ຜູ້ທີ່ປະທານາທິບໍດີບາຣັກ ໂອບາມາແຕ່ງຕັ້ງໃຫ້ເຂົ້າຮັບຕຳແໜ່ງ
ໝາຍເລກ 2 ຂອງກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ທຳນຽບຂາວຄວນພິຈາລະນາເພື່ອສະໜອງອຸບປະກອນທາງທະ ຫານທີ່ຮ້າຍແຮງສຳລັບການປ້ອງກັນປະເທດ ໃຫ້ແກ່ຢູເຄຣນ.
ໃນການໃຫ້ການ ຕໍ່ຄະນະກຳມະການຄວາມສຳພັນກັບຕ່າງປະ
ເທດຂອງສະພາ ສູງສະຫະລັດ ໃນວັນພຸດ ວານນີ້ ທ່ານ Tony
Blinken ກ່າວວ່າ ການຕິດອາວຸດໃຫ້ກອງທັບຢູເຄຣນອາດບັງ
ຄັບໃຫ້ຣັດເຊຍ ທົບທວນຄືນໃໝ່ ກ່ຽວກັບບົດບາດຂອງຕົນໃນ ການກໍ່ກະບົດນິຍົມຣັດເຊຍ ຊຶ່ງກຳລັງເກີດຂຶ້ນໃນພາກຕາເວັນ
ອອກຢູເຄຣນນັ້ນ.
ທັງສອງສະພາຂອງສະຫະລັດ ຕ່າງກໍໄດ້ສະແດງຄວາມສະ
ໜັບສະໜຸນຕໍ່ການຊ່ອຍເຫຼືອດັ່ງກ່າວແຕ່ລັດຖະບານທ່ານ
ໂອບາມາ ມາຮອດປັດຈຸບັນຍັງບໍ່ທັນສະໜອງອຸບປະກອນ ທີ່ຮ້າຍແຮງໃຫ້ແກ່ຢູເຄຣນເທື່ອ.
ລັດຖະບານຢູເຄຣນ ແລະບັນດາປະເທດຕາເວັນຕົກ ໄດ້
ກ່າວຫາມົສກູວ່າ ໃຫ້ການຊ່ອຍເຫຼືອໂດຍກົງ ຮວມທັງລົດ
ຫຸ້ມເກາະ ແລະອຸບປະກອນທາງທະຫານອື່ນໆ ແກ່ພວກ
ແບ່ງແຍກດິນແດນ. ນອກນັ້ນ ອົງການເນໂຕ້ ຍັງກ່າວຫາ
ມົສກູທີ່ໄດ້ປະກາດຮວມເອົາເຂດໄຄຣເມຍຂອງຢູເຄຣນເຂົ້າເປັນດິນແດນສ່ວນນຶ່ງຂອງ
ຕົນ ເມື່ອຕົ້ນປີນີ້ວ່າ ສົ່ງລົດຖັງແລະທະຫານເພີ້ມຕື່ມ ເຂົ້າໄປໃນພາກຕາເວັນອອກຂອງ
ຢູເຄຣນໃນຮອບສອງອາທິດຜ່ານມານີ້.
ວັງເຄຣັມລິນ ໄດ້ປະຕິເສດ ຊ້ຳແລ້ວຊ້ຳອີກວ່າ ຕົນບໍ່ໄດ້ພົວພັນໂດຍກົງ ແລະເວົ້າວ່າ ທະ ຫານຣັດເຊຍທີ່ສູ້ລົບຮ່ວມກັບພວກແບ່ງແຍກດິນແດນໃນພາກຕາເວັນອອກຂອງຢູເຄຣນ ນັ້ນແມ່ນເຮັດໄປໃນນາມພວກອາສາສະໝັກ.
ໃນຕອນເຊົ້າມື້ວານນີ້ ລັດຖະມົນຕີການຕ່າງປະເທດຣັດເຊຍທ່ານ Sergei Lavrov ຮຽກ ຮ້ອງໃຫ້ລັດຖະບານ Kyiv ເປີດການເຈລະຈາໂດຍກົງ ກັບພວກແບ່ງແຍກດິນແດນ. ແຕ່ ແນວໃດກໍຕາມ ເຈົ້າໜ້າທີ່ຢູເຄຣນໄດ້ປະຕິເສດໃນທັນທີ ກ່ຽວກັບແນວຄິດດັ່ງກ່າວນີ້.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ