ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມູນຄ່າການຄ້າ 4 ປະເທດ ຢູ່ເຂດສາມຫຼ່ຽມຄໍາ ຫລຸດລົງ ກ່ວາ 30%


ເຮືອບັນທຸກສິນຄ້າ ຢູ່ເຂດສາມຫລ່ຽມຄໍາ
ເຮືອບັນທຸກສິນຄ້າ ຢູ່ເຂດສາມຫລ່ຽມຄໍາ
ມູນຄ່າການຄ້າຢູ່ເຂດສາມຫຼ່ຽມຄໍາໃນແມ່ນໍ້າຂອງລະຫວ່າງລາວ-
ໄທ-ມຽນມາ ແລະ ຈີນປັບຕົວຫລຸດລົງເກີນກວ່າ 30% ເພາະລະ ດັບນໍ້າຂອງບົກແຫ້ງຈົນເຮັດໃຫ້ບໍ່ສາມາດເດີນເຮືອຂົນສົ່ງສິນຄ້າ
ໄດ້ເລີຍ.

ທ່ານນາງເກດສຸດາ ສັງຂະກອນ ປະທານຊົມຣົມ ຜູ້ປະກອບການ
ຄ້າຊາຍແດນຢູ່ອໍາເພີຊຽງແສນ ຈັງຫວັດຊຽງຣາຍ ໄດ້ໃຫ້ການຢືນ
ຢັນວ່າ ການຄ້າລະຫວ່າງໄທ-ລາວ-ມຽນມາ ແລະຈີນຢູ່ທີ່ເຂດສາມ
ຫຼ່ຽມຄໍາ ໄດ້ຮັບຜົນກະທົບຢ່າງໜັກຈາກລະດັບນໍ້າຂອງທີ່ບົກແຫ້ງ
ລົງຢ່າງວ່ອງໄວ ນັບແຕ່ເດືອນກຸມພາເປັນຕົ້ນມາຈົນເຖິງເວລານີ້
ເນື່ອງຈາກລະດັບນໍ້າຂອງທີ່ບົກແຫ້ງລົງດັງກ່າວ ເຮັດໃຫ້ບໍ່ສາມາດ
ເດີນເຮືອຂົນສົ່ງສິນຄ້າໄປ-ມາລະຫວ່າງສີ່ປະເທດໄດ້ເລີຍ ດັ່ງທີ່
ທ່ານນາງໄດ້ອະທິບາຍເຖິງສະພາບການທີ່ເປັນຢູ່ນີ້ວ່າ:

ໄພແຫ້ງທີ່ເຂດສາມຫລ່ຽມຄໍາ
ໄພແຫ້ງທີ່ເຂດສາມຫລ່ຽມຄໍາ

ຍອດສົ່ງອອກ ຢູ່ທີ່ທາງເຮືອທາງອໍາເພີຊຽງແສນເມື່ອ
ເດືອນມັງກອນນີ້ເນາະ ສົ່ງອອກທັງເດືອນປະມານ
1,000 ກວ່າລ້ານບາດ ພໍຕົກເດືອນກຸມພາ ກໍເລີ່ມຫລຸດ
ລົງເຫຼືອ 700 ກວ່າລ້ານບາດ ຄືຫລຸດລົງເຖິງ 33% ເນື່ອງ
ຈາກລະດັບແມ່ນໍ້າຂອງນີ້ ພໍກາງເດືອນມີນາ ນໍ້າຫລຸດ
ລົງຢ່າງວ່ອງໄວ ເຮືອໄປບໍ່ໄດ້ເລີຍ ຄືຕໍ່າກວ່າ 150 ຊັງ
ຕີແມັດ.”


ສາເຫດທີ່ເຮັດໃຫ້ລະດັບນໍ້າຂອງບົກແຫ້ງລົງຈົນບໍ່ສາມາດເດີນ
ເຮືອເພື່ອຂົນສົ່ງສິນຄ້າໄດ້ເລີຍນັ້ນ ກໍຍ້ອນວ່າເຂື່ອນທັງ 5 ແຫ່ງເທິງລໍາແມ່ນໍ້າຂອງໃນເຂດ
ມົນທົນຢູນໜານຂອງຈີນ ບໍ່ຍອມ ປ່ອຍນໍ້າລົງມາໃນເຂດຕອນລຸ່ມ ເນື່ອງຈາກຕ້ອງ ກັກນໍ້າ
ໄວ້ຫຼໍ່ລ້ຽງເຂື່ອນ ໃນຊ່ວງລະດູຮ້ອນ ແລະເມື່ອປະກອບກັບມົນທົນຢຸນໜ່ານຂອງຈີນ ກໍກໍາ
ລັງປະສົບກັບໄພແຫ້ງແລ້ງຢ່າງໜັກໜ່ວງ ໃນເວລານີ້ດ້ວຍນັ້ນ ຈຶ່ງເຮັດໃຫ້ຕ້ອງມີການ
ກັກເກັບນໍ້າໄວ້ໃນເຂື່ອນ ເພື່ອຕອບສະໜອງການຊົມໃຊ້ໃນຈີນ ເປັນບູລິມະສິດ.

ແຕ່ຢ່າງໃດກໍຕາມ ດ້ວຍສະພາບບັນຫາດັ່ງກ່າວ ກໍເຮັດໃຫ້ບັນດາຜູ້ປະກອບການ ຄ້າຊາຍ
ແດນທີ່ເຂດສາມຫຼ່ຽມຄໍາ ໄດ້ພາກັນຫັນໄປໃຊ້ເສັ້ນທາງເລກ 3 ໃນແຂວງບໍ່ແກ້ວແລະ
ແຂວງຫຼວງນໍ້າທາຂອງລາວເປັນເສັ້ນທາງຫຼັກ ໃນການຂົນສົ່ງສິນຄ້າໄປ-ມາ ລະຫວ່າງໄທ
-ລາວ ແລະຈີນຫຼາຍຂຶ້ນ ໂດຍເຖິງແມ່ນວ່າມີຕົ້ນທຶນໃນການຂົນສົ່ງແພງກວ່າການຂົນສົ່ງ
ທາງເຮືອເຖິງ 2 ເທົ່າກໍຕາມ ຫາກແຕ່ຕ້ອງຍອມຈ່າຍ ເພື່ອເປັນການຮັກສາສະພາວະການ
ຄ້າທີ່ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັ້ນເອງ.

ເຮືອບັນທຸກສິນຄ້າຂອງຈີນຢູ່ເຂດສາມຫລ່ຽມຄໍາ
ເຮືອບັນທຸກສິນຄ້າຂອງຈີນຢູ່ເຂດສາມຫລ່ຽມຄໍາ

ການຄ້າລະຫວ່າງໄທກັບລາວ-ມຽນມາ ແລະຈີນຢູ່ເຂດສາມຫຼ່ຽມ
ຄໍາອັນເປັນຊາຍແດນໃນແມ່ນໍ້າຂອງລະຫວ່າງລາວກັບໄທແລະ
ມຽນມານັ້ນ ໄດ້ຂະຫຍາຍຕົວເພີ່ມຂຶ້ນເຖິງ 25%​ ໃນປີ 2012 ທີ່
ຜ່ານມາ ໂດຍຄິດເປັນມູນຄ່າການຄ້າລວມ ຫຼາຍກວ່າ 35,000
ລ້ານບາດ ຫຼືປະມານ 1,160 ລ້ານໂດລາ.

ຍິ່ງໄປກວ່ານັ້ນ ສະພາວະການຄ້າໃນປີທີ່ຜ່ານມາດັ່ງກ່າວນີ້ກໍຍັງ
ຖືເປັນປີທໍາອິດອີກ ດ້ວຍທີ່ລາວໄດ້ກ້າວຂຶ້ນມາເປັນຄູ່ຄ້າອັນດັບ
1 ຂອງໄທ ເພາະໂດຍປົກກະຕິແລ້ວ ການຄ້າລະຫວ່າງໄທກັບ
ປະເທດເພື່ອນບ້ານຢູ່ທີ່ເຂດສາມຫຼ່ຽມຄໍານີ້ ມຽນມາຈະເປັນອັນດັບ 1 ຂອງໄທມາໂດຍຕະ
ຫຼອດ ສ່ວນລາວນັ້ນຈະຢູ່ອັນດັບ 2 ແລະອັນດັບ 3 ກໍຄືຈີນ ຫາກແຕ່ວ່ານັບແຕ່ປີ 2012 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ລາວໄດ້ກ້າວຂຶ້ນມາເປັນຄູ່ຄ້າອັນດັບ 1 ຂອງໄທແລ້ວ ດັ່ງທີ່
ທ່ານສະເຫຼີມພົນ ພົງສະບັບນະພາ ຫົວໜ້າສໍານັກງານການຄ້າ ຈັງຫວັດຊຽງຣາຍຂອງໄທ
ໄດ້ໃຫ້ການຢືນຢັນວ່າ:

ການຄ້ານັ້ນກໍຂະຫຍາຍຕົວນັ້ນກໍດີຂຶ້ນຫຼາຍ ໃນປີ 2013 ນັ້ນກໍຢູ່ໃນລະດັບ
35,000 ກວ່າລ້ານບາດ ແລ້ວກໍແປກເນາະ ທີ່ແຕ່ເດີມນັ້ນ ພວກເຮົາຄ້າກັບ
ມຽນມາ ເປັນອັນດັບ 1 ລາວເປັນອັນດັບ 2 ຈີນເປັນອັນດັບ 3 ແຕ່ມາປີນີ້ນັ້ນ
ກໍກາຍເປັນວ່າ ລາວເປັນອັນດັບ 1 ມຽນມາເປັນອັນດັບ 2 ແລ້ວກໍມາຈີນເປັນ
ອັນດັບ 3.”


ພ້ອມກັນນີ້ ທ່ານສະເຫຼີມພົນ ຍັງໄດ້ໃຫ້ການຢືນຢັນອີກດ້ວຍວ່າໄທຍັງຄົງເປັນຝ່າຍທີ່ໄດ້
ປຽບດຸນການຄ້າ ທັງຕໍ່ລາວ-ມຽນມາແລະຈີນໃນປີທີ່ຜ່ານມາ ແລະສໍາລັບໃນປີ 2013 ນີ້ ກໍ
ເຊື່ອວ່າໄທ ຈະຍັງຄົງເປັນຝ່າຍທີ່ໄດ້ປຽບດຸນການຄ້າຕໍ່ລາວ-ມຽນມາ ແລະຈີນຕໍ່ໄປ ໂດຍ
ສະເພາະແມ່ນລາວນັ້ນ ກໍມີທ່າອ່ຽງວ່າຈະຕ້ອງເສຍປຽບດຸນການຄ້າຕໍ່ໄທຫຼາຍຂຶ້ນອີກ
ເພາະການລົງທຶນຈາກຕ່າງປະເທດທີ່ເພີ່ມຂຶ້ນໃນບັນດາແຂວງພາກເໜືອຂອງລາວນັ້ນ
ເຮັດໃຫ້ລາວຕ້ອງນໍາເຂົ້າວັດຖຸອຸບປະກອນຕ່າງໆ ຈາກໄທເພີ່ມຂຶ້ນນັ້ນເອງ.

ທາງດ້ານທ່ານນາມ ວີຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະການຄ້າ
ກໍໄດ້ຖະແຫຼງຢືນຢັນເມື່ອບໍ່ດົນມານີ້ວ່າເປົ້າໝາຍສໍາຄັນໃນດ້ານການຄ້າຕ່າງປະເທດຂອງ
ລັດຖະບານລາວນັບຈາກປັດຈຸບັນໄປເຖິງປີ 2015 ກໍຄືເພີ່ມມູນ ຄ່າການສົ່ງອອກສິນຄ້າ
ໄປຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ ລາວບໍ່ຕ້ອງປະເຊີນກັບບັນຫາ
ຂາດດຸນການຄ້າຕ່າງປະເທດອີກຕໍ່ໄປພາຍໃນປີ 2015.

ປະເທດຄູ່ຄ້າທີ່ສໍາຄັນຂອງລາວໃນປັດຈຸບັນກໍຄືໄທ ຈີນ ຫວຽດນາມ ອາຊ່ຽນສະຫະພາບ
ຢູໂຣບ ສະຫະລັດ ຍີ່ປຸ່ນ ເກົາຫຼີໃຕ້ ແຄນາດາ ອອສເຕຣເລຍ ແລະນີວຊີແລນດ໌ຕາມລໍາດັບ
ໂດຍສະເພາະແມ່ນໄທ ຈີນ ແລະຫວຽດນາມນັ້ນກໍຍັງຖື ເປັນ 3 ປະເທດທີ່ມີມູນຄ່າການ
ຄ້າກວມເອົາກວ່າ 90% ຂອງມູນຄ່າການຄ້າຕ່າງປະເທດທັງໝົດຂອງລາວອີກດ້ວຍ.
XS
SM
MD
LG