ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີກະຊວງການເງິນ ສະຫະລັດ ກ່າວວ່າ ການໃຊ້ຈ່າຍ ຈະຮອດເພດານໜີ້ສິນ ໃນວັນທີ 18 ຕຸລານີ້


ທ່ານນາງຈາແນັດ ແຢລເລິນ (Janet Yellen) ລັດຖະມົນຕີກະຊວງການເງິນ ລາຍງານຕໍ່ຜູ້ນຳລັດຖະສະພາ ໃນວັນອັງຄານ ວັນທີ 28 ກັນຍາ 2021.
ທ່ານນາງຈາແນັດ ແຢລເລິນ (Janet Yellen) ລັດຖະມົນຕີກະຊວງການເງິນ ລາຍງານຕໍ່ຜູ້ນຳລັດຖະສະພາ ໃນວັນອັງຄານ ວັນທີ 28 ກັນຍາ 2021.

ລັດຖະບານສະຫະລັດ ມີທ່າທາງວ່າຈະໝົດເງິນສຳລັບການໃຊ້ຈ່າຍຕ່າງໆ ໃນ ວັນທີ 18
ຕຸລາຈະມາເຖິງນີ້ ຖ້າຫາກເພດານໜີ້ສິນຂອງປະເທດບໍ່ໄດ້ຮັບການ ອະນຸມັດໃຫ້ເພີ້ມຂຶ້ນ
ນັ້ນຄືຄຳເຕືອນຂອງທ່ານນາງຈາແນັດ ແຢລເລິນ (Janet Yellen) ຕໍ່ຜູ້ນຳລັດຖະສະພາ
ໃນວັນອັງຄານວານນີ້.

ທ່ານນາງກ່າວວ່າ ການບໍ່ລົງຄະແນນສຽງ ເພື່ອເພີ້ມເພດານໜີ້ສິນຂອງປະເທດ ຂຶ້ນໄປຫາ
ຈໍານວນໃດນຶ່ງ ຫຼືຕໍ່ກຳນົດເວລາອອກໄປເພື່ອອະນຸຍາດໃຫ້ສາມາດກູ້ຢືມເງິນໄດ້ນັ້ນ ພວກ
ເຈົ້າໜ້າທີ່ກະຊວງການເງິນຄາດວ່າ ປະເທດ “ຈະຍັງເຫຼືອ ແຕ່ຊັບພະຍາກອນທີ່ຈຳກັດ ຊຶ່ງ
ຈະໝົດໄປຢ່າງວ່ອງໄວ” ພາຍໃນສາມອາທິດຂ້າງໜ້ານີ້.

ທ່ານຈັກ ຊູເມີຣ (Chuck Schumer) ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທີ່ສັງກັດພັກເດໂມ
ແຄຣັດ ຕໍ່ມາ ໄດ້ພະຍາຍາມ ແຕ່ກໍປະສົບກັບຄວາມລົ້ມແຫຼວ ຕໍ່ການທີ່ຈະໄດ້ຮັບການສະ
ໜັບສະໜູນ ໃນການລົງຄະແນນສຽງຢ່າງເປັນ ເອກກະສັນ ຢູ່ໃນບັນດາສະມາຊິກ 100 ຄົນຂອງສະພາສູງ ເພື່ອຍົກລະດັບເພດານຂອງໜີ້ສິນໃຫ້ສູງຂຶ້ນ ແທນທີ່ຈະໃຊ້ການລົງຄະ
ແນນ ເພື່ອໃຫ້ໄດ້ຮັບສຽງສ່ວນຫຼາຍ 60 ຄະແນນ ສໍາລັບຮ່າງກົດໝາຍທີ່ສຳຄັນໆນັ້ນ.

ແຕ່ວ່າບັນດາສະມາຊິກພັກຣີພັບບລິກັນ ໄດ້ຂັດຂວາງຕໍ່ຄວາມພະຍາຍາມໃໝ່ ທີ່ຈະເພີ້ມ
ຂີດຈຳກັດໃນການກູ້ຢືມ ຊຶ່ງໃນວັນຈັນທີ່ຜ່ານມາ ເຂົາເຈົ້າຍັງໄດ້ເອົາຊະນະຮ່າງກົດໝາຍ
ທີ່ບໍ່ຢາກໃຫ້ມີການປິດລັດຖະບານເປັນບາງສ່ວນ ເລີ້ມແຕ່ ວັນສຸກທີ່ຈະມາເຖິງນີ້ເປັນຕົ້ນໄປ.
ໜີ້ສິນຂອງລັດຖະບານສະຫະລັດ ປັດຈຸບັນນີ້ມີຢູ່ 28 ພັນ 4 ຮ້ອຍຕື້ໂດລາ ແຕ່ສະຫະລັດ
ເກືອບວ່າເປັນພຽງປະເທດດຽວຢູ່ໃນບັນດາລັດຖະບານຂອງໂລກ ທີ່ໄດ້ວາງຂອບເຂດຈຳ
ກັດ ຕໍ່ການກູ້ຢືມຂອງຕົນມາເປັນເວລາຫຼາຍທົດສະວັດ ຫຼືບາງໂອກາດກໍໄດ້ເພີ້ມລະດັບເພ
ດານໜີ້ສິນ ໄປໃສ່ວັນໃດວັນນຶ່ງທີ່ສະເພາະເຈາະຈົງ.

ລັດຖະສະພາມັກຈະຍົກລະດັບເພດານໜີ້ສິນຂຶ້ນຢູ່ເລື້ອຍໆ ຫຼືຍົກລະດັບຂຶ້ນທັງໝົດໄປຊົ່ວ
ໄລຍະເວລາໃດນຶ່ງ ເພື່ອປ້ອງກັນບໍ່ໃຫ້ສະຫະລັດຜິດສັນຍາ ໃນການຊຳລະໜີ້ສິນຂອງຕົນ
ສຳລັບຫຼີກເວັ້ນວິກິດການດ້ານການເງິນຢູ່ໃນທົ່ວໂລກ ໂດຍເສດຖະກິດທີ່ໃຫຍ່ສຸດຂອງໂລກ ແຕ່ວ່າເວລານີ້ ສະຫະລັດກໍາລັງປະເຊີນໜ້າ ການຂາດເງິນສົດຮອບໃໝ່ ຖ້າລັດຖະສະພາ
ບໍ່ໃຫ້ການອະນຸມັດ ເພື່ອກູ້ຢືມເພີ້ມຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG