ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕົວ ​ມົວ ​​ນັກ​ສະ​ແດງ​ຮູບ​ເງົາ ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ ເຜົ່າ​ມົ້ງ ເລົ່າ​ສູ່​ຟັງ ກ່ຽວ​ກັບ​ບົດ​ບາດ​ຂອງ​ລາວ ໃນ​ເລື່ອງ ມູ​ລານ


​ທ້າວ​​ຕົວ ມົວ ​ເຄີຍ​ສ​ະ​ແດງ​ຢູ່​ໃນ​ຮູບ​ເງົາ​ເລື້ອງ Gran Torino ປີ 1998 ມາ​ແລ້ວ. ບັດ​ນີ້​ໄດ້​ສະ​ແດງ​ ຢູ່​ໃນຮູບ​ເງົາເລື້ອງມູ​ລານ (Mulan) ​ທີ່ຈະ​ອອກ​ສາຍ ​ຢູ່​ຕາມ​ໂຮງ​ຮູບ​ເງົາ​ທົ່ວ​ໂລກ​ ໃນ​ວັນທີ 27 ​ມີ​ນາ 2020 ນີ້.
​ທ້າວ​​ຕົວ ມົວ ​ເຄີຍ​ສ​ະ​ແດງ​ຢູ່​ໃນ​ຮູບ​ເງົາ​ເລື້ອງ Gran Torino ປີ 1998 ມາ​ແລ້ວ. ບັດ​ນີ້​ໄດ້​ສະ​ແດງ​ ຢູ່​ໃນຮູບ​ເງົາເລື້ອງມູ​ລານ (Mulan) ​ທີ່ຈະ​ອອກ​ສາຍ ​ຢູ່​ຕາມ​ໂຮງ​ຮູບ​ເງົາ​ທົ່ວ​ໂລກ​ ໃນ​ວັນທີ 27 ​ມີ​ນາ 2020 ນີ້.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ປະ​ຈຳ​ແລງວັນ​ພະ​ຫັດ
​ມື້ນີ້ເຮົາ​ຈະພາ​ທ່ານ​ໄປ​ຮູ້​ຈັກ ​ກັບທ້າວ​ຕົວ ມົວ ຄົນອາ​ເມ​ຣິ​ກັນເຊືິ້ອ​ສາຍ​ລາວເຜົ່າ​ມົ້ງ
ທີ່ສະ​ແດງເປັນໂຕ​ປະກອບ​ຢູ່​ໃນຮູບ​ເງົາເລື້ອງ “ມູ​ລານ” ສ້າງ​ໂດຍບໍ​ລິ​ສັດ​ໂຮ​ລີ​ວູດ ທີ່
ຈະນຳ​ອອກ​ສາຍ​ຢູ່​ຕາມ​ໂຮງ​ຮູບ​ເງົາຕ່າງໆຢູ່ທົ່ວໂລກໃນ​ເດືອນ​ມີນາ ​ຈະ​ມາ​ເຖິງ​ນີ້.
ນະ​ວະນະຍາຍ​ເລື້ອງ​ມູ​ລານ ແລະ​ຄວ​າມ​ເປັນ​ມາ​ ຂອງ ທ້າວ​ຕົວ ມົວ ເປັນຢ່າງ​ໃດ​
ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

​ຮົວ ມູ​ລານ (Hua Mulan) ແມ່ນ​ຊື່​ນັກ​ລົບແມ່​ຍິງຈີນ ຢູ່​ໃນ​ນະ​ວະ​ນິ​ຍາຍໂບ​ຮານ. ນິ
​ທານເລື້ອງ​ນີ້ ​ຂຽນ​ໄວ້ຢູ່ໃນ​ກາບກອນຂອງ​ຈີນ ​ທີ່ເວົ້າວ່າ ​ນາງຮົວ​ ມູ​ລານ ໄດ້​ປ​ອມ
​ໂຕ​ເປັນ​ຜູ້​ຊາຍ ເພື່ອ​ເຂົ້າໄປ​ເປັນ​ທະ​ຫານ​ແທນ​ພໍ່​ຂອງ​ນາງທີ່​ຖືກ​ເກນ ແ​ລະ​ກໍເຖົ້າ​ແກ່​
ແລ້ວ. ນາງມູລ​ານ ໄດ້​ສູ້​ລົບຢູ່ເປັນ​ເວ​ລາສິບ​ສອງ​ປີ ໄດ້​ຮັບ​ກຽດ​ຕິ​ຍົດສູງ ແຕ່​ວ່າ​ນາງ
ປະ​ຕິ​ເສດບໍ່​ຮັບ​ເອົາ​ລາງ​ວັນ​ໃດໆ ແລະ​ຕໍ່​ມາໄດ້ອອກບຳ​ນານ​ມາຢູ່​ບ້ານ​ຂອງລາວ.
ນິ​ທານ​ໂບຮານ​ດັ່ງກ່າວ​ນີ້ ໄດ້​ກາຍ​ມາ​ເປັນ​ເລື້ອງ​ທີ່ຕື່ນ​ເຕັ້ນ​ຢູ່​ໃນ​ສະ​ໄໝ​ໃໝ່. ບໍ​ລິ​ສັດ
ສ້າງ​ຮູບເງົາໂຮ​ລີ​ວູດ (Holly Wood) ຂອງສະ​ຫະ​ລັດ ເຄີຍໄດ້​ສ້າງ​ຮູບ​ເງົ​າ​ກາ​ຕູນ
​ເລື້ອງ​ນີ້​ຂຶ້ນ​ມາເປັນເທື່ອ​ທຳອິດ ແລະ​ໄດ້ນຳ​ອອກສາຍສູ່​ສາຍ​ຕາ ໃນ ລະ​ດູ​ຮ້ອນ​ປີ
1998 ຢູ່ໃນ​ທົ່ວໂລກ.

ໂປ​ສ​ເຕີ ຮູບ​ເງົາ​ເລື້ອງ​ມູລານ ສ້າງ​ໂດຍ​ດິ​ສ​ນີ ຂອງໂຮ​ລີ​ວູດ ຈະ​ອອກສູ່​ສາຍ​ຕາ​ໃນ​ເດືອນ​ມີ​ນາ ປີ 2020 ນີ້.
ໂປ​ສ​ເຕີ ຮູບ​ເງົາ​ເລື້ອງ​ມູລານ ສ້າງ​ໂດຍ​ດິ​ສ​ນີ ຂອງໂຮ​ລີ​ວູດ ຈະ​ອອກສູ່​ສາຍ​ຕາ​ໃນ​ເດືອນ​ມີ​ນາ ປີ 2020 ນີ້.

ຫຼັງ​ຈາກ​ນັ້ນ​ມາເປັນ​ເວ​ລາ 12 ປີ ​ໂຮ​ລີ​ວູດ​ ໄດ້ກັບ​ຄືນ​ມາ​ສ້າງຮູບ​ເງົາເລື້ອງ “ມູ​ລານ” ​ນີ້​ຄືນໃໝ່ອີກ​ ແຕ່​ເທື່ອ​ນີ້ໄດ້ເອົາຄົນ​ມາເປັ​ນ​ໂຕສະ​ແດງ. ​ຢູ່​ໃນຮູບ​ເງົາ​ເລື້ອງມູ​ລານ​ນີ້ມີ​ຄົນ
ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ​ເຜົ່າ​ມົ້ງຄົນ​ນຶ່ງຊຶ່​ວ່າ ທ້າວ​ຕົວ ມົວ ປັດ​ຈຸ​ບັນ ອາ​ຍຸ 33 ປີ. ລາວ
ເກີດ​ຢູ່​ສູນ​ອົບ​ພະ​ຍົບ​ປະ​ເທດ​ໄທໃນ​ປີ 1987 ບ່ອນ​ທີ່​ພໍ່​ແມ່​ຂອງ​ລາວ​ ໄດ້​ຫລົບ​ໜີ​ສົງ​ຄາມ
ຈາກ​ປະ​ເທດ​ລ​າວໃນ​ຊຸມ​ປີ 1975​. ເວ​ລາ​ທ້າວ​ຕົວ ມົວ ອາ​ຍຸໄດ້ 6 ເດືອນ ຄອບ​ຄົວຂອງ​
ລາວ​ໄດ້ເຂົ້າ​ມາຕັ້ງ​ຖິ່ນ​ຖານ​ຢູ່ລັດ​ມິນ​ເນ​ໂຊ​ຕາ ທາງ​ພາກ​ກາງ​ຂອງ​ສະ​ຫະ​ລັດ. ທ້າວ​ຕົວ
ມົວ ເວົ້າ​ວ່າ ລາວແມ່ນ​ຄົນເຊື້ອ​ສາຍ​ລາວ ເພາະວ່າພໍ່​ແມ່​ຂອງ​ລາວ​ເກີດ​ໃຫຍ່​ຢູ່​ໃນ​ປະ​
ເທດ​ລາວ. ທ້າວ​ຕົວ ມົວ ບໍ່​ສາ​ມາດ​ເວົ້າ​ພາ​ສາ​ລາວ​ໄດ້ດີ ແຕ່​ມີ​ຄວາມ​ຮູ້​ກ່ຽວ​ກັບ​ປະ​ຫວັດ
​ສາດຄວ​າມ​ເປັນ​ມາ​ຂອ​ງລາວ ແລະການ​ຍົກ​ຍ້າຍ ຊຶ່ງ​ລາວ​ໄດ້​ກ່າວ​ເປັນ​ພາ​ສາ​ອັງ​ກິດ
​ໃນ​ເບື້ອງ​ຕົ້ນ​ສູ່ ວີ​ໂອ​ເອ ​ຟັງດັ່ງ​ນີ້:

“ຂ້າ​ພະ​ເຈົ້າ​ມີ​ເຊື້ອ​ສາຍມາ​ຈ​າກລາວເຜົ່າ​ມົ້ງ​ ເກີດ​ຢູ່​ປະ​ເທດ​ໄທ ເຂົ້າ​ມາ​ສະ​ຫະ​ລັດ​
ເວ​ລາ​ອາ​ຍຸໄດ້ 6 ເດືອນ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ເຕີບ​ໃຫຍ່​ຢູ່​ໃນ​ສະ​ຫະ​ລັດ ພໍ່​ແມ່ ປ້າ
ແລະ​ລູງ​ໄດ້​ມາ​ພ້ອ​ມ​ກັນ. ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ເກີດ​ໃຫຍ່​ຢູ່​ໃນ​ປະ​ເທດ​ລາວ. ເ​ນື່ອງ​
ຈາກ
ໄພສົງ​ຄາມເຂົາ​ເຈົ້າໄດ້​ຫລົບ​ໜີ​ໄປ​ຢູ່​ປະ​ເທດ​ໄທ ບ່ອນ​ທີ່​ຂ້າ​ພະ​ເຈົ້າໄດ້​ເກີດ​ຢູ່
ສູນ​ອົບ
​ພະ​ຍົບ​. ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ມາ​ຈາກ​ແຂວງ​ຫຼວງ​ພະ​ບາງ.”

ຊ​າວອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ເຜົ່າ​ມົ້ງ ໄດ້​ມີບົດ​ບາດ​ອັນ​ສຳ​ຄັນຫຼາຍໆ​ຢ່າງ​ຢູ່​ໃນ​ສະ​ຫະ
​ລັດອາ​ເມ​ຣິ​ກາ ໂດຍ​ສະ​ເພາະດ້ານ​ທະ​ຫານ ດ້ານການ​ສຶກ​ສາ ການ​ປົກ​ຄອງ ແລະ​ສິນ
ລະ​ປະ ແລະ​ອື່ນໆ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ອີກ​ຢ່າງ​ນຶ່ງ​ນັ້ນ​ກໍ​ຄື ການ​ເປັນ​ນັກ​ສະ​ແດງ​ຢູ່​ວົງ​ການ
ໂຮ​ລີ​ວູດດັ່ງ​ທີ່ ​ທ້າວ​ຕົວ ມົວ ກ່າວ​ສູ່​ວີ​ໂອ​ເອ​ຟັງ​ວ່າ:

“ຂ້າ​ພະ​ເຈົ້າ​ເຂົ້າ​ໂຮງ​ຮຽນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລແມຣີ​ມາວ ແມນ​ຮັດ​ຕັນ (Marymount Manhattan College) ທີ່​ນະ​ຄອນ​ນິ​ວຢອ​ກ. ຂ້າ​ພະ​ເຈົ້າຮຽນ​ວິ​ຊາ ຈິດ​ຕະ​ວິ​ທະ​ຍາ (Psychology) ແລະ​ສື່​ສານ (Communication) ນອກ​ຈາກ​ນັ້ນ​ກໍ​ຍັງໄດ້​ເຂົ້າ​ໂຮງ​
ຮຽນເປັນ​ນັກ​ສະ​ແດງ​ ຢູ່​ນະ​ຄອນ​ນິວຢອກ. ໃນ​ເວ​ລາທີ່​ເປັນ​ນັກ​ສຶກ​ສາ​ຢູ່ນັ້ນ ຂ້າ​ພ​ະ
ເຈົ້າ
ຕ້ອງ​ໄດ້ເຮັດ​ວຽກ​ຫຼາຍໆ​ຢ່າງ​ ເພື່ອ​ຫາ​ເງິນຊ່ວຍ​ຕົນ​ເອງ​ເປັນ​ຄ່າ​ໃຊ້​ຈ່າຍຕ່າງໆ​.
ຂ້າ​ພະ​ເຈົ້າເຄີຍ​ເຮັດ​ວຽກເປັນ​ຄົນ​ເສີບອາ​ຫານ ເຮັດ​ວ​ຽກເລ​ຂາ​ນຸ​ການ ເຮັດ​ວຽກ​ຢູ່​
ບ່ອນ​ອອກ​ກຳ​ລັງ​ກາຍ ແລະ​ອື່ນໆ. ​ກ່ຽວ​ກັບດ້ານການ​ສຶກ​ສາ​ ພໍ່ແມ່​ຂອງ​ຂ້າ​ພະ​ເຈົ້າ​
ບໍ່
ຄ່ອຍ​ເຂົ້າ​ໃຈ​ນຳພວກ​ພໍ່​ແມ່​ສ່ວນ​ຫຼາຍ​ຢາກ​ໃຫ້​ລູກ​ເຕົ້າ​ເຂົາ​ເຈົ້າ​ຮຽນ​ເປັນ​ນາຍ​ໝໍ ​
ທະ​ນາຍ
ຄວາມ ແລະນາ​ຍ​ຄູເຫລົ່າ​ນີ້​ເປັນ​ຕົ້ນ. ຂັ້ນ​ທຳ​ອິດນັ້ນພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ
​ບໍ່​ເຂົ້າ​ໃຈ​ນຳການ​ຮຽນ​ຂອງ​ຂ້າ​ພະ​ເຈົ້າ ​ຈົນ​ກວ່າວ່າ ຂ້າ​ພະ​ເຈົ້າ​ໄດ້​ປາ​ກົດ​ໂຕ​ຢູ່​ໃນ​
ໂທ​ລະ​ພາບ
ແລະ​ຮູບ​ເງົາ. ຮູບ​ເງົາ​ໃຫຍ່ທີ່​ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ຮ່ວມ​ກັບທ່ານຄ​ລິນ
ອິ​ສວູດ
ໃນ​ເລື້ອງແກ​ຣນ ໂຕ​ຣິ​ໂນ(Gran Torino) ໃນ​ເດືອນ​ທັນ​ວາ ປີ 2008. ຂ້າ
​ພະ​ເຈົ້າ
ໄດ້​ສະ​ແດງ​ເປັນ​ໝູ່​ຂອງຄົນຮ້າຍ ແລະ​ນັ້ນ​ແມ່ນ​ຮູບ​ເງົາ​ໃຫຍ່​ທີ່​ຂ້າ​ພະ​ເຈົ້າ​ໄດ້​
ສະ​ແດງ
ນອກ​ນັ້ນ​ກໍ​ຍັງໄດ້​ສະ​ແດງ​ຮູບ​ເງົານ້ອຍໆ ພ້ອມ​ດ້ວຍ​ດາ​ຣາ​ໂຮ​ລີ​ວູດ ຢູ​ໃນ
ລາຍ​ການ
ທາງໂທ​ລະ​ພາ​ບ. ເພາະ​ສະ​ນັ້ນ ເວ​ລາ​ທີ່​ເປັນ​ນັກ​ສະ​ແດງ​ໜຸ່ມ​ນ້ອຍ ຂ້າ​ພະ​
ເຈົ້າຕ້ອງ​ໄດ້ເຮັດ​ທຸກ​ຢ່າງ​ເພື່ອສ້າງ​ບັນ​ທຶກປະ​ສົບ​ການ​ ການສະ​ແດງເອົາໄວ້."​

ທ້າວ​ຕົວ ມົວ ໄດ້​ກ່າວ​ເຖິງ​ປະ​ສົບ​ການ​ ຂອງ​ການ​ສະ​ແດງຮູບ​ເງົາ​ສູ່​ຟັງ​ວ່າ:

“ຢູ່​ໃນ​ຮູບ​ເງົ​າ ມີ​ໝູ່​ຂອງ​ນາງ​ມູລານ​ຄົນ​ນຶ່ງ ​ຊື່​ວ່າ ໂພ ລາວ​ເປັນ​ຄົນ​ໃຫຍ່​ສູງ ແລະ​ນັ້ນ​
ແມ່ນ​ຜູ່​ທີ່​ຂ້າ​ພະ​ເຈົ້​າ​ຫຼິ້ນ​ເປັນ​ໂຕ​ສະ​ແດງ. ຂ້າ​ພະ​ເຈົ້າ​ຕ້ອງ​ເຮັດ​ໃຫ້​ໂຕ​ເອງ​ຕູ້ຍ​ຂຶ້ນ​ອີກ
ກວ່າ​ເກົ່າປະ​ມານ 20 ກິ​ໂລ. ຂ້າ​ພະ​ເຈົ້າ​ຕ້ອງ​ກິນໃຫ້​ຫຼາຍໆ ກິນ​ທຸກ​ຢ່າງ​ເພື່ອ​ໃຫ້​ມີ​ນ້ຳ
​ໜັກ​ຕູ້ຍ​ຂຶ້ນ ຕ້ອງ​ໄດ້​ເຝິກ​ຫັດ​ຄື​ທະ​ຫານ ຮຽນ​ວິ​ຊາ​ປ້ອງ​ກັນ​ໂຕ ແລະ​ຫຼັງ​ຈາກ​ນັ້ນ ​ກໍ​ໄດ້
​ເຮັດ​ໃຫ້​ນໍ້​າ​ໜັກ​ລົງ ພວກ​ເຮົ​າ​ຕ້ອງ​ເຮັດ​ແບບ​ນີ້​ທຸກໆ​ມື້. ​ຕາມ​ປົກ​ກະ​ຕິ​ແລ້ວ ​ຂ້າ​ພະ​ເຈົ້າ​
ມີ​ນ້ຳ​ໜັກ​ປະ​ມານ 81 ກິ​ໂລ ແລະ​ຕ້ອງເຮັດ​ໃຫ້ຕູ້ຍ​ຂຶ້ນ​ເຖິງ ປະ​ມານ 108 ກິ​ໂລ. ຫຼັ
ງ​ຈາກ​ນັ້ນ ການ​ເຮັດ​ໃຫ້​ຮ່າງກາຍ​ຫລຸດ​ຄວາມ​ອ້ວນ​ລົງ ຕ້ອງ​ໄດ້​ໃຊ້​ເວ​ລາ​ອີກ ໜ້ອຍ​ນຶ່ງ.”

ໃນ​ການ​ຖ່າຍ​ທຳ​ຮູບ​ເງົາ​ທີ່​ຍິ່ງ​ໃຫຍ່ ເຂົາ​ເຈົ້າ​ຕ້ອງ​ໄດ້​ຊອກ​ຫາ​ສາກ ອັນ​ເປັນສະ​ຖານ​ທີ່​
ໃຫ້​ເຂົ້າ​ກັບ​ບັນ​ຍາ​ກາດ​ຂອງ​ເລື້ອງ ຊຶ່ງ​ທ້າວ​ຕົວ ມົວ ກ່າວ​ເຖິງ​ຕອນ​ນີ້​ວ່າ :

“ພວກ​ເຮົາ​ໄດ້​ໄປ​ຖ່າຍ​ທຳ​ຢູ່​ປະ​ເທດ​ນິວ​ຊີ​ແລນ​ໃນ​ປີ 2018 ໃຊ້​ເວ​ລາ​ຢູ່ທີ່​ນັ້ນ ເຈັດ​
ເດືອນແມ່​ຍິງ​ຜູ້ສະ​ແດງ​ເປັນ​ມູ​ລານ​ນັ້ນ ເປັນ​ຄົນ​ມາ​ຈາກ​ປະ​ເທດ​ຈີນ. ຄື​ດັ່ງບັນ​ພະ​
ບູ​ລຸດຂອງພວກ​ເຮົາທີ່ໄດ້ພາ​ກັນໜີ​ອອກ​ມາ​ຈາກ​ປະ​ເທດ​ຈີນ ຊຶ່ງຊາວ​ຈີນ​ຮ້ອງພວກ
​ເຮົາ​ວ່າ​ແມ້ວ ທີ່​ໄດ້​ຍົກ​ຍ້າຍພ່າຍ​ໜີ​ຈາກ​ສົງ​ຄາມ ແລ້ວແຍກຍ້າຍ​ກັນ​ໄປ​ຢູ່​ລາວ ໄທ
ຫວຽດ​ນາມ ແລະກຳ​ປູ​ເຈຍ.ຮູບ​ເງົາ​ເລື້ອງ​ນີ້​ມີ​ແຕ່​ຄົນ​ເອ​ເຊຍ​ ຊຶ່ງ​ໂຕສະ​ແດງ​ຜູ້​ສຳ​

ຄັນ ທີ່​ມີ​ຢູ່​ປະ​ມານ 20 ຄົນ ແຕ່​ວ່າໂຕ​ປະ​ກອບ ​ສ່ວນ​ໃຫຍ່​ນັ້ນ​ ມີ​ຢູ່ກວ່າ​ພັນ​ຄົນ.
ເພາະສະ​ນັ້ນ
ຮູບ​ເງົາ​ເລື້ອງ​ມູ​ລານ​ນີ້ ເປັນ​ການ​ສ້າງຮູບເງົາທີ່​ໃຫຍ່.”

“ສາກ​ສະ​ແດງ​ສ່ວນ​ນຶ່ງ​ຢູ່​ປະ​ເທດ​ຈີນ ລັດ​ຄາ​ລີ​ຟໍ​ເນຍ ແລະ 90 ເປີ​ເຊັນ​ນັ້ນ​ແມ່ນ​ຢູ່​
ປະ​ເທດນິວ​ຊີ​ແລນ ທີ່​ມີ​ບ່ອນ​ຖ່າຍ​ທຳ​ຢູ່​ສອງ​ເກາະ​ຄື​ເກາະ​ເໜືອ ແລະ​ເກາະ​ໃຕ້ ທີ່​
ພວກ​ເຮົາ​ຕ້ອງໄດ້​ທຽວໄປທຽວ​ມາ. ໃນ​ນາມ​ເປັນ​ຊາວ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້

ຂ້າ​ພະ​ເຈົ້າມີຄວາມ​ພາກ​ພູມ​ໃຈ ແລະມ່ວນ​ຊື່ນທີ່​ໄດ້ສະ​ແດງ ເພາະ​ວ່າ​ພວກ​ເຮົາ​ບໍ່
ຄ່ອຍ​ມີ​ໂອ​ກາດ​ແບບ​ນີ້.ຂ້າ​ພະ​ເຈົ້າ​ພ້ອ​ມ​ດ້ວຍ​ຜູ້​ກຳ​ກັບ​ການ​ສະ​ແດງ ຜູ້​ສ້າງຮູບ​ເງົາ
ແລະຜູ້​ເລືອກ​ນັກ​ສະ​ແດງໄດ້​ເຫັນ​ຄວາມ​ສຳ​ຄັນຂອງ​ບັນ​ທຶກການ​ສ້າງ​ປະ​ຫວັດ​ສາດ
ຮູບ​ເງົາເລື້ອງ​ນີ້ໄວ້​ໃຫ້​ຄົນ​ຮູ້​ຕະ​ຫຼອດ​ໄປ.

ຫຼັງ​ຈາກ​ຮູບ​ເງົາ​ເລື້ອງ​ມູ​ລານ​ຈົບ​ລົງ​ໄປ​ແລ້ວ ຈະ​ມີ​ການ​ສ້າງ​ຮູ​ບເງົາເລື້ອງ​ໃໝ່​ອີກ​ຢູ່​ທີ່​ລັດ​
ມິນ​ເນໂຊ​ຕາ ​ໃນລະ​ດູ​ໃບ​ໄມ້​ຫລົ່ນ​ປີ​ນີ້ ​ເລື້ອງ “Harvest” ຫຼື​ເກັບ​ກ່ຽວ ຊຶ່ງ​ເປັນ​ເລື້ອງ​ກ່ຽວ​
ກັບ “ຄວາມ​ສຳພັນ​ສຳ​ພັນ​ຂອງ​ພໍ່” ທີ່​ຈະ​ຖ່າຍ​ທຳ​ຢູ່​ໃນ​ລັດ​ມິນ​ເນ​ໂຊ​ຕາ​ ທີ່​ຈະ​ມີປະ​ຊາ​ຄົມ
​ມົ້ງ ລາວ ແລະ​ໄທ​ເຂົ້າ​ຮ່ວມ ເພາະ​ວ່າ​ຢູ​ທີ່​ນີ້ ​ມີ​ປະ​ຊາ​ຊົນ​ເອ​ເຊຍ​ຫຼາຍ ແລະ​ຮູບ​ເງົານີ້
ເປັນ​ການ​ສ້າງ​ຂອງ​ໂຮ​ລີ​ວູດ ແຕ່​ເປັນ​ຮູບ​ເງົາ​ຂະ​ໜາດ​ນ້ອຍ.

ທ້າວ​ຕົວ ມົວ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ລາວ​ແມ່ນ​ຄົນ​ລາວ ເພາະ​ວ່າ​ພໍ່​ແມ່​ອ້າຍ​ນ້ອງ​ຂອງ​ລາວ
ມ​າ​ຈ​າກ​ປະ​ເທດ​ລາວ ລາວ​ມັກ​ອາ​ຫານ​ລາວ ແຕ່​ບໍ່​ສາ​ມາດ​ປາກ​ພາ​ສາ​ລາວ​ໄດ້​ດີ​ເທົ່າ​ທີ່​ຄວນ.

XS
SM
MD
LG