ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທຶນສົ່ງເສີມການທ່ອງທ່ຽວ ໃນລາວ ຂາດແຄນເງິນທຶນທີ່ຈະນໍາໃຊ້ ໃນການປັບປຸງສິ່ງອໍານວຍຄວາມສະດວກ ເພື່ອຮອງຮັບປີການທ່ອງທ່ຽວ


ງານບຸນຊ້າງ ຢູ່ແຂວງໄຊຍະບູລີ ເຊິ່ງເປັນແຂວງທາງພາກຕາເວັນຕົກສ່ຽງເໜືອຂອງ ສປປ ລາວ.
ງານບຸນຊ້າງ ຢູ່ແຂວງໄຊຍະບູລີ ເຊິ່ງເປັນແຂວງທາງພາກຕາເວັນຕົກສ່ຽງເໜືອຂອງ ສປປ ລາວ.

ກອງທຶນສົ່ງເສີມການທ່ອງທ່ຽວໃນລາວ ຂາດແຄນເງິນທຶນທີ່ຈະນໍາໃຊ້ ໃນການປັບປຸງສິ່ງອໍານວຍຄວາມສະດວກ ເພື່ອຮອງຮັບປີການທ່ອງທ່ຽວ 2024 ທີ່ຈະດຶງດູດຊາວຕ່າງຊາດ ໃຫ້ໄດ້ເຖິງ 2.7 ລ້ານຄົນນັ້ນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດໃນພາກບໍລິການແລະທ່ອງທ່ຽວ ໃຫ້ທັດສະນະວ່າ ການທີ່ລັດຖະບານ ລາວໄດ້ວາງເປົ້າໝາຍ ທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ບໍ່ໜ້ອຍກວ່າ 2.7 ລ້ານຄົນ ເພື່ອຈະສ້າງລາຍຮັບໃນພາກທຸລະກິດບໍລິການ ໃຫ້ໄດ້ເຖິງ 400 ລ້ານໂດລາ ໃນຕະຫຼອດປີທ່ອງທ່ຽວລາວ 2024 ຈະບໍ່ສາມາດບັນລຸເປົ້າໝາຍໄດ້ເລີຍ ຖ້າຫາກວ່າບໍ່ມີງົບປະມານສໍາລັບນໍາໃຊ້ໃນການພັດທະນາປັບປຸງສິ່ງ ອໍານວຍຄວາມສະດວກຕ່າງໆທີ່ຊຸດໂຊມເປັນຈໍານວນຫຼາຍໃນປັດຈຸບັນນີ້ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ-ຂົນສົ່ງ ແລະລະບົບພື້ນຖານໂຄງລ່າງທີ່ຢູ່ໃນສະຖານທີ່ທ່ອງທ່ຽວຕ່າງໆນັ້ນ ກໍຄືພາກສ່ວນທີ່ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ ທັງຍັງຈະຕ້ອງໄດ້ຮັບການສະໜັນສະໜູນດ້ານງົບປະມານຈາກລັດຖະບານເປັນດ້ານຫຼັກອີກດ້ວຍ ເພາະວ່າກອງທຶນເພື່ອສົ່ງເສີມການທ່ອງທ່ຽວແຫ່ງຊາດ ບໍ່ມີເງິນທຶນເຫຼືອຢູ່ເລີຍໃນປັດຈຸບັນ ອັນເປັນຜົນກະທົບ ຈາກການລະ ບາດຂອງພະຍາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ເຊິ່ງເຮັດໃຫ້ບັນດາບໍລິສັດທີ່ດໍາເນີນທຸລະກິດບໍລິການ ແລະທ່ອງທ່ຽວໃນທົ່ວປະເທດບໍ່ມີເງິນສໍາລັບສົມທົບເຂົ້າກອງທຶນເລີຍ ນັບແຕ່ປີ 2020 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ສໍາລັບການກະກຽມເປີດປີທ່ອງທ່ຽວນີ້ກະຖືວ່າເປັນບັນຫາຫຍຸ້ງຍາກກໍຄື ສະພາບເສດຖະກິດຫັ້ນແຫຼະ ເພາະວ່າເຮົາສິໄປຊຸກຍູ້ບັນດາຜູ້ປະກອບການໃຫ້ເຂົາປັບປຸງໃຫ້ຮອງຮັບໃຫ້ມັນດີຂຶ້ນກ່ອນເກົ່າ ກະມີບັນຫາດ້ານເສດຖະກິດ ເຂົາເຈົ້າກໍມີຄວາມຫຍຸ້ງຍາກ, ແລະອັນທີສອງ ຜ່ານມາເຮົາໄດ້ມີກອງທຶນທ່ອງທ່ຽວເນາະ ແຕ່ວ່າປັດຈຸບັນນີ້ໄດ້ຖືກໂຈະມາແຕ່ໂຄວິດເກີດຂຶ້ນພຸ້ນ ມາຮອດປັດຈຸບັນນີ້ກະຖືວ່າ ບໍ່ມີງົບໂຕນີ້ ໄປກະຕຸກຊຸກຍູ້ໃສ່ວຽກງານໃນການໂຄສະນາ ຄັນວ່າເຮົາມີງົລປະມານໂຕນີ້ ກະສິເຮັດໃຫ້ການກະກຽມ ທີ່ມີຄວາມສະດວກຍິ່ງຂຶ້ນເນາະ.”

ທັ້ງນີ້ ການລະບາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ໄດ້ສົ່ງຜົນກະທົບຕໍ່ທຸລະກິດບໍລິການ ແລະທ່ອງທ່ຽວໃນລາວຢ່າງໜັກໜ່ວງ ໂດຍເຮັດໃຫ້ບໍລິສັດທ່ອງທ່ຽວໄດ້ຢຸດກິດຈະການເກືອບທັງໝົດ ແລະໄດ້ເລີກຈ້າງແຮງງານເກືອບທັງໝົດເຊັ່ນກັນ ຈຶ່ງເຮັດໃຫ້ທຸລະກິດບໍລິການ ແລະທ່ອງທ່ຽວໃນລາວ ຕ້ອງປະເຊີນກັບບັນຫາຂາດເຂີນບຸກຄະລາກອນຢ່າງຫຼວງຫຼາຍໃນໄລຍະທີ່ຜ່ານມາ ຫາກແຕ່ບັນຫາເຫຼົ່ານີ້ກໍໄດ້ຮັບການແກ້ໄຂໃຫ້ກັບຄືນສູ່ສະພາວະທີ່ເກືອບຈະເປັນປົກກະຕິໃນທຸກໆດ້ານແລ້ວໃນເວລານີ້ ເຊິ່ງກໍເຊັ່ນດຽວກັນກັບການກຽມຄວາມພ້ອມໃນດ້ານການຈັດງານເທດສະການ ແລະກິດຈະກໍາຕ່າງໆ ທັງໃນລະດັບຊາດແລະໃນລະດັບແຂວງ ເພື່ອຕ້ອງຮັບນັກທ່ອງທ່ຽວໃນຕະຫຼອດປີທ່ອງທ່ຽວລາວ 2024 ທັງຍັງໄດ້ວາງເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດໃຫ້ໄດ້ເພີ້ມຂຶ້ນໃນປີ 2025 ອີກດ້ວຍ, ດັ່ງທີ່ ທ່ານນາງສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວ ໄດ້ຖະແຫຼງຢືນຢັນວ່າ:

“ໃນປີ 2024 ຄາດຄະເນວ່າ ຈະມີນັກທ່ອງທ່ຽວສາກົນເດີນທາງເຂົ້າມາທ່ອງທ່ຽວ ສປປ ລາວ ປະມານ 2.7 ລ້ານເທື່ອຄົນ ແລະໃນປີ 2025 ຈະບັນລຸໄດ້ເຖິງ 2.9 ລ້ານເທື່ອຄົນ ເພື່ອເຮັດໃຫ້ການປະຕິບັດແຜນກິດຈະກໍາທ່ອງທ່ຽວລາວປີ 2024 ໃນບັນລຸຕາມລະດັບຄາດໝາຍກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວ ຈະສຸມໃສ່ປັບປຸງສິ່ງອຳນວຍຄວາມສະດວກ ແລະສ້າງແຫຼ່ງທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ປັບປຸງຄຸນນະພາບການບໍລິການ ໃນຂະແໜງການທ່ອງທ່ຽວ ແລະຮັບປະກັນຄວາມປອດໄພ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼງຂ່າວ-ວັດທະນະທໍາແລະທ່ອງທ່ຽວ ຢືນ ຢັນວ່າ ລັດຖະບານລາວຈະເລັ່ງດໍາເນີນການພັດທະນາທຸລະກິດພາກບໍລິການ ແລະທ່ອງທ່ຽວໃຫ້ໄດ້ລະດັບມາດຕະຖານສາກົນໃຫ້ໄວທີ່ສຸດ ເພາະຄາດຫວັງວ່າ ນັກທ່ອງທ່ຽວຕ່າງຊາດຈະເດີນທາງມາລາວຫຼາຍຂຶ້ນ ໂດຍສະເພາະພາຍຫຼັງຈາກທີ່ສາມາດຄວບຄຸມການລະບາດໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ວັນທີ 13 ເມສາ 2023 ເປັນຕົ້ນມາແລ້ວນັ້ນ ຍ່ອມຈະສົ່ງຜົນດີຕໍ່ປີທ່ອງທ່ຽວລາວ 2024 ອີກທັງຍັງເປັນປີທີ່ລັດຖະບານລາວເປັນປະທານກຸ່ມອາຊຽນ ເຊິ່ງຈະຕ້ອງຈັດກອງປະຊຸມສຸດຍອດຜູ້ນໍາອາຊຽນ ແລະກອງປະຊຸມລະດັບລັດຖະມົນຕີ ລວມເຖິງກິດຈະກໍາຕ່າງໆໃນຕະຫຼອດປີ 2024ນໍາແລ້ວ ຈຶ່ງຕ້ອງກຽມພ້ອມທຸກດ້ານໃຫ້ສໍາເລັດພາຍໃນທ້າຍປີ 2023 ນີ້.

ໃນນີ້ ໂດຍການລະບາດຂອງພະຍາດໂຄວິດ-19 ໃນຊ່ວງປີ 2020-2022 ໄດ້ສົ່ງຜົນກະທົບເຮັດໃຫ້ພາກທຸລະກິດບໍລິການ ແລະທ່ອງທ່ຽວໃນລາວ ຕ້ອງສູນເສຍລາຍຮັບເກີນກວ່າ 700 ລ້ານໂດລາຕໍ່ປີ ທັງຍັງເຮັດໃຫ້ຫົວໜ່ວຍທຸລະກິດຈໍານວນຫຼາຍ ຕ້ອງຂໍເລື່ອນຊໍາລະໜີ້ໃຫ້ກັບທະນາຄານເປັນເວລາຮອດ 3 ປີຕິດຕໍ່ກັນ ແລະເຮັດໃຫ້ມີການເລີກຈ້າງແຮງງານໃນລາວຫຼາຍກວ່າ 6 ແສນຄົນ.

XS
SM
MD
LG