ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ Rob Ford ຍອມຮັບວ່າ ທ່ານເສບ ຢາໂຄເຄນ ແທ້ (ວີດີໂອ)


ທ່ານເຈົ້າຄອງນະຄອນ Rob Ford
ທ່ານເຈົ້າຄອງນະຄອນ Rob Ford
ເຈົ້າ​ຄອງ​ນະຄອນ Toronto ທ່ານ Rob Ford ນັ້ນ​ໄດ້​ກ່າວ​
ຂໍ​ຂະ​ມາ​ໂທດ​ຕໍ່​ຊາວ​ກາ​ນາ​ດາ ຫຼັງ​ຈາກ​ທີ່​ໄດ້ຍອມຮັບ​ວ່າໄດ້
ເສບ​ຢາ​ໂຄ​ເຄນ ນັ້ນ​ແທ້.

ທ່ານ Ford ​ໄດ້​ກ່າວ​ອອກ​ມາພ້ອມ​ທັງ​ນໍ້າ​ຕາຄໍ​ໜ່ວຍ​ ໃນ​ວັນ
​ອັງຄານ​ວານ​ນີ້ ທີ່​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ທ່ານ​ໄດ້​ລະ
ອາຍ ຂາຍໜ້າ ​ແລະ ​ທ່ານ​ໄດ້​ເຮັດ​ໃຫ້​ ຊາວ Toronto ຜິດ
​ຫວັງ.

ທ່ານໄດ້​ກ່າວ​ວ່າ ຄວາມ​ຜິດ​ພາດ​ຄັ້ງ​ນີ້ ຈະ​ບໍ່​ໄດ້​ເກີດ​ຂຶ້ນ​ອີກ ​
ແຕ່​ວ່າ​ທ່ານ​ຈະ​ຍັງ​ສືບ​ຕໍ່ຮັບ​ໃຊ້​ປະຊາຊົນ ເປັນເຈົ້າ​ຄອງ​ນະ
ຄອນ​ທີ່​ໃຫຍ່​ທີ​ສຸດ​ຂອງ​ກາ​ນາ​ດາຕໍ່​ໄປ ຢ່າງ​ນ້ອຍ ກໍ​ຈົນ​ເຖິງ​ການ​ເລືອກ​ຕັ້ງ​ ໃນ​ປີໜ້າ.

​ໃນ​ຂັ້ນຕົ້ນ ທ່ານ Ford ນັ້ນ​ ແມ່ນ​ໄດ້​ປະຕິ​ເສດ​ຕໍ່ຂໍ້​ກ່າວ​ຫາ​ທັງຫຼາຍ​ທັງ​ປວງ. ​ໃນ​ທີ່​ສຸດ​ທ່ານ
​ຖືກ​ບັງຄັບ​ໃຫ້​ຮັບ​ສາລະພາບ ຫຼັງຈາກ​ຕໍາຫຼວດ​ໄດ້​ພົບ​ເຫັນ​ວີ​ດີ​ໂອ​ຂອງ​ ທ່ານທີ່​ເສບ​ຢາ​ເສ​ບ
ຕິດ​ນີ້. ໜັງສືພິມ Toronto Star ແລະ website ຊຸບຊິບນິນທາຂອງສະຫະລັດ ທີ່ເອີ້ນວ່າ
Gawer ນັ້ນ ໄດ້ອອກລາຍງານເປັນຜູ້ທໍາອິດ ​ເກັບ​ກັບ​ເທບ​ດັ່ງກ່າວ ໃນເດືອນພຶດສະພາ
ຜ່ານມານີ້.

ທ່ານ Ford ໄດ້ກ່າວວ່າ ທ່ານບໍ່ໄດ້ເປັນຄົນຕິດຢາ. ທ່ານກ່າວວ່າ ທ່ານພຽງ​ແຕ່ໄດ້ທົດທອງ
ເສບປະມານນຶ່ງ​ປີກ​ວ່າໆ​ຜ່ານ​ມານີ້ ຊຶ່ງທ່ານໄດ້ອະທິບາຍເຖິງການທົດລອງຄັ້ງນັ້ນວ່າ
ມັນເກີດຂຶ້ນໃນຕອນທີ່ທ່ານເມົາແບບບໍ່​ຮູ້​ເມື່ອ​ຄີງ.

TORONTO MAYOR COCAINE VOSOT.mov
please wait

No media source currently available

0:00 0:01:29 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG