ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ຕ້ອງສົງໄສ ລະດັບສູງ ໃນການໂຈມຕີກໍ່ການຮ້າຍ ທີ່ປາຣີ ວາງແຜນວ່າ ຈະລະເບີດຕົວເອງ ແຕ່ໄດ້ປ່ຽນໃຈ


Paris Attacks
please wait
Embed

No media source currently available

0:00 0:01:01 0:00

ໄອຍະການຂອງຝຣັ່ງທ່ານນຶ່ງ ກ່າວວ່າ ຜູ້ຕ້ອງສົງໄສ ລະດັບສູງ
ໃນການໂຈມຕີກໍ່ການຮ້າຍ ເມື່ອເດືອນພະຈິກ ທີ່ຜ່ານມາ ຊຶ່ງໄດ້
ສັງຫານ 130 ຄົນ ຢູ່ທີ່ນະຄອນຫຼວງປາຣີ ໄດ້ວາງແຜນທີ່ຈະລະ
ເບີດຕົວເອງ ຢູ່ນອກສະໜາມກິລາເຕາະບານ ແຕ່ໄດ້ປ່ຽນໃຈ.

ທ້າວ Salah Abdeslam ໄດ້ຖືກປົດປ່ອຍອອກຈາກໂຮງໝໍແຫ່ງ
ນຶ່ງ ໃນນະຄອນຫຼວງ Brussels ແລະໄດ້ຖືກນຳໄປເຂົ້າຄຸກ ໃນ
ວັນເສົາວານນີ້ ມື້ນຶ່ງຫຼັງຈາກທີ່ ຜູ້ກ່ຽວ ແລະ ຜູ້ຕ້ອງສົງໄສສົມຮູ້
ຮ່ວມຄິດ ອີກຄົນນຶ່ງ ຖືກຍິງໃນລະຫວ່າງການບຸກກວດຄົ້ນ ຂອງ
ເຈົ້າໜ້າທີ່ຕຳຫຼວດ ທີ່ສາມາດຈັບກຸມພວກເຂົາທັງສອງໄດ້.

ໄອຍະການຂອງຝຣັ່ງ ທ່ານ Francios Molins ກ່າວວ່າ ຄຳຖະແຫລງຂອງທ້າວ Abdeslam
ທີ່ກ່າວວ່າ ລາວໄດ້ປ່ຽນໃຈບໍ່ຂ້າຕົວເອງ ຢູ່ນອກສະໜາກິລາ ນັ້ນ ແມ່ນຄວນຮັບເອົາໄວ້
ດ້ວຍຄວາມລະມັດລະວັງ. ທ່ານ Molins ກ່າວວ່າ ທ້າວ Abdeslam ໄດ້ຖືກພົບເຫັນ ຢູ່
ໃນເຂດຂອງນະຄອນຫຼວງປາຣີ ທີ່ບໍ່ໄດ້ຖືກໂຈມຕີ ໃນຄ່ຳຄືນນັ້ນ.

ເຊີນຊົມ ພາບບັນທຶກ ວີດີໂອ ການຈັບກຸມ ທ້າວ Salah Abdeslam

Paris Attacks Suspect Captured Alive in Belgian Raid
please wait

No media source currently available

0:00 0:00:37 0:00

ທະນາຍຄວາມຂອງທ້າວ Abdeslam ທ່ານ Sven Mary ໄດ້ກ່າວໃນວັນເສົາວານນີ້ ວ່າ
ລູກຄວາມຂອງທ່ານ ແມ່ນໃຫ້ການຮ່ວມມືກັບຕຳຫຼວດ Belgium ແຕ່ທ່ານຈະຕໍ່ສູ້ຕ້ານ
ການສົ່ງຜູ້ຮ້າຍຂ້າມແດນ ໄປຍັງຝຣັ່ງ.

ອົງການຕຳຫຼວດສາກົນ ຫຼື Interpol ໄດ້ຮຽກຮ້ອງໃຫ້ລັດຖະບານຕ່າງໆ ເອົາໃຈໃສ່ກວດ
ຂັນເພີ້ມຕື່ມອີກ ຢູ່ຕາມຊາຍແດນຂອງພວກຕົນ ໂດຍກ່າວວ່າ ພວກສົມຮູ້ຮ່ວມຄິດ ກັບ
ທ້າວ Abdeslam ອາດພະຍາຍາມ ຫລົບໜີອອກໄປຈາກທະວີບຢູໂຣບ.

ພາບລວບລວມ ຂອງພວກຜູ້ຕ້ອງສົງໄສ ນີ້ ສະແດງໃຫ້ເຫັນ ທ້າວ Abdelhamid Abaaoud (ຊ້າຍສຸດ) ຫົວໜ້າວາງແຜນ ການໂຈມຕີ ໃນນະຄອນຫຼວງປາຣີ ເມື່ອເດືອນພະຈິກ 2015, ທ້າວ Salah Abdeslam ຜູ້ຖືກຈັບກຸມໄດ້ເມື່ອວັນເສົາຜ່ານມາ (ຜູ້ທີສອງຈາກຂວາ).
ພາບລວບລວມ ຂອງພວກຜູ້ຕ້ອງສົງໄສ ນີ້ ສະແດງໃຫ້ເຫັນ ທ້າວ Abdelhamid Abaaoud (ຊ້າຍສຸດ) ຫົວໜ້າວາງແຜນ ການໂຈມຕີ ໃນນະຄອນຫຼວງປາຣີ ເມື່ອເດືອນພະຈິກ 2015, ທ້າວ Salah Abdeslam ຜູ້ຖືກຈັບກຸມໄດ້ເມື່ອວັນເສົາຜ່ານມາ (ຜູ້ທີສອງຈາກຂວາ).

​Interpol ແນະນຳເຈົ້າໜ້າທີ່ຄວບຄຸມຊາຍແດນ ໃຫ້ຈັບຕາເບິ່ງ ພວກໜັງສືເດີນທາງທີ່ຖືກ
ລັກໄປ ແລະ ເອກະສານເດີນທາງປອມແປງຕ່າງໆເຫຼົ່ານັ້ນ.

ປະທານາທິບໍດີ ຝຣັ່ງ ທ່ານ Francios Hollande ກ່າວວ່າ ການສືບສວນສອບສວນ ໄດ້
ເປີດເຜີຍໃຫ້ຮູ້ວ່າ ມີພວກຄົນທີ່ກ່ຽວພັນກັບການໂຈມຕີ ອີກຫຼາຍ ເກີນກວ່າ ເຈົ້າໜ້າທີ່ ໄດ້
ຄາດຄິດໄວ້ ໃນເບື້ອງຕົ້ນ. ທ່ານໄດ້ກ່າວອີກວ່າ ເຄືອຂ່າຍຂອງພວກເຂົາ ແມ່ນກະຈາຍ
ອອກໄປ ຢູ່ໃນຫຼາຍປະເທດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG