ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມງຈັກຈັ່ນ ຈຳນວນຫຼາຍພັນຕື້ໂຕ ກຳລັງຈະພົ້ນຂຶ້ນມາຈາກໃຕ້ດິນ ຢູ່ໃນຫຼາຍເຂດຂອງສະຫະລັດ


ແມງຈັກຈັ່ນ ຈຳນວນຫຼາຍພັນຕື້ ກຳລັງຈະພົ້ນຂຶ້ນມາຈາກໃຕ້ດິນ ຢູ່ໃນຫຼາຍເຂດຂອງສະຫະລັດ.
ແມງຈັກຈັ່ນ ຈຳນວນຫຼາຍພັນຕື້ ກຳລັງຈະພົ້ນຂຶ້ນມາຈາກໃຕ້ດິນ ຢູ່ໃນຫຼາຍເຂດຂອງສະຫະລັດ.

ແມງຈັກຈັ່ນຈຳນວນພັນຕື້​ໂຕ ທີ່ຝັງຕົວຢູ່ໃຕ້ດິນເປັນເວລາ 13 ແລະ 17 ປີຜ່ານ ມາ, ບັດນີ້ ກຳລັງຈະພົ້ນອອກມາຢູ່ໃນເຂດພື້ນທີ່ທາງພາກຕາເວັນຕົກ ຕອນກາງ ແລະພາກໃຕ້ ຂອງສະຫະລັດ.

“ລັດຕ່າງໆຢູ່ພາກໃຕ້ ແລະພາກກາງຂອງສະຫະລັດ ກຳລັງຈະຖືກກະທົບຢ່າງ ໜັກທີ່ສຸດ” ທ່ານນາງ ພໍລາ ຊຣູສເບີຣີ (Paula Shrewsbury) ນັກຄົ້ນຄວ້າ ກ່ຽວກັບແມງໄມ້ ຢູ່ມະຫາວິທະຍາໄລລັດແມຣີແລນກ່າວ. ທ່ານນາງ ກ່າວອີກ ວ່າ “ພວກເຂົາຈະມີແມງຈັກຈັ່ນຫຼາຍພັນຕື້ໂຕ.”

ແມງຈັກຈັ່ນທີ່ຝັງຕົວເປັນເວລາ 13 ປີ ທີ່ເອີ້ນວ່າ Brood XIX ແມ່ນຖືກພົບ ເຫັນຢູ່ໃນ ລັດຈໍເຈຍ, ເທັນເນສຊີ, ຄາໂຣໄລນາທັງເໜືອແລະໃຕ້ ແລະແຫ່ງ ອືນໆໃນພາກຕາເວັນອອກສຽງໃຕ້. ສ່ວນພວກແມ່ງຈັກຈັ່ນ ທີ່ຝັງຕົວເປັນເວລາ 17 ປີ ນັ້ນ ເອີ້ນວ່າ Brood XIII ຈະພົ້ນຂຶ້ນມາໂດຍສ່ວນໃຫຍ່ຢູ່ໃນລັດ ອີລລິນອຍ. ສ່ວນພວກແມ່ງຈັກຈັ່ນທີ່ພົ້ນຂຶ້ນມາເປັນບາງຄັ້ງບາງຄາວ ຊຶ່ງພວກ ມັນຈະຢູ່ໃຕ້ດິນເປັນເວລາຫຼາຍປີ ແລະຕໍ່ຈາກນັ້ນຈະພົ້ນນອອກມາພ້ອມກັນ, ແມ່ນເຫັນໄດ້ພຽງແຕ່ຢູ່ໃນສະຫະລັດ ເທົ່ານັ້ນ.

“ອັນນັ້ນແມ່ນນຶ່ງໃນປິດສະໜາທີ່ໃຫຍ່ ທີ່ວ່າ ເປັນຫຍັງພວກແມງຈັກຈັ່ນທັງຫຼາຍ ເຫຼົ່ານີ້ ມີວິ​ວັດ​ທະ​ນາ​ການວົງຈອນຊີວິດທີ່ຍາວນານແທ້ໆເລີຍ” ທ່ານ ຟລອຍ ຊອກລີ ນັກຄົ້ນຄວ້າກ່ຽວກັບແມງໄມ້ ຢູ່ຫໍພິພິທະພັນແຫ່ງຊາດ ສມິດໂຊນຽນ ດ້ານປະຫວັດສາດທຳມະຊາດ ກ່າວ, ແລະກ່າວຕື່ມວ່າ ມັນອາດເປັນປະ ຕິກິລິຍາຕໍ່ການປ່ຽນແປງທາງດ້ານອຸນຫະພູມຢ່າງຮຸນແຮງເມື່ອນາມາແລ້ວ.

Trillions of cicadas that have burrowed underground for 13 and 17 years are now emerging in parts of the midwestern and southern United States.

“The southern states and the central U.S. are going to be the hardest hit,” says Paula Shrewsbury, an entomologist at the University of Maryland.They will have trillions of cicadas.”

The 13-year cicadas, Brood XIX, are found in Georgia, Tennessee, the Carolinas and elsewhere in the Southeast. Brood XIII, the 17-year cicadas, emerged primarily in Illinois. Periodical cicadas, which stay underground for years and then emerge together, are only found in the United States.

“That's one of the big mysteries as to why these cicadas evolved really long life cycles, among the longest among all insects,” says Floyd Shockley, an entomologist at the Smithsonian’s National Museum of Natural History, adding that it could be a reaction to radical temperature changes long ago.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG