງຍີ່ປຸ່ນ. (AP Photo/Jae C. Hong)
ເມກຈາກພາຍຸເຂດຮ້ອນປົກຄຸມ ສະໜາມກິລາ ຟູກູຊີມະ ອາຊູມາ ທີ່ເປີດການແຂ່ງຂັນກິລາເບສບອລ ໃນໂອລິມປິກລະດູຮ້ອນປີ 2020, ເມື່ອວັນອັງຄານ ທີ 27 ກໍລະກົດ 2021, ໃນເມືອງຟູກູຊີມະ ຂອງຍີ່ປຸ່ນ. (AP Photo/Jae C. Hong)

ພາຍຸເຂດຮ້ອນໄດ້ພັດເຂົ້າພື້ນທີ່ທາງພາກເໜືອຂອງຍີ່ປຸ່ນແລະນຳເອົາຝົນຕົກລົງໃສ່ບາງເຂດຢ່າງຫຼວງຫຼາຍ ໃນວັນພຸດມື້ນີ້ ຫຼັງຈາກທີ່ໄດ້ເຄື່ອນຕົວອອກຈາກຂົງ ເຂດນະຄອນຫຼວງໂຕກຽວ ເຮັດໃຫ້ເມືອງເຈົ້າພາບຈັດກິລາໂອລິມປິກລະດູຮ້ອນນັ້ນ ໂລ່ງໃຈ ເພາະຍ້ານວ່າ ມັນຈະລົບກວນການແຂ່ງຂັນ ອີງຕາມລາຍງານຂອງອົງການຂ່າວເອພີ. ໃນເຂດເຊນໄດ (Sendai) ລົດໄຟບາງຂະບວນກໍໄດ້ລ່າຊ້າ ແລະພວກຄົນຍ່າງຢູ່ທ້ອງຖະໜົນ ກໍພາກັນກຽມພ້ອມ ຮັບມືກັບລົມພັດແຮງ. ພາຍຸເຂດຮ້ອນ ເນປາຣຕັກ ບໍ່ໄດ້ສ້າງຄວາມເສຍຫາຍໃດໆ ມາເຖິງຂະ ນະນີ້ ແຕ່ກົມອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ໄດ້ຮຽກຮ້ອງພົນລະເມືອງທັງຫຼາຍໃຫ້ລະມັດລະວັງດິນເຈື່ອນ. ພາຍຸຫົວນີ້ ມີລົມພັດແຮງເຖິງ 65 ກິໂລແມັດ ຕໍ່ຊົ່ວ ໂມງ ແລະຄາດວ່າ ຈະອ່ອນກຳລັງລົງ ແລະເຄື່ອນຕົວອອກໄປທາງແຄມຝັ່ງກ້ຳຕາເວັນຕົກຂອງເມືອງກາກິຕະ ພາຍໃນຕອນແລງວັນພຸດມື້ນີ້.

ກົມອຸຕຸນິຍົມຂອງຍີ່ປຸ່ນ ໄດ້ກ່າວວ່າ ພາຍຸໄຕ້ຝຸ່ນຫົວທີແປດຂອງລະດູການໃນຍີປຸ່ນນີ້ ໄດ້ພັດເຂົ້າໄປໃກ້ເມືອງອີຊີໂນມາກິ ຂອງນະຄອນມີຢາກິ ໃນຕອນເຊົ້າວັນພຸດມື້ນີ້. ເມືອງອີຊີໂນມາກິຕັ້ງຢູ່ກ້ຳຕາເວັນອອກສຽງເໜືອຫ່າງຈາກນະຄອນ ຫຼວງໂຕກຽວ ປະມານ 400 ກິໂລແມັດ. ພາຍຸເນປາຣຕັກ ໄດ້ພັດຂຶ້ນຝັ່ງຄັ້ງທຳອິດ ໃນນະຄອນມີຢາກິ ຕັ້ງແຕ່ປີ 1951 ໃນເວລານັ້ນ ກົມອຸຕຸນິຍົມ ໄດ້ເລີ້ມເກັມກຳສະຖິຕິຂອງພາຍຸໄຕ້ຝຸ່ນ. ນະຄອນມິຢາກິ ເປັນຂົງເຂດສ່ວນໜຶ່ງຕັ້ງຢູ່ທາງພາກຕາເວັນສຽງເໜືອ ທີ່ໄດ້ຮັບຜົນເສຍຫາຍຢ່າງໜັກຈາກແຜ່ນດິນໄຫວແລະຄື້ນທະເລຊູນາມິ ໃນເດືອນມີນາ ປີ 2011. ພາຍຸຫົວນີ້ ກຳລັງເຄື່ອນຕົວໄປທາງຕາເວັນຕົກສຽງເໜືອ ດ້ວຍຄວາມໄວປະມານ 30 ກິໂລແມັດຕໍ່ຊົ່ວໂມງ ແລະໄດ້ມີການພະຍາກອນວ່າ ມັນຈະນຳເອົາຝົນຕົກລົງມາໃນປະລິມານຫຼາຍເຖິງ 10 ຊັງຕີແມັດ ໃສ່ຂົງເຂດພາກເໜືອ ພາຍໃນ 24 ຊົ່ວໂມງຂ້າງໜ້ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG