ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນຈຳ​ນວນ​ນຶ່ງ ແມ່ນບໍ່ເພິ່ງພໍໃຈ ຕໍ່ການບໍລິການ ຂອງລົດໄຟລາວ-ຈີນ ທີ່ບໍ່ສະດວກ ພາໃຫ້ເ​ກີດຊ່ອງຫວ່າງ ແກ່ພວກສວຍໂອກາດ


ພິທີເປີດສະຖານທີ່ຂາຍປີແລະຈອງປີ ສຳລັບລົດໄຟ ລາວ-ຈີນ ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ ໃນນະຄອນຫຼວງວຽງຈັນ, ສປປ ລາວ.
ພິທີເປີດສະຖານທີ່ຂາຍປີແລະຈອງປີ ສຳລັບລົດໄຟ ລາວ-ຈີນ ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ ໃນນະຄອນຫຼວງວຽງຈັນ, ສປປ ລາວ.

ເຖິງແມ່ນວ່າລາວມີລົດໄຟຄວາມໄວສູງທີ່ທັນສະໄໝແລ້ວ ແຕ່ວ່າການບໍລິການ ຕໍ່ຜູ້ໂດຍສານ ແລະຄ່າປີ້ໂດຍສານ ທີ່ປັບຂຶ້ນເລື້ອຍໆ ຍັງເປັນບັນຫາຢູ່. ​ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ລະ​ອຽດ​ຂອງ​ເລື້ອງນີ້ ຈາກນັກຂ່າວຂອງພວກ​ເຮົາ​ມາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ທາງລົດໄຟລາວ-ຈີນ ອັນເປັນປະຫວັດສາດ ແລະທັນສະໄໝຂອງລາວ ໄດ້ເປີດການບໍລິການ ມາໄດ້ເກືອບ 7 ເດືອນແລ້ວ ແຕ່ປະຊາຊົນສ່ວນໃຫຍ່ ແມ່ນບໍ່ເພິ່ງພໍໃຈ ຕໍ່ການບໍລິການທີ່ບໍ່ສະດວກ ພາໃຫ້ເປັນຊ່ອງຫວ່າງແກ່ພວກສວຍ ໂອກາດຫາລາຍໄດ້ເພີ້ມ ແລະເອົາປຽບປະຊາຊົນທົ່ວໄປ ທີ່ມີຄວາມຈໍາເປັນຕ້ອງໃຊ້ບໍລິການດ້ານນີ້ ດັ່ງທີ່ຜູ້ໂດຍສານ ທ່ານນຶ່ງທີ່ເປັນນັກທຸລະກິດເລົ່າສູ່ຟັງ ໃນຕອນທີ່ລໍຖ້າຊື້ປີ້ລົດໄຟຄວາມໄວສູງ ທີ່ສະຖານີລົດໄຟບ້ານໄຊ ນະຄອນຫລວງວຽງຈັນວ່າ:

“ການຂີ່ລົດ ແມ່ນມີຄວາມຈໍາເປັນ ຂ້ອຍໄປນໍາວຽກຊື່ໆໃດຂ້ອຍຈັ່ງຂີ່ ຖ້າບໍ່ຈໍາເປັນບໍ່ມານັ່ງຖ້າຄັນບໍ່ໄດ້ເງິນກູ ກູເສຍເງິນໃສ່ນໍ້າມັນແພງກະຢ່າມັນມັນສະບາຍໃຈ”.

ຜູ້ກ່ຽວແລະເພື່ອນຮ່ວມເດີນທາງເລົ່າສູ່ຟັງອີກວ່າ: (ຄົນຂັບລົດບໍລິການທ່ອງທ່ຽວທີ່ມາຊື້ປີ້ລົດໄຟ)

“ຄິດໄລ່ວ່າຍອມເສຍສາມສິບພັນ ຄືຊິບໍ່ຄຸ້ມ ຊັ້ນນະ ອ້າຍຂີ່ລົດມາຮັບສອງປີ້ມັນແມ່ນແນວໃດ ເຈົ້າມາໂລດໃຊ້ເວລານຶ່ງຊົ່ວໂມງບາດນີ້ເຈົ້າກະມາ ຂ້ອຍກະແຕ່ລະເທື່ອຈ່າຍ ຄົນລະຫ້າສິບພັນ ສອງຄົນກະເປັນແສນ ກະຄືຈັ່ງອ້າຍວ່າຫັ້ນລະ ແຕ່ລະເທື່ອຫ້າສິບພັນ”.

ຄົນພາກັນລຽນແຖວ ຢູ່ທີ່ຫ້ອງການຈຳໜ່າຍປີລົດໄຟຄວາມໄວສູງ ທີ່ສະຖານີແຫ່ງນຶ່ງ, ວັນທີ 15 ກໍລະກົດ 2022.
ຄົນພາກັນລຽນແຖວ ຢູ່ທີ່ຫ້ອງການຈຳໜ່າຍປີລົດໄຟຄວາມໄວສູງ ທີ່ສະຖານີແຫ່ງນຶ່ງ, ວັນທີ 15 ກໍລະກົດ 2022.

ສະພາບການນີ້ ຍິ່ງເຮັດໃຫ້ປະຊາຊົນພົບຄວາມຫຍຸ້ງຍາກ ເພີ້ມໄປອີກ ເມື່ອຄ່າປີ້ໂດຍສານປັບຂຶ້ນລົງ ຕາມອັດຕາແລກປ່ຽນລະຫວ່າງ ເງິນກີບແລະຢວນ ດັ່ງທີ່ ທ່ານ ປ.ອ. ວາລີ ເວດຊະພົງ, ສະມາຊິກສະພາປະຈໍານະຄອນຫລວງວຽງຈັນ ຍົກຂໍ້ຂ້ອງໃຈຂອງປະຊາຊົນມາສະເໜີ ຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອມໍ່ໆມານີ້ວ່າ ຄ່າປີ້ລົດໄຟ ທີ່ປັບຕົວຂຶ້ນເລື້ອຍໆ ຕາມອັດຕາແລກປ່ຽນຂອງເງິນຢວນກັບກີບນັ້ນ ມີຜົນກະທົບຕໍ່ຂະແໜງການທ່ອງທ່ຽວ ເນື່ອງຈາກວ່າ ປະຊາຊົນທີ່ບໍ່ມີລາຍໄດ້ສູງ ບໍ່ສາມາດຊື້ປີ້ລົດໄຟໄປ ເພື່ອເດີນທາງໄດ້.

ແຕ່ວ່າທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ກັບຊີ້ແຈງວ່າ ກຸ່ມລົງທຶນກໍ່ສ້າງທາງລົດໄຟລາວ-ຈີນ ໃນລາວ ຕ້ອງໄດ້ ຊໍາລະໜີ້ເງິນກູ້ພ້ອມກັບດອກເບ້ຍ ຄືນໃຫ້ທະນາຄານຈີນ ດ້ວຍເງິນຢວນ ສະນັ້ນ ຄ່າໂດຍສານລົດໄຟລາວ-ຈີນ ໃນລາວ ທີ່ເກັບເປັນເງິນກີບນັ້ນ ຈຶ່ງຕ້ອງໄດ້ອີງໃສ່ ອັດຕາແລກປ່ຽນເງິນກີບກັບເງິນຢວນຂອງຈີນ, ອີງຕາມການລາຍງານຂອງຊົງລິດ ໂພນເງິນ ໃນອາທິດແລ້ວນີ້.

ນອກນັ້ນແລ້ວ ປະຊາຊົນທີ່ໄປຢືນລຽນແຖວອັນຍາວຢຽດເພື່ອລໍຖ້າຊື້ປີ້ລົດໄຟນີ້ຍັງຂາດການເຂົ້າເຖິງການບໍລິການ ອັນຈໍາເປັນທາງສຸຂະອະນາໄມ ເຊັ່ນຫ້ອງ ນໍ້າອີກ ຢູ່ໃນບໍລິເວນນອກສະຖານີລົດໄຟນັ້ນ, ອີງຕາມການບອກເລົ່າ ຂອງຜູ້ ໂດຍສານ ທີ່ກ່າວມາຂ້າງເທິງນັ້ນ.

ຜູ້ບໍລິການ ຜູ້ໂດຍສານ ແລະຄົນຂັບແທກຊີ ເວົ້າວ່າ:

“ອັນນີ້ມາຕາກແດດຕາກຝົນ ຝົນຕົກມາກະບໍ່ມີບ່ອນຊົ້ນ ອີ່ຕົນຄົນລາວເຮົາເນາະ ຖ້າດົນໆກະບໍ່ໄດ້ເຂົ້າ ເຂົ້າກະເຂົ້າຍາກເນາະ ທໍາມະດາຄວນເຮັດເປັນຫ້ອງໂຖງເຮັດຄືແບບລຽນຄີວບັດກົດເອທີເອັມຫັ້ນ ເຈົ້າຕ້ອງການໄປວັງວຽງຍາມໃດ ເຈົ້າກະກົດໄປເລີຍ”.

ສ່ວນດ້ານການຂົນສົ່ງສິນຄ້ານັ້ນ ນັບແຕ່ທາງລົດໄຟຄວາມໄວສູງລາວ-ຈີນ ທີ່ເຮັດໃຫ້ລາວເຊື່ອມຕໍ່ການຂົນສົ່ງ ກັບຈີນ ຊຶ່ງເປັນຕະຫລາດໃຫຍ່ທີ່ສຸດ ໃນຂົງ ເຂດ ແລະເປັນອັນດັບສອງຂອງໂລກນັ້ນ ໃນຕະຫລອດ 6 ເດືອນທີ່ໄດ້ເປີດການບໍລິການຂົນສົ່ງສິນຄ້າຜ່ານດ່ານຊາຍແດນລາວ-ຈີນນັ້ນ ດັ່ງທີ່ວີໂອເອໄດ້ສະເໜີໄປໃນເດືອນແລ້ວນີ້ ແມ່ນຍັງບໍ່ໄດ້ມີການຂົນສົ່ງສິນຄ້າຂາອອກ ທີ່ຜະ ລິດໂດຍປະຊາຊົນລາວ ໄປຈີນຫລາຍເທື່ອ ແລະສິນຄ້າສ່ວນໃຫຍ່ ກໍມີແຕ່ສິນຄ້າປະເພດແຮ່ທາດຈາກໂຄງການລົງທຶນຂະໜາດໃຫຍ່ຂອງຈີນເທົ່ານັ້ນ ທີ່ມີການຂົນສົ່ງຜ່ານທາງລົດໄຟ ທີ່ວ່ານີ້ ໄປຍັງຈີນ ແລະການຂົນສົ່ງທັງໝົດທີ່ມີ 640,000 ກວ່າໂຕນນັ້ນ ສ່ວນໃຫຍ່ສິນຄ້າປະເພດແຮ່ທາດຈາກໂຄງການລົງທຶນຂະໜາດໃຫຍ່ ຂອງຈີນເທົ່ານັ້ນ ອີງຕາມການບອກເລົ່າ ຂອງພະນັກງານຂັ້ນສູງ ໃນພະແນກໂຍທາ ແລະຂົນສົ່ງ ໃນເຂດພາກເໜືອຂອງລາວ.

ສະຫລຸບແລ້ວ ການທີ່ລາວມີທາງລົດໄຟ ທີ່ມີມູນຄ່າການລົງທຶນສູງເກືອບຮອດ 6 ຕື້ໂດລາ ແລະເປັນສ່ວນນຶ່ງ ທີ່ພາໃຫ້ລັດຖະບານລາວ ເປັນໜີ້ຕ່າງປະເທດສູງຂຶ້ນຢູ່ນີ້ ຍັງບໍ່ທັນໃຫ້ການບໍລິການທີ່ສະດວກ ແລະເປັນທໍາ ແກ່ປະຊາຊົນທົ່ວໄປ ແລະກໍຍັງບໍ່ສາມາດຊ່ວຍລາວ ໃຫ້ສ້າງລາຍຮັບໃຫ້ປະເທດ ຢ່າງເປັນຮູບປະທໍາເທື່ອ ໃນຂະນະທີ່ສ້າງຜົນປະໂຫຍດເພີ້ມຂຶ້ນຢ່າງວ່ອງໄວ ໃຫ້ແກ່ປະເທດເຈົ້າໜີ້ ກໍຄືຈີນນັ້ນເອງ.

XS
SM
MD
LG