ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ Tripoli ປະຕິ​ເສດ​ ທີ່​ຈະ​ເຊັນ ​ສັນຍາ​ສັນຕິພາບ ລີ​ເບຍ


Bernardino Leon, ​(ຊ້າຍ), ທູ​ດພິ​ເສດ ປະຈຳ ລີ​ເບຍ, ຮັບ​​ເອົາ​ເອກະສານ​ຈາກ​ທ່ານ Mustafa Abushagur, ຜູ້​ຕາງ
ໜ້​າຈາກ​ລັດຖະບານ​ທີ່​ຮັບ​ຮູ້​ໂດຍ​ສາກົນ​ທີ່​ໄດ້​ຫຼົບໜີ​ໄປ​ເມືອງ a Tobruk, ​ປະ​ເທດ Libya, ​ໃນ​ລະຫວ່າງ​ກອງ​ປະ​ຊຸມ​ໃນ​ເມືອງ Skhirate, ​ປະ​ເທດ Morocco, 2 ກໍລະກ​ົດ 2015.
Bernardino Leon, ​(ຊ້າຍ), ທູ​ດພິ​ເສດ ປະຈຳ ລີ​ເບຍ, ຮັບ​​ເອົາ​ເອກະສານ​ຈາກ​ທ່ານ Mustafa Abushagur, ຜູ້​ຕາງ ໜ້​າຈາກ​ລັດຖະບານ​ທີ່​ຮັບ​ຮູ້​ໂດຍ​ສາກົນ​ທີ່​ໄດ້​ຫຼົບໜີ​ໄປ​ເມືອງ a Tobruk, ​ປະ​ເທດ Libya, ​ໃນ​ລະຫວ່າງ​ກອງ​ປະ​ຊຸມ​ໃນ​ເມືອງ Skhirate, ​ປະ​ເທດ Morocco, 2 ກໍລະກ​ົດ 2015.

ຜູ້ນຳ​ດ້ານ​ການເມືອງ​ໄດ້​ລົງ​ນາມ​ກັນ ໃນ​ສັນຍາ​ການແບ່ງປັນ​ພະລັງງານ​ນຳ​ໜ້າ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ຫຼື UN ​ໃນ​ວັນ​ເສົາ​ວານ​ນີ້​ທີ່​ປະ​ເທດ ​Morroco, ​ແຕ່​ວ່າ​ກຸ່ມ​ຫົວ​ຮຸນ​ແຮງ ອິສລາມ​ທີ່ໄດ້ເຂົ້າຍຶດຄວບ​ຄຸມ​ນະຄອນຫຼວງ Tripoli ​ໃນ​ປີ​ກາຍ​ນີ້​ໄດ້​ປະຕິ​ເສດ​ທີ່​ຈ​ະ​ເຂົ້າ​ຮ່ວມ.

ທູ​ດພິ​ເສດ​ຂອງ UN ທ່ານ Bernardino Leon ​ໄດ້ເອີ້​ນຂໍ້​ຕົກລົງ​ນີ້​ວ່າ “ບາດກ້າວ​ທີ່​ສຳຄັນ​ໃນ​ຫົນທາງ​ສູ່ສັນຕິ​ພາບ​ໃນ ລີ​ເບຍ.”

​ແຕ່​ວ່າສະມາຊິກຂອງ​ລັດຖະບານ​ປະຈຳ​ນະຄອນຫຼວງ Tripoli ຄົນ​ໜຶ່ງ​ໄດ້​ກ່າວ​ຕໍ່​ອົງການ​ຂ່າວ Reuters ວ່າ, “ພວກ​ເຮົາ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ເຈລະຈາ.. ພວກ​ເຮົາ​ບໍ່​ເຂົ້າ​ໃຈ​ແທ້ໆ​ວ່າ​ເປັນ​ຫຍັງ​ພວກ​ເຂົາ​ເຈົ້າ​ຈິ່ງ​ຟ້າວ​ຝັ່ງ​ລົງ​ນາມກັນ ​ກ່ອນ​ທຸກໆ​ຝ່າຍ​ຈະ​ຕົກລົງ​ເຫັນ​ດີ​ກັນ.”

ທ່ານ Leon ​ແລະ ທູດ​ພິ​ເສດ UN ສຳລັບ ລີເບຍ ທ່ານ Jonathan Winer, ທັງສອງ​ທ່ານກ່າວ​ວ່າ ປະຕູ​ແມ່ນ​ຍັງ​ເປີດ​ໄວ້​ຢູ່​ສຳລັບ​ຝ່າຍ​ໃດ​ທີ່​ຍັງ​ບໍ່ໄດ້​ລົງ​ນາມໃນ​ຂໍ້​ຕົກລົງ​ວັນ​ເສົາ​ວານ​ນີ້.

ລີ​ເບ​ຍ ​ໄດ້​ປະສົບ​ບັນຫາ​ດ້ານ​ການ​ເມືອງ ຕັ້ງ​ແຕ່​ຜູ້ນຳຈອມ​ຜະ​ເດັດ​ການ ທ່ານ Moammar Gadhafi ​ໄດ້​ຖືກ​ໂຄ່ນ​ລົ້ມ​ ​ແລະ ຖືກ​ຂ້າ​ຕາຍ​ໃນ​ປີ 2011.

ພວກ​ຫົວ​ຮຸນ​ແຮງ ອິສລາ​ມ ​ໄດ້​ຍຶດ​ເອົານະຄອນ​ຫຼວງ Tripoli ປີ​ກາຍ​ນີ້, ໄດ້​ແຕ່ງ​ຕັ້ງ​ຜູ້ນຳ​ ​ແລະ ລັດຖະບານ​ຂອງ​ຕົນຂຶ້ນ, ບັງຄັບ​ໃຫ້​ລັດຖະບານ​ທີ່​ຮັບ​ຮູ້ໂດຍ​ສາກົນ​ຫຼົບໜີ​ອອກ​ໄປ​ທາງ​ຕາ​ເວັນ​ອອກ.

ພວກ​ລັດ ອິສລາມ ຍັງ​ໄດ້​ຍຶ​ດ​ເອົາ​ເຂ​ດພື້ນ​ທີ່ ​ແລະ ​ໄດ້ເພີ່ມ​ທະວີຄວາມ​ວຸ້ນວາຍ​ໃນ ລີ​ເບ​ຍ ຂຶ້ນຕື່ມ​ອີກ.

XS
SM
MD
LG