ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ອຍ 3 ຄົນ ລາອອກ ຈາກການໂຄສະນາຫາສຽງ ຂອງທ່ານ Carson


ດຣ. Ben Carson ຜູ້ສະໝັກເປັນປະທານາທິບໍດີສະຫະລັດ.
ດຣ. Ben Carson ຜູ້ສະໝັກເປັນປະທານາທິບໍດີສະຫະລັດ.

ຜູ້​ຊ່ອຍ​ທີ່​ສຳຄັນ 3 ຄົນຂອງ​ທ່ານ Ben Carson ທີ່ສະໝັກ​ເປັນ
​ປະທານາທິບໍດີ ​ຂອງ​ພັກ​ຣີພັບ​ບລີ​ກັນ​ ໄດ້​ລາ​ອອກ​ ຊຶ່ງ​ພາ​ໃຫ້​ມີ​
ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ ໃນ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ບໍ່​
ຮອດ​ຫ້າ​ອາທິດ ກ່ອນ​ທີ່​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ ຢູ່ລັດ​ໄອ​ໂອວາ
ຈະ​ເລີ້ມຂັ້ນຕອນ​ການສະ​ເໜີ​ຊື່​ແຕ່ງຕັ້ງຜູ້​ສະໝັກ​ຂອງ​ພັກ​ສຳລັບ​
ປີ​ 2016.

ທ່ານ Carson ຊຶ່ງ​ເປັນ​ຊາວ​ຄຣິສຕຽນ​ນິຍົມ​ແນວທາງ​ເດີມ ​ໃນ​
ຄັ້ງນຶ່ງ​ນັ້ນ ​ເຄີຍ​ເປັນ​ຄູ່​ແຂ່ງ​ຂອງ​ທ່ານ Donald Trump ທີ່​ມີ​ຄະ
​ແນນ​ສຽງ​ນຳ​ໜ້າ​ຂອງ​ພັກ​ໃນ​ເວລານີ້​ ​ໃນການແຂ່ງຂັນ​ເພື່ອ​ໃຫ້
​ເປັນຜູ້​ຖືກ​ແຕ່ງຕັ້ງຂອງ​ພັກຍາດ​ເອົາ​ທຳນຽບຂາວ ​ແຕ່​ປາກົດ​ວ່າ​ທ່ານ​ພວມ​ດີ້ນຮົນ​ຕໍ່ສູ້ ​ໃນ​
ການ​ຢັ່ງ​ຫາງ​ສຽງ​ປະຊາຊົນ​ເມື່ອ​ສອງ​ສາມ ອາທິດ​ທີ່​ຜ່ານ​ມານີ້.

ທ່ານ Barry Bennett ຜູ້​ຈັດການກ່ຽວກັບການໂຄສະນາ​ຫາ​ສຽງຂອງ​ທ່ານ Carson ນາງ
Lisa Coen ຮອງ​ຜູ້​ຈັດການ​ ໃນ​ການ​ໂຄສະ​ນາ​ຫາ​ສຽງ ​ແລະທ່ານ Dough Watts ຜູ້ອຳ
ນວຍການ​ດ້ານ​ສື່ສານ​ຄົມມະນາຄົມ​ ຕ່າງ​ກໍ​ໄດ້​ພາ ກັນ​ລາອອກ​ ໃນ​ວັນ​ພະ​ຫັດ​ວານ​ນີ້​ ​ໂດຍ
​ອ້າງ​ສາ​ເຫດ​ກ່ຽວ​ກັບ​ຄວາມ​ບໍ່ພໍ​ໃຈ​ ຍ້ອນ​ອິດ​ທິພົນຂອງ​ຜູ້​ຈັດການ​ທາງ​ທຸລະ​ກິດ​ຂອງທ່ານ
ໝໍ​ຜ່າຕັດ​ປະສາດ ​ທີ່​ອອກ​ກິນ​ເບ້ຍ​ບຳນານ​ແລ້ວທ່ານ​ນີ້​ແລະ​ຄຳຖາມ​ກ່ຽວ​ກັບ​ຄວາມ​ພ້ອມ
​ຂອງ​ຜູ້​ສະໝັກໃນ​ການທີ່​ຈະ​ເຂົ້າກຳຕຳ​ແໜ່​ງຢູ່​ທຳນຽບຂາວ.

ທ່ານ Carson ​ເຄີຍ​ເປັນ​ຄູ່​ແຂ່ງ ​ຂອງ​ທ່ານ Trump ມາ​ແລ້ວ​ ​ໃນ​ການ​ຍາດ​ເອົາຄະ​ແນນ
​ສຽງ​ການ​ເປັນ​ຜູ້ນຳ ​ຂອງ​ຜູ້​ສະໝັກ​ພັກ​ຣີພັບ​ບລີ​ກັນ ​ເມື່ອ​ກາງ​ເດືອນ​ຕຸລາຜ່ານ​ມາ ​ແຕ່​ຫຼັງ
​ຈາກ​ນັ້ນ ຄະ​ແນນ​ສຽງ​ຂອງ​ທ່ານ​ກໍ​ໄດ້​ຕົກ​ຕ່ຳລົງຢູ່​ໃນ​ລະດັບ 10 ​ເປີ​ເຊັນໃນ​ການ​ຢັ່ງ​ຫາງ​
ສຽງ​ເທື່ອ​ຫຼ້າ​ສຸດ​ຂອງ​ CNN/ORC ຊຶ່ງເຮັດ​ໃຫ້​ທ່ານ ມີ​ແຄ​ນ​ເປັນ​ທີ​ສາມ​ຫ່າງໆ ​ທໍ່​ກັນ​ກັບ
ສະມາຊິກ​ສະພາ​ສູງ Marco Rubio ຮອງ ຈາກ​ທ່ານ Trump ​ແລະ​ສະມາ​ຊິກ​ສະພາ​ສູງ
Ted Cruz.

ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ Carson ​ແມ່ນ​ໄດ້​ເກີດ​ການ​ຖົກ​ຖຽງ​ກັນ​ຢ່າງ​ເປັນ​ການ
​ເປີດ​ເຜີຍລະຫວ່າງ​ທ່ານ Bennett ​ແລະທ່ານ Watts ກັບ​ທ່ານ Armstrong Williams
ຜູ້​ຈັດການ​ທາງ​ດ້ານ​ທຸລະ​ກິດ ແລະ​ໝູ່​ເພື່ອນ​ທີ່​ໃກ້ຊິດຂອງ​ທ່ານ Carson ທີ່​ບໍ່​ມີ​ບົດບາດ​
ຢ່າງ​ເປັນ​ທາງ​ການ​ໃດໆ ​ໃນ​ການ​ໂຄສະນາ​ຫາ​ສຽງ.​ ທ່ານ Williams ​ເປັນ​ນັກ​ຂຽນ​ຄໍ​ລຳ
​ແລະ​ເປັນ​ຜູ້​ຈັດ​ລາຍການ​ໂອ້​ລົມ​ທາງ​ວິທະຍຸ​ແລະ​ໂທລະພາບ.

ທ່ານ Williams ​ໄດ້​ຕຳ​ໜິຕິຕຽນ​ ທ່ານ Bennett ​ແລະທ່ານ Watts ວ່າ ບໍ່​ໄດ້ກະກຽມ​ຜູ້​
ສະໝັກ ​ຢ່າງ​ເປັນ​ການ​ພຽງພໍ​ ສຳລັບ​ການ​ປາກົດ​ໂຕ​ໃນ​ທີ່​ສາທາລະນະ​ໂດຍ​ສະ​ເພາະ​ໃນ
​ດ້ານ​ນະ​ໂຍບາຍ​ຕ່າງປະ​ເທດແລະ​ບັນຫາ​ທີ່​ຄອບ​ງຳ​ໃນ​ເລື້ອງ​ເຊື້ອຊາດ​ຜິວ​ພັນ ​ໃນ​ໄລຍະ
​ສອງ​ສາມ​ເດືອນ​ຜ່ານ​ມານີ້.

US Politics Carson
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG