ນັກສະແດງ, ນັກສິລະປະ ແລະ ນັກອອກແບບ ຍີ່ປຸ່ນ ຄົນນຶ່ງໄດ້ເປີດຮ້ານອາຫານ ຢູເຄຣນ ໃນນະຄອນຫຼວງ ໂຕກຽວ ຊື່ວ່າ ສແມັກໂນໂກ. ເປົ້າໝາຍອັນນຶ່ງອັນດຽວຂອງລາວ ແມ່ນເພື່ອສະໜອງວຽກງານໃຫ້ຜູ້ອົບພະຍົບຊາວຢູເຄຣນ ທີ່ໄດ້ເດີນທາງຮອດ ຍີ່ປຸ່ນ ຫຼັງຈາກຕອນເລີ່ມຕົ້ນການບຸກລຸກຂອງ ຣັດເຊຍ. ນັກຂ່າວວີໂອເອ ລູເລຍ ລາໂມເລັນໂກ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ສະຖານທີ່ຮ້ານອາຫານຂອງ ໂຕກຽວ ຈະມີອາຫານຫຼາກຫຼາຍຢ່າງ ຈາກທົ່ວໂລກ. ແຕ່ຈົນມາຮອດປີ 2022 ນະຄອນຫຼວງຂອງ ຍີ່ປຸ່ນ ກໍໄດ້ເຫັນການເປີດຮ້າຍອາຫານ ຢູເຄຣນ. ຮ້ານດັ່ງກ່າວຊື່ວ່າ ສແມັກໂນໂກ, ຫຼື “Bon Apetit” ເປັນພາສາ ຝຣັ່ງ, ຫຼື ເຊີນແຊບ ຖ້າແປເປັນລາວ, ເຂົາເຈົ້າຈະເສີບອາຫານ ຢູເຄຣນ ປະສົມກັບ ຍີ່ປຸ່ນ ໜ້ອຍນຶ່ງ.
ນາງ ນາຕາເລຍ ກລີກາໂລ, ພະນັກງານຮ້ານອາຫານ ສແມັກໂນໂກ ກ່າວວ່າ “ໃນຢູເຄຣນ, ມັນແມ່ນ ໂຮລູເບັດ, ແຕ່ຢູ່ພີ້ເຮົາເອີ້ນມັນວ່າ ເຣຣີຄາບິດຊຸ, ເຊິ່ງແມ່ນກະລ່ຳມ້ວນ. ພວກເຮົາເຮັດມັນດ້ວຍຊີ້ນບົດປະສົມກັບເຂົ້າ ແລະ ຊອສໝາກເລັ່ນໃສ່ທາງເທິງ.”
ມັນແມ່ນນຶ່ງໃນອາຫານທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ຮ້ານນີ້.
ອີກຕົວເລືອກນຶ່ງທີ່ໄດ້ຮັບຄວາມນິຍົມແມ່ນອາຫານທ່ຽງ ຢູເຄຣນ-ຍີ່ປຸ່ນ ທີ່ມາພ້ອມກັບມັນຝຣັ່ງ ແລະ ເຫັດ ວາເຣເນກິ, ໄກ່ກີຢິບ, ແລະອື່ນໆ, ແຕ່ມັກຈະມາພ້ອມກັບແກງ ບອສທ໌ (Borscht.)
ນັກສະແດງ, ນັກສິລະປະ ແລະ ນັກອອກແບບ ຍີ່ປຸ່ນ ທ່ານນາງ ທາຄາເນະ ເອໂຊເອະ ໄດ້ກໍ່ຕັ້ງຮ້ານອາຫານ ສແມັກໂນໂກ ໃນເດືອນກັນຍາ 2022. ກ່ອນການບຸກລຸກຂອງ ຣັດເຊຍ, ລາວບໍ່ໄດ້ຮູ້ຫຍັງຫຼາຍ ກ່ຽວກັບ ອາຫານ ຢູເຄຣນ.
ທ່ານນາງ ທາຄາເນະ ເອໂຊເອະ, ເຈົ້າຂອງຮ້ານ ສແມັກໂນໂກ ກ່າວວ່າ “ທຳອິດ, ຂ້າພະເຈົ້າບໍ່ຮູ້ຈັກຫຍັງ ກ່ຽວກັບ ອາຫານ ຢູເຄຣນ, ແຕ່ຂ້າພະເຈົ້າໄດ້ປຶກສາຫາລືກັບພໍ່ຄົວມືອາຊີບຄົນນຶ່ງ ແລະ ໄດ້ຕັດສິນໃຈທີ່ຈະເປີດຮ້ານອາຫານ.”
ສຳລັບຄົນໃນທ້ອງຖິ່ນຫຼາຍຄົນ, ອາຫານ ຢູເຄຣນ ແມ່ນສິ່ງທີ່ຫາຍາກ.
ທ້າວ ໂນບຸ, ລູກຄ້າຂອງຮ້ານກ່າວວ່າ “ຂ້ອຍບໍ່ເຄີຍມີປະສົບການກັບອາຫານ ຢູເຄຣນ. ກ່ອນສົງຄາມ, ພວກເຮົາທຸກຄົນເຂົ້າໃຈວ່າມັນຂ້ອນຂ້າງຄືກັບອາຫານ ຣັດເຊຍ. ແຕ່ຢູ່ທີ່ນີ້, ມັນເປັນຄັ້ງທຳອິດທີ່ຂ້ອຍໄດ້ມາ ແລະ ໄດ້ກິນອາຫານ ຢູເຄຣນ, ໂດຍສະເພາະແກງ ບອສທ໌. ມັນແຊບຫຼາຍ.”
ທ່ານນາງ ເອໂຊເອະ ກ່າວວ່າຈຸດປະສົງທີ່ແທ້ຈິງຂອງຮ້ານອາຫານແມ່ນເພື່ອວ່າຈ້າງຜູ້ອົບພະຍົບຊາວ ຢູເຄຣນ. ນາງ ໄອຣີນາ ສວີດຣານ ຜູ້ທີ່ໄດ້ມາຍີ່ປຸ່ນ ຈາກເມືອງ ດິນິໂປຣ ດ້ວຍການຊ່ວຍເຫຼືອຂອງລູກສາວຂອງລາວ, ແມ່ນທີ່ໃຈທີ່ໄດ້ວຽກເຮັດຢູ່ທີ່ນີ້.
ນາງ ໄອຣີນາ ສວີດຣານ ພະນັກງານຮ້ານກ່າວວ່າ “ເຈົ້າຮູ້ບໍ່, ຄົນ ຍີ່ປຸ່ນ ໄດ້ຕ້ອນຮັບພວກເຮົາຢ່າງອົບອຸ່ນຫຼາຍ. ຂ້ອຍບໍ່ໄດ້ຄາດຫວັງມັນແນວນີ້. ແລະ ເຖິງແມ່ນອາຍຸຂ້ອຍຈະສູງ, ທ່ານນາງ ທາຄາເນະ ກໍໄດ້ເອົາວຽກໃຫ້ຂ້ອຍ, ແລະ ຂ້ອຍກໍສາມາດອາໄສຢູ່ທີ່ນີ້ໄດ້ຢ່າງອິດສະຫຼະ.”
ນາງ ນາຕາເລຍ ກລີກາໂລ ໄດ້ມາຍີ່ປຸ່ນ ຜ່ານການອຸປະຖຳຈາກໝູ່ຄົນນຶ່ງ. ລາວເວົ້າວ່າລາວບໍ່ໄດ້ເສຍໃຈກັບການຕັດສິນໃຈຂອງລາວ. ແຕ່ສ່ວນຫຼາຍ, ນາງຮູ້ສຶກເປັນໜີ້ບຸນຄຸນສຳລັບໂອກາດທີ່ໄດ້ເຮັດວຽກ.
ນາງ ນາຕາເລຍ ກລີກາໂລ ພະນັກງານຮ້ານອາຫານ ສແມັກໂນໂກ ກ່າວວ່າ “ຂ້ອຍໄດ້ຕັດສິນໃຈວ່າມັນດີທີ່ມີວຽກເຮັດຢູ່ນີ້ກວ່າໃນປະເທດ ໂປແລນ, ໄດ້ຮັບຜົນປະໂຫຍດທາງສັງຄົມ. ເວລາທີ່ພວກເຮົາໄດ້ຍ້າຍມານີ້, ທັງລູກສາວຂອງຂ້ອຍ ແລະ ຂ້ອຍເອງແມ່ນມີວຽກເຮັດແລ້ວ. ຢູ່ທີ່ນີ້, ພວກເຮົາໄດ້ພົບກັບແມ່ຍິງຄົນອື່ນໆ, ແລະ ຕອນນີ້ພວກເຮົາແມ່ນຄືກັບຄອບຄົວຊາວ ຢູເຄຣນ ນ້ອຍໆຄອບຄົວນຶ່ງ.”
ທ່ານນາງ ເອໂຊເອະ ກ່າວວ່າການໄດ້ບັນລຸຄວາມຮູ້ສຶກທາງຄອບຄົວແບບນີ້ແມ່ນເປົ້າໝາຍຫຼັກຂອງການເປີດຮ້ານອາຫານ. ທ່ານນາງເວົ້າວ່າການສ້າງຜົນກຳໄລບໍ່ແມ່ນສິ່ງທີ່ລາວຕ້ອງການ, ແລະ ເວລາສົງຄາມສິ້ນສຸດລົງ, ລາວກໍຈະປິດຮ້ານອາຫານ.
Tokyo’s restaurant scene offers food from around the world. But it wasn’t until 2022 that Japan’s capital saw the opening of a Ukrainian restaurant. Called Smachnogo, or "Bon Appétit," it serves Ukrainian food with a Japanese twist.
“In Ukrainian, it’s holubets, but here we call it rerikabitsu — a cabbage roll. We make it with ground meat mixed with rice and tomato sauce on top.”
It’s one of the most popular dishes here.
Another popular choice is a Ukrainian-Japanese lunch plate that comes with potato and mushroom vareniki, chicken Kiev, among other things, but always with borscht.
Japanese actor, artist and designer Takane Ezoe founded Smachnogo in September 2022. Before Russia's invasion, she didn’t know much about Ukrainian food.
“At first, I knew nothing about Ukrainian cuisine, but I consulted with a professional chef and decided to open a restaurant!”
For many locals, Ukrainian cuisine is something exotic.
“I had no experience of Ukrainian food. Before the war, we all understood it was kind of like Russian food. But here, this is the first time I came and enjoyed the Ukrainian food, especially borscht. It’s very tasty!”
Ezoe says the real purpose of the restaurant is to employ Ukrainian evacuees. Iryna Svidran, who came to Japan from Dnipro with her daughter’s help, is happy to have a job here.
“You know, the Japanese welcomed us very warmly. I wasn’t expecting it. And despite my age, Takane-san gave me a job, and I can freely live here.”
Nataliia Glygalo came to Japan through a sponsorship from a friend. She says she doesn’t regret her choice. But mostly, she’s grateful for the opportunity to work.
“I decided it’s better to have a job here than be in Poland getting social benefits. When we were moving here, both my daughter and I already had a job. Here, we got to meet the other ladies, and now we are like a small Ukrainian family.”
Ezoe says achieving this family feel was the main goal of opening the restaurant. She says that making a profit is not what she wants, and when the war is over, she will close the restaurant.