ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຂັ້ນສູງ ເຊື່ອມໂຍງກົດໝາຍກ່ຽວກັບປືນຂອງ ສະຫະລັດ ກັບການໂຈມຕີກໍ່​ການ​ຮ້າຍພາຍໃນປະເທດ


ແຟ້ມຮູບ- ຜູ້ຊ່ວຍໄອຍະການໃຫຍ່ຂອງສະຫະລັດ ທ່ານແມັດທິວ ໂອລເຊັນ, ນັ່ງແນມເບິ່ງ ໃນລະຫວ່າງທີ່ທ່ານຕັ້ງຂໍ້ສັງເກດກ່ຽວກັບ ນະໂຍບາຍຂອງກະຊວງຍຸຕິທໍາ ໃນເມືອງ ອາຣ໌ລິງຕັງ, ລັດເວີຈິເນຍ, ເມື່ອວັນທີ 23 ກຸມພາ 2022.
ແຟ້ມຮູບ- ຜູ້ຊ່ວຍໄອຍະການໃຫຍ່ຂອງສະຫະລັດ ທ່ານແມັດທິວ ໂອລເຊັນ, ນັ່ງແນມເບິ່ງ ໃນລະຫວ່າງທີ່ທ່ານຕັ້ງຂໍ້ສັງເກດກ່ຽວກັບ ນະໂຍບາຍຂອງກະຊວງຍຸຕິທໍາ ໃນເມືອງ ອາຣ໌ລິງຕັງ, ລັດເວີຈິເນຍ, ເມື່ອວັນທີ 23 ກຸມພາ 2022.

ອີງຕາມການລາຍງານຈາກເຈົ້າໜ້າທີ່ຂັ້ນສູງຂອງກະຊວງຍຸຕິທໍາສະຫະລັດ, ການເຊື່ອມໂຍງລະຫວ່າງ ການໂຈມຕີຂອງຜູ້ກໍ່ການຮ້າຍພາຍໃນປະເທດ ແລະການເຂົ້າເຖິງປືນທີ່ມີພະລັງແບບງ່າຍໆນັ້ນແມ່ນ “ບໍ່​ມີ​ຂໍ້​ສົງ​ໄສ.”

“ພວກເຮົາຕ້ອງມີຄວາມກະຈ່າງແຈ້ງກ່ຽວກັບບັນຫານີ້ ໃນຖານະທີ່ເປັນປະ​ເທດ​ນຶ່ງ,” ຜູ້ຊ່ວຍໄອຍະການໃຫຍ່ ທ່ານແມັດທິວ ໂອລເຊັນ (Matthew Olsen) ​ໄດ້ຕໍ່ຜູ້ເຂົ້າຮ່ວມຮັບຟັງໃນມື້ວັນພຸດວານນີ້, ເຊິ່ງເປັນມື້ດຽວກັນກັບທີ່ທາງກະຊວງຍຸຕິທໍາ ໄດ້ມີການກວດສອບຜູ້ຕ້ອງສົງໄສໃນເຫດການຍິງໃສ່ຝູງຊົນ ຢູ່ເມືອງບັຟຟາໂລ, ລັດນິວຢອກ, ເຊິ່ງມີສິດໄດ້ຮັບໂທດເຖິງຂັ້ນປະຫານຊີວິດ.

“ຄວາມສາມາດຂອງພວກກໍ່ຄວາມຮຸນແຮງ ໃນການໄດ້ມາເຊິ່ງອາວຸດລະດັບທະຫານໃນປະເທດ ມີສ່ວນສໍາຄັນທີ່ສຸດທີ່ພວກເຂົາສາມາດສັງຫານ ແລະທໍາລາຍຄົນອື່ນໆໄດ້ໃນວົງກວ້າງ,” ທ່ານ ໂອລເຊັນ, ອະດີດຜູ້ອໍານວຍການຂອງສູນຕໍ່ຕ້ານການກໍ່ການຮ້າຍແຫ່ງຊາດສະຫະລັດ, ເຊິ່ງປັດຈຸບັນ ເປັນຫົວໜ້າພະແນກຄວາມໝັ້ນຄົງແຫ່ງຊາດປະຈໍາກະຊວງຍຸຕິທໍາຂອງສະຫະລັດ ກ່າວ.

ທ່ານ​ໄດ້​ເວົ້າ​ວ່າ “ແມ່ນແລ້ວ, ຂ້າພະເຈົ້າຄິດວ່າມັນເປັນເລື້ອງທີ່ຖຽງບໍ່ໄດ້ວ່າ ການເຂົ້າເຖິງອາວຸດທີ່ມີພະລັງຢ່າງຫຼວງຫຼາຍຢູ່ໃນປະເທດນີ້ ເຮັດໃຫ້ກຸ່ມທີ່ມີຄວາມຮຸນແຮງພາຍໃນຄອບຄົວ ສາມາດນໍາອອກມາເປັນການໂຈມຕີ ໃນລະດັບທີ່ພວກເຂົາບໍ່ສາມາດຮັບຜິດຊອບໄດ້ ແລະນັ້ນ ພວກເຮົາບໍ່ເຫັນຢູ່ໃນປະເທດອື່ນໆເລີຍ.”

ເຊັ່ນດຽວກັນກັບມື້ວັນພຸດວານນີ້, ທະນາຍຄວາມຂອງກະຊວງຍຸຕິທໍາ ໄດ້ຍື່ນເອກະສານຟ້ອງຮ້ອງໃນຂໍ້ຫາກໍ່ອາຊະຍາກໍາຄວາມຄຽດຊັງ ຕໍ່ທ້າວເພຕັນ ເກັນດຣອນ (Payton Gendron), ເຊິ່ງໄດ້ຖືກກ່າວຫາວ່າ ຍິງສັງຫານຄົນຜິວດໍາ 10 ຄົນ ໃນລະຫວ່າງການໂຈມຕີທີ່ຕະຫຼາດໃຫຍ່ແຫ່ງນຶ່ງໃນເມືອງບັຟຟາໂລ ຂອງລັດນິວຢອກ, ເມື່ອວັນທີ 14 ພຶດສະພາທີ່ຜ່ານມາ.

ອີງຕາມບັນດາທ່ານໄອຍະການ ແລະເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ປືນຂອງທ້າວ ເກັນດຣອນ ເປັນປືນຍາວ ບຸສມາສເຕີ XM-15 (Bushmaster XM-15) ທີ່ມີຄໍາສັບບໍ່ດີກ່ຽວກັບການດ່າເຊື້ອຊາດຂຽນໃສ່ໃນນັ້ນ ເຊັ່ນດຽວກັບປະໂຫຍກທີ່ຂຽນວ່າ “ການປ່ຽນແປງທີ່ຍິ່ງໃຫຍ່,” ເຊິ່ງໄດ້ອ້າງເຖິງທິດສະດີ ທີ່ສະໜັບສະໜຸນໂດຍຄົນຜິວຂາວຫົວ​ຮຸນ​ແຮງທີ່​ອ້າງວ່າ​ຕົນ​ເປັນ​ຍອດ​ມະ​ນຸດ​ຫຼາຍໆຄົນ.

​ທ້າວ ເກັນດຣອນ ຍັງໄດ້ຂຽນ​ສິ່ງ​ທີ່​ລາວ​ອະ​ທິ​ບາຍ​ເອົາ​ເອງວ່າ​ເປັນຖະແຫຼງການ ທີ່​ໃຫ້ລາຍລະອຽດໃນແຜນການເພື່ອສັງຫານຄົນຜິວດໍາຂອງລາວ, ໂດຍກ່າວວ່າ ເປົ້າໝາຍຂອງລາວແມ່ນ “ສັງຫານຄົນຜິວດໍາໃຫ້ໄດ້ຫຼາຍທີ່ສຸດ ເທົ່າທີ່ຈະຫຼາຍໄດ້.”

“ການກະທໍາທີ່ຮຸນແຮງທີ່​ຖືກ​ກະ​ຕຸ້ນ​ໂດຍຄວາມຄຽດຊັງ ບໍ່ພຽງແຕ່ສ້າງຄວາມຢ້ານກົວຕໍ່ຄົນຜູ້ໃດຜູ້ນຶ່ງທີ່ຖືກໂຈມຕີເທົ່ານັ້ນ ແຕ່ຍັງລວມເຖິງຊຸມຊົນທັງໝົດນໍາອີກດ້ວຍ,” ທ່ານ ເມີຣິກ ກາຣ໌ແລນ (Merrick Garland) ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸດ​ຕິ​ທຳ ສະຫະລັດ ໄດ້ກ່າວໃນມື້ວັນພຸດວານນີ້, ລຸນຫຼັງທີ່ໄດ້ພົບປະກັບບັນດາຜູ້ລອດຊີວິດ ແລະບັນດາຄອບຄົວຂອງຜູ້ເຄາະຮ້າຍ

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG