ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົງຄາມການຄ້າ ລະຫວ່າງ ຈີນ ແລະ ສຫລ ຢ້ານວ່າ ຈະສົ່ງຜົນກະທົບ ຕໍ່ຮຸ້ນ ຂອງເອເຊຍ


ຊາຍຄົນນຶ່ງ ຍ່າງກາຍ ປ້າຍອີເລັກໂທຣນິກຂອງຮຸ້ນ ທີ່ບົ່ງຊີ້ໃຫ້ເຫັນ ລາຄາຮຸ້ນຂອງແຕ່ລະບໍລິສັດ ໃນນະຄອນຫຼວງ ໂຕກຽວ, ວັນທີ 26 ມີນາ 2018.
ຊາຍຄົນນຶ່ງ ຍ່າງກາຍ ປ້າຍອີເລັກໂທຣນິກຂອງຮຸ້ນ ທີ່ບົ່ງຊີ້ໃຫ້ເຫັນ ລາຄາຮຸ້ນຂອງແຕ່ລະບໍລິສັດ ໃນນະຄອນຫຼວງ ໂຕກຽວ, ວັນທີ 26 ມີນາ 2018.

ຕະຫລາດຮຸ້ນຂອງໂລກມີລາຄາສູງຂຶ້ນ ແຕ່ກໍຍັງສ້າງຄວາມວຸ້ນວາຍໃຈຢູ່ໃນວັນຈັນ
ມື້ນີ້ ຊຶ່ງເປັນຜົນຂອງສົງຄາມການຄ້າ ທີ່ມີຄວາມຢ້ານກົວກັນລະຫວ່າງສອງຍັກໃຫຍ່
ເສດຖະກິດ ສະຫະລັດແລະຈີນ ຫລັງຈາກປະທານາທິບໍດີດໍໂນລ ທຣຳ ໄດ້ປະກາດ
ໃນອາທິດແລ້ວນີ້ ຈະເກັບພາສີເຫລັກກ້າແລະອາລູມີນຽມ ທີ່ນຳເຂົ້າຈາກ ຈີນ.

ແຕ່ແນວໃດກໍຕາມ ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານນາງ ຫວາຈຸ້ນຢິງ
ກ່າວໃນວັນຈັນມື້ນີ້ວ່າ ຈີນ ຍິນດີທີ່ຈະພົບປະກັບ ເຈົ້າໜ້າທີ່ສະຫະລັດ ເພື່ອຫາທາງ
ແກ້ໄຂບັນຫາການຄ້າ ຂອງປະເທດທັງສອງ ໃນຂະນະທີ່ກະຊວງການຕ່າງປະເທດ
ຂອງ ຈີນ ຮຽກຮ້ອງໃຫ້ສະຫະລັດຢຸດເຊົາ “ການຂົ່ມຂູ່ທາງດ້ານເສດ ຖະກິດ” ກ່ຽວ
ກັບເລື່ອງພາສີ.

ໜັງສືພິມວອລສະຕຣີດເຈີໂນລ (Wall Street Journal) ລາຍງານໃນວັນຈັນມື້ນີ້
ວ່າ ສະຫະລັດໄດ້ຮ້ອງຂໍ ຢູ່ໃນຈົດໝາຍສະບັບນຶ່ງເມື່ອອາທິດແລ້ວນີ້ ໃຫ້ ຈີນ ຕັດ
ພາສີລົດໂອໂຕ ຊື້ເຊມີຄອນດັກເຕີ້ທີ່ສະຫະລັດຜະລິດຕື່ມຂຶ້ນ ແລະເປີດໃຫ້ບໍລິສັດ
ຕ່າງໆຂອງສະຫະລັດເຂົ້າໄປເຮັດທຸລະກິດ ໃນພາກສ່ວນການເງິນຂອງ ຈີນ ເພີ້ມຂຶ້ນ.

ໜັງສືພິມວອລສະຕຣີດເຈີໂນລ ຍັງລາຍງານວ່າ ລັດຖະມົນຕີການເງິນຂອງສະຫະລັດ
ທ່ານສະຕີເວນ ມະນຸກຈິນ ອາດຈະເດີນທາງໄປປັກກິ່ງ ເພື່ອເຈລະຈາຫາທາງຕົກລົງ
ກັບຈີນ.

ສະຫະລັດໄດ້ກ່າວຫາຈີນວ່າ ເຮັດການຄ້າແບບບໍ່ຍຸຕິທຳ ຮວມທັງການລັກຂະໂມຍ
ຊັບສິນທາງດ້ານສະຕິປັນຍາ ແລະທຸ້ມເທສິນຄ້າຂອງ ຈີນ ເຂົ້າຕີຕະຫຼາດໂລກ​ເພື່ອ
ໃຫ້ສິນຄ້າ ສະຫະລັດ ເບິ່ງຄືວ່າ ມີລາຄາແພງ.

ຈີນໄດ້ປະຕິເສດຕໍ່ຂໍ້ຫາຂອງສະຫະລັດ ແລະຮອງນາຍົກລັດຖະມົນຕີ ຫຼິວ ເຫ ກ່າວຕໍ່
ທ່ານມະນຸກຈິນ ໃນການໂອ້ລົມທາງໂທລະສັບ ໃນວັນເສົາ ແລ້ວນີ້ວ່າ ຈີນພ້ອມແລ້ວ
ທີ່ຈະປົກປ້ອງຜົນປະໂຫຍດຂອງຕົນ.

ໃນຂະນະດຽວກັນ ເກົາຫຼີໃຕ້ກໍໄດ້ປະກາດໃນວັນຈັນມື້ນີ້ວ່າ ຕົນໄດ້ຮັບການຍົກເວັ້ນ
ໃນການເກັບພາສີເຫຼັກກ້າ ໃນຂະນະທີ່ ຕົນໄດ້ເຈລະຈາ ບັນຫາການຂັດແຍ້ງ ທາງ
ດ້ານການຄ້າກັບ ສະຫະລັດ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງຈີນ ໄດ້ເຕືອນໃນວັນອາທິດວາວນີ້ວ່າ ສົງຄາມການຄ້າ
ຈະສ້າງຄວາມເສຍຫາຍໃຫ້ແກ່ທຸກໆຝ່າຍ ແລະຈະກໍ່ໃຫ້ເກີດ “ບັນຫາຂັດແຍ້ງທີ່ໃຫຍ່
ກວ່າເກົ່າ.”

ຮອງນາຍົກລັດຖະມົນຕີ ຫານ ເຊັງ (Han Zheng) ກ່າວທີ່ກອງປະຊຸມ ການພັດທະນາ
ທີ່ນະຄອນຫຼວງປັກກິ່ງວ່າ “ສົງຄາມການຄ້າ ບໍ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ຝ່າຍໃດ.
ມີແຕ່ຈະນຳໄປສູ່ຜົນ ທີ່ຕິດຕາມມາຢ່າງຮ້າຍແຮງ ແລະຜົນກະທົບໃນທາງລົບເທົ່ານັ້ນ.
ພວກເຮົາເຊື່ອວ່າ ການປົກປ້ອງການຄ້າຂອງຕົນ ແມ່ນຂັດຕໍ່ທ່າອຽງ ແລະຈະບໍ່ກ້າວ
ໜ້າໄປໃສເລີຍ.”

ທ່ານຫານ ບໍ່ໄດ້ກ່າວເຖິງສະຫະລັດ ຫຼືປະທານາທິບໍດີດໍໂນລ ທຣຳ ໂດຍລະບຸຊື່ ຊຶ່ງໄດ້
ປະກາດການເກັບພາສີຢ່າງໜັກ ຕໍ່ການນຳເຂົ້າເຫລັກກ້າ ແລະອາລູມີນຽມຂອງຈີນນັ້ນ
ແມ່ນໄດ້ຕອບໂຕ້ ດ້ວຍການເກັບພາສີແລະອາກອນ ຕໍ່ລາຍຊື່ສິນຄ້ານຳເຂົ້າຂອງ
ສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG