ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ໂຕໂຍຕ້າ ຈະລົງທຶນ ໃນມູນຄ່າ 500 ລ້ານໂດລາ ກັບ ບໍລິສັດ ອູເບີ


ພາບດ້ານນອກ ຂອງສຳນັກງານໃຫຍ່ ຂອງບໍລິສັດ ອູເບີ (Uber) ເຫັນໄດ້ຢູ່ໃນນະຄອນ ແຊນ ແຟຣນສິສໂກ, ວັນທີ 1 ມີນາ 2017.
ພາບດ້ານນອກ ຂອງສຳນັກງານໃຫຍ່ ຂອງບໍລິສັດ ອູເບີ (Uber) ເຫັນໄດ້ຢູ່ໃນນະຄອນ ແຊນ ແຟຣນສິສໂກ, ວັນທີ 1 ມີນາ 2017.

ບໍລິສັດ ໂຕໂຍຕ້າ ຈະລົງທຶນ ເຄິ່ງຕື້ໂດລາ ເຂົ້າໃນ ບໍລິສັດອູເບີ (Uber) ທີ່ເປັນບໍລິສັດ
ຍັກໃຫຍ່ ໃນການບໍລິການສົ່ງຜູ້ໂດຍສານ ອັນເປັນສ່ວນນຶ່ງ ຂອງການຕົກລົງ ຂອງທັງ
ສອງບໍລິສັດ ເພື່ອເຮັດວຽກຮ່ວມກັນ ໃນການພັດທະນາຍານພາຫະນະ ທີີ່ຂັບດ້ວຍຕົວ
ມັນເອງ.

ໂຕໂຍຕ້າ ເປັນບໍລິສັດ ທີ່ຜະລິດລົດ ໃຫຍ່ທີ່ສຸດ ບໍລິສັດນຶ່ງຂອງໂລກ ແມ່ນໄດ້ຖືກມອງ
ເຫັນວ່າ ກຳລັງນຳຫລັງບໍລິສັດອື່ນໆ ເຊັ່ນວ່າ ບໍລິສັດ ເຈເນີໂລລ ໂມເຕີສ໌ ແລະ ບໍລິສັດ
ເວໂມ ຂອງກູໂກລ ໃນດ້ານການແຂ່ງຂັນ ຜະລິດລົດຍົນຄວບຄຸມແບບອັດຕະໂນມັດ.

ຜູ້ຢ້ຽມຢາມ ຄົນນຶ່ງ ຍ່າງຜ່ານຫ້ອງສະແດງສິນຄ້າ ຂອງບໍລິສັດ ໂຕໂຍຕ້າ (Toyota) ໃນນະຄອນຫຼວງ ໂຕກຽວ, ວັນທີ 3 ສິງຫາ 2018.
ຜູ້ຢ້ຽມຢາມ ຄົນນຶ່ງ ຍ່າງຜ່ານຫ້ອງສະແດງສິນຄ້າ ຂອງບໍລິສັດ ໂຕໂຍຕ້າ (Toyota) ໃນນະຄອນຫຼວງ ໂຕກຽວ, ວັນທີ 3 ສິງຫາ 2018.

ບໍລິສັດ ອູເບີ ໄດ້ເລີ້ມຕົ້ນທົດລອງລົດຂັບດ້ວຍຕົວມັນເອງ ມາແລ້ວ ແຕ່ໄດ້ຖືກກົດດັນ
ໃຫ້ເອົາພວກລົດຂັບໂດຍອັດຕະໂນມັດ ຫຼາຍຮ້ອຍຄັນ ອອກຈາກຖະໜົນຫົນທາງ ໃນ
ເດືອນມີນາ ຫຼັງຈາກທີ່ ນຶ່ງໃນບັນດາລົດທີ່ຕົນກຳລັງທົດລອງຢູ່ນັ້ນ ໄດ້ແລ່ນຕຳຄົນຍ່າງ
ແລະໄດ້ສັງຫານຜູ້ກ່ຽວ ຢູ່ຖະໜົນສາຍນຶ່ງ ໃນເມືອງເທັມປີ ລັດອາຣີໂຊນາ.

ຂໍ້ຕົກລົງ ລະຫວ່າງ ບໍລິສັດ ອູເບີ ແລະ ໂຕໂຍຕ້າ ແມ່ນເປັນການບົ່ງບອກວ່າ ອູເບີ ບໍ່
ຢາກເຮັດຕາມລຳພັງຜູ້ດຽວ ໃນການສ້າງລະບົບການຂັບຂີ່ອັດຕະໂນມັດ ທີ່ສະຫລັບ
ຊັບຊ້ອນນີ້.

ພວກລົດຂັບດ້ວຍຕົວມັນເອງ ໄດ້ມີຄວາມສຳຄັນຕະຫຼອດມາຕໍ່ບໍລິສັດອູເບີ ເຊິ່ງເຫັນ
ພວກມັນ ເປັນທາງນຶ່ງເພື່ອທີ່ຈະຫລຸດຜ່ອນຄ່າໃຊ້ຈ່າຍ ໃນການຂົນສົ່ງພວກຜູ້ໂດຍສານ. ອະດີດຜູ້ອຳນວຍການໃຫຍ່ ຂອງອູເບີ ທ່ານ ທຣາວິສ ຄາລານິກ ໄດ້ຢືນຢັດ ໃນເລືອງ
ການພັດທະນາການເປັນເຈົ້າຂອງລະບົບການຂັບດ້ວຍຕົວມັນເອງ ແຕ່ຫາກວ່າ ຜູ້ອຳ
ນວຍການໃຫຍ່ ຄົນປັດຈຸບັນ ທ່ານນາງ ດາຣາ ໂຄສໂຣຊາຮີ ກຳລັງເຮັດວຽກເພື່ອພັດ
ທະນາ ໃຫ້ມີຄູ່ຮ່ວມລົງທຶນຫຼາຍຂຶ້ນ ສຳລັບບໍລິສັດນີ້.

ບໍລິສັດ ອູເບີ ກຳລັງທຳການທົບທວນຄືນ ລະບົບຄວາມປອດໄພ ນັບຕັ້ງແຕ່ໄດ້ ເກີີດ
ອຸບັດເຫດ ເມື່ອເດືອນເມສາ ເປັນຕົ້ນມາ ທີ່ໄດ້ສັງຫານແມ່ຍິງອາຍຸ 49 ປີ ໃນຂະນະທີ່
ນາງ ຍ່າງຈູງລົດຖີບຂ້າມທາງຢູ່ນັ້ນ. ບໍລິສັດ ໄດ້ເອົາບາດກ້າວໃໝ່ ໃນເດືອນກໍລະກົດ
ໄປສູ່ການເລີ້ມຕົ້ນໃໝ່ ໃນການທົດລອງລົດ ໃນນະຄອນພິສ ເບີກ ໂດຍນຳເອົາພວກລົດ
ທີ່ຂັບດ້ວຍຕົວມັນເອງ ລົງກັບຄືນສູ່ຫົນທາງ ໃນລະບົບທີ່ຂັບດ້ວຍມື.

ໂຕໂຢຕ້າໄດ້ລະມັດລະວັງກ່ຽວກັບວິທີການນຳໃຊ້ລົດຂັບດ້ວຍຕົນເອງ ແລະໄດ້ເພັ່ງເລັງ
ໃສ່ລະບົບທີ່ເປັນອິດສະຫຼະສ່ວນນຶ່ງ. ແຕ່ແນວໃດກໍຕາມ ທາງບໍລິສັດ ກ່າວວ່າ ຕົນມີ
ແຜນທີ່ຈະທົດລອງລົດໄຟຟ້າທີ່ຂັບດ້ວຍຕົນເອງ ປະມານໃນປີ​ 2020.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG