ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້​ຕົກລົງ​ການ​ຄ້າ ຂ້າມມະຫາສະມຸດ ປາຊິຟິກ ຍັງມີບັນຫາ ຢູ່ໃນສະຫະລັດ


TPP Is Under Fire
please wait
Embed

No media source currently available

0:00 0:02:46 0:00

ຂໍ້​ຕົກລົງ​ການ​ຄ້າ ທີ່ບັນລຸກັນຫວ່າງ​ມໍ່ໆ​ມາ​ນີ້ ​ລະຫວ່າງ ສະຫະ
ລັດ ​ແລະ​ ບັນດາ​ 11 ປະ​ເທດ​ ທີ່ຕັ້ງເລາະ​ລຽບ​ແຄມຝັ່ງມະຫາ​
ສະ​ມຸດປາຊິ​ຟິກ ​ແມ່ນໄດ້ເລີ້ມເຈລະຈາ​ກັນມາ​ແຕ່​ປີ 2008 ແລະ
ຖ້າ​ຫາກ​ໄດ້ຮັບການອະນຸມັດຈາກ ລັດ ຖະບານຂອງແຕ່ລະປະ
ເທດແລ້ວ ຈະ​ເປັນ​ການ​ຮວມກັນ​ເປັນ 40 ​ເປີ​ເຊັນ​ຂອງ​ເສດຖະ
ກິດ​ໂລກ. ​ແຕ່​ຂໍ້ຕົກລົງພາຄີຂ້າມ​ມະຫາສະມຸດປາຊິ​ຟິກ ຫລື
TPP ​ໄດ້​ກາຍ​ມາ​ເປັນ​ບັນຫາ​ໂຕ້ແຍ້ງກັນ ​ໂດຍ​ສະ​ເພາະ ຢູ່ໃນ
ສະຫະລັດ ​ໃນ​ຂະນະ​ທີ່​ພວກຄັດ​ຄ້ານ​ ໄດ້ເຕືອນເຖິງ​ການ​ສູນ
​ເສຍວຽກການເຮັດ ​ແລະ​ຜົນກະທົບ​ອື່ນໆທີ່​ຈະ​ຕິດຕາມ​ມາ.
ຈາກ​ນະຄອນ New Yorkນັກ​ຂ່າວ ວີ​ໂອ​ເອ Bernard
Shusman ມີ​ລາຍ​ລະອຽດ​ເພີ້ມເຕີມ ກ່ຽວ​ກັບພວກທີ່ເຫັນ
ພ້ອມ ແລະພວກທີ່ຄັດຄ້ານຕໍ່​ຂໍ້ຕົກລົງ​ການ​ຄ້າ​ດັ່ງກ່າວຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ການ​ປະ​ທ້ວງ​ຢູ່​ລັດ Texas ​ເປັນແບບຢ່າງຂອງການປະທ້ວງທີ່ບໍ່ເຫັນພ້ອມ ກັບຂໍ້ຕົກລົງ
ພາຄີຂ້າມ​ຜ່ານປາຊິ​ຟິກ ຫລື TPP.

ບັນດາ​ສະຫະ​ພັນ​ກຳມະບານຕ່າງໆ​ພາກັນ​ຮ້ອງ​ວ່າ ເປັນການທໍລະຍົດຫັກຫຼັງ. ​ເຂົາ​ເຈົ້າ
​ເຊື່ອ​ວ່າ ບໍ່ພຽງແຕ່ບໍ່​ມີ​ການ​ສ້າງໜ້າ​ວຽກ​ໃໝ່​ຂື້ນ​ມາ​ເທົ່າ​ນັ້ນ ​ແຕ່​ຂໍ້ຕົກລົງ​ດັ່ງ​ກ່າວ ຍັງຈະ
ເຮັດໃຫ້ຜູ້ຄົນ​ເສຍ​ວຽກການຂອງ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່ເງິນ​ເດືອນຂອງພວກ​ທີ່ຍັງ​ສາມາດ
​ຮັກສາ​ວຽກ​ໄວ້ກໍຕຳ່ລົງ.

​ແຕ່ນັ້ນ ບໍ່ແມ່ນພຽງ​ສິ່ງດຽວ ທີ່ມີການ​ຄັດຄ້ານຕໍ່ຂໍ້ຕົກລົງນີ້​.

​ໃນ​ເດືອນມິຖຸນາທີ່ຜ່ານມາ ສະພາ​ໄດ້​ໃຫ້ການອະນຸມັດ ຕໍ່ອັນ​ທີ່​ຮ້ອງ​ວ່າ ອຳນາດໃນການ
ເຈລະຈາການຄ້າ “​ຢ່າງ​ວ່ອງ​ໄວ” ຊຶ່ງໝາຍ​ຄວາມ​ວ່າ ຂໍ້ຕົກລົງ TPP ບໍ່​ສາມາດ​ທີ່​ຈະ​ດັດ
ແປງ​ ໂດຍບັນດາ​ສະມາຊິກສະພາສະຫະລັດ. ສະ​ພາສາມາດ ພຽງ​ແ​ຕ່ຈະ​ລົງ​ຄະ​ແນນ​ສຽງ
​ເຫັນພ້ອມ ຫຼືຄັດຄ້ານ​ຕໍ່​ຂໍ້​ຕົກລົງນີ້ເທົ່ານັ້ນ. ​ແລະ​ການຕັດສິນຂັ້ນ​ສຸດ​ທ້າຍ ກ່ຽວ​ກັບ​ການ​
ຖົກຖຽງ​ໃດໆ​ກໍຕາມ ລະຫວ່າງ​ບັນດາ​ປະ​ເທດ​ຕ່າງໆ ຈະ​ຂຶ້ນຢູ່ກັບຄະນະ​ກຳມະການ​ສາມ
​ຄົນ.

ອະ​ດີດ​ເຈົ້າ​ໜ້າທີ່ບໍລິສັດ IBM ​ແລະ​ປັດຈຸ​ບັນ​ນີ້​ເປັນສາດສະດາຈານທີ່ສະຖາບັນທຸລະ
ກິດ Stern ຂອງມະຫາ​ວິທະຍາ​ໄລ​ນິວ ທ່ານ Ralph Gomory ກ່າວ​ວ່າ “ພວກ​ເຮົາ​ໄດ້​
ມີສົນທິສັນຍາ​ ຄ້າຍຄື​ກັນ​ນີ້ມາ​ໄດ້​ສາມ​ທົດ​ສະ​ວັດ​ແລ້ວ. ​ແຕ່​ລະ​ອັນ​ແມ່ນແພງ​ຂຶ້ນ​
ໜ້ອຍ​ນຶ່ງ​ແລະ​ຂີ້​ຮ້າຍລົງກວ່າເກົ່າ​ໜ້ອຍ​ນຶ່ງ. ພວກ​ເຮົາ​ບໍ່ຕ້ອງຖາມ ເຖິງຜົນ​ກະທົບ
ທີ່​ປະ​ເທດ​ນີ້ຈະ​ໄດ້​ຮັບ ພວກ​ເຮົາ​ພຽງ​ແຕ່​ເບິ່ງ​ຄືນ​ຫຼັງ ແລະ​ປະ​ເທດ​ນີ້ພື້ນຖານການ​

ຜະ​ລິດ​ໄດ້​ຖືກເປົ່າ​ແປນລົງ. ບັນດາ​ວຽກ​ການ ​ເທັກ​ໂນ​ໂລ​ຈີແລະ ​ພວກ​ໂຮງ​ຈັກ​
ໂຮງງານ ​ໄດ້​ໜີ​ໄປ​ຕັ້ງຢູ່​ນອກ​ປະ​ເທດ.”

​ແຕ່​ວ່າສຳລັບ​ທຸລະ​ກິດ​ໃຫຍ່ໆ ​ແລະບໍລິສັດ​ການ​ຄ້າຂ້າມຊາດນັ້ນ ມັນ​ເປັນ​ເລື້ອງ ທີ່​ແຕກ
​ຕ່າງ​ທັງ​ໝົດ​. ມັນ​ເປັນ​ໂອກາດ​ທີ່​ຈະ​ພັດທະນາ​ຕະຫລາດ​ໃໝ່ ​ແລະ​ເພີ້​ມ ການ​ຂາຍພະ​ລິດ
​ຕະພັນ ທີ່​ຈະ​ສ້າງຜົນກຳ​ໄລ ​ແລະ​ຈະເຮັດໃຫ້ລາຄາຮຸ້ນດີຂຶ້ນ.

ທ່ານ Peter Cardiilo ຫົວໜ້າ​ວິ​ເຄາະດ້ານ​ຕະຫລາດຂອງບໍລິສັດ​ Rockwell Global
ກ່າວ​ວ່າ ມັນ​ຈະ​ຊ່ວຍເຮັດໃຫ້​ເສດຖະກິດ​ເຕີ​ບ​ໂຕແລະ​ບັນດາ​ພວກ​ແຮງ​ງານ​ທ້ອງ​ຖິ່ນ.

ທ່ານ Cardiilo ກ່າວ​ວ່າ “ທ່ານ​ຮູ້​ບໍ່​ວ່າ ຄືກັນກັບທຸກໆ​ສົນທິສັນຍາ ມັນ​ມີ​ຂື້ນ ​ແລະ​
ລົງ ແລະ​ແນ່ນ​ອນ ມັນ​ມີ​ທັງ​ບວກແລະ​ລົບ. ​ແລະ​ມີ​ບັນດາຜູ້​ທີ່ຈະ​ພະຍາ​ມ ​ແລະຕໍ່
ສູ້​ກັບ​ມັນ ​ເພາະເຂົາ​ເຈົ້າຄິດ​ວ່າ ວຽກ​ງານ​ຈະ​ໄປ​ຢູ່​ນອກ​ປະ​ເທດ ​ແລະ​ມີ​ພວກ​ທີ່
ຄິດ​
ວ່າດີ​ລະ ບໍ່ ມັນ​ຈະ​ດີ​ຕໍ່​ເສດຖະກິດ​ຂອງ​ປະ​ເທດ. ຂ້າພະ​ເຈົ້າແມ່ນນອນ​ຢູ່​
ບ່ອນໃດ​ບ່ອນ​ໜຶ່ງ​ ໃນ​ລະ​ຫ​ວ່າງ​ນັ້ນ.”

​ແຕ່​ທ່ານ Peter Costa ປະທານບໍລິສັດຕະຫຼາດຮຸ້ນ Empire Exercutions ກ່າວ​ວ່າ
ສະຫະລັດ ​ແລະ​ບັນດາ​ແຮງ​ງານ ອີກ​ຄັ້ງ​ໜຶ່ງ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ ສົນທິສັນຍານີ້.

ທ່ານ Costa ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ບັນດາປະເທດ
ພາຄີ​ທີ່ນ້ອຍກວ່າ ບັນດາຄູ່​ການ​ຄ້າ​ອື່ນໆທີ​ຢູ່​ເລາະ​ລຽບແຄມຝັ່ງ​ມະຫາ​ສະມຸດ​
ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ສະຫະລັດ ​ດັ່ງທີ່ເຄີຍເປັນມາ ກຳລັງ​ເຊັນ​ສັນຍາ ທີ່ທ່ານ
​ຮູ້ດີວ່າ ພວກ​ເຮົາ​ອາດ​ຈະ​ບໍ່​ໄດ້ຜົນ​ກຳ​ໄລ​ໂດຍ​ທັງ​ໝົດ. ຂ້າພະ​ເຈົ້າ​ຄິດ​ວ່າ ສະຫະ
ລັດ ອາດ​ຈະ​ປະສົບກັບ​ຄວາມ​ຫຍຸ້ງຍາກ​ໃນການໃຫ້​ສັດຕະຍາບັນ. ​ແຕ່​ວ່າ ​ໃນ​
ສຸດ​ທ້າຍ​ແລ້ວ ມັນມີທ່າທາງຫຼາຍໄປກວ່າ​ຄື​ວ່າ​ຈະ​ຜ່ານ.”

​ເອກ​ກະສາ​ນຄົທີ່ບ​ຖ້ວນຂອງ​ຂໍ້​ຕົກລົງ TPP ຄາດວ່າ​ຈະ​ຖືກ​ນຳອອກເຜີຍ​ແຜ່​ໃນ​ບໍ່​ເທົ່າ​
ໃດອາທິດ ​ຂ້າງໜ້າ​ນີ້. ພາຍ​ໃຕ້​ກຳໜົດ​ເວລາ​ທີ່​ໄດ້​ວາງ​ໄວ້ ໂດຍ ລັດຖະສະພາສະຫະລັດ ປະທານາທິບໍດີ Barack Obama ສາມາດ​ເຊັນ​ຂໍ້​ຕົກລົງນີ້ພາຍໃນເວລາ 60 ມື້ ​ຫລັງ​
ຈາກ​ເອກ​ກະສາ​ນ​ ໄດ້​ມີການເຜີຍ​ແຜ່ໃຫ້ແກ່​ສາທາລະນະ​ຊົນ.

XS
SM
MD
LG