ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ຈັດງານກິລາໂອລິມປິກ ໂຕກຽວ ເວົ້າວ່າ ການແຂ່ງຂັນຈະເກີດຂຶ້ນ ເຖິງແມ່ນວ່າ ຈະມີການລະບາດ ຂອງໄວຣັສໂຄໂຣນາ ກໍຕາມ


ທ່ານ Yoshiro Mori ປະທານກິລາໂອລິມປິກກ່າວຢູ່ທີກອງປະຊຸມກະກຽມການແຂ່ງຂັນກິລາໂອລິມປິກ ແລະກິລາລະດັບສາກົນອື່ນໆ ຢູ່ສໍານັກງານໃຫຍ່ຂອງພັກເສລີປະຊາທິປະໄຕ ຫລື LDP ໃນນະຄອນ Tokyo, ວັນທີ 2 ກຸມພາ 2021. (ພາບຖ່າຍໂດຍ Kazuhiro Nogi/Pool ຜ່ານ Reuters)
ທ່ານ Yoshiro Mori ປະທານກິລາໂອລິມປິກກ່າວຢູ່ທີກອງປະຊຸມກະກຽມການແຂ່ງຂັນກິລາໂອລິມປິກ ແລະກິລາລະດັບສາກົນອື່ນໆ ຢູ່ສໍານັກງານໃຫຍ່ຂອງພັກເສລີປະຊາທິປະໄຕ ຫລື LDP ໃນນະຄອນ Tokyo, ວັນທີ 2 ກຸມພາ 2021. (ພາບຖ່າຍໂດຍ Kazuhiro Nogi/Pool ຜ່ານ Reuters)

ຫົວໜ້າຈັດການແຂ່ງຂັນກິລາໂອລິມປິກໂຕກຽວ ໄດ້ສະແດງຄວາມເຊື່ອໝັ້ນໃນວັນອັງຄານວານນີ້ວ່າ ງານແຂ່ງຂັນກິລາດັ່ງກ່າວ ຈະດຳເນີນໄປໃນປີນີ້ ເຖິງແມ່ນວ່າຈະມີການແຜ່ລະບາດ ຂອງໄວຣັສໂຄໂຣນາເກີດຂຶ້ນຢູ່ກໍຕາມ.

ປະທານກິລາໂອລິມປິກໂຕກຽວ 2020, ທ່ານ ໂຢຊິໂຣະ ໂມຣິ (Yoshiro Mori) ກ່າວວ່າ ການສົນທະນາກັນ ຄວນຈະແມ່ນກ່ຽວກັບວ່າ ຈະຈັດການແຂ່ງຂັນກິລາໂອລິມປິກແບບໃດ ບໍ່ແມ່ນຈະຖາມວ່າ ມັນຈະເກີດຂຶ້ນ ຫລືບໍ່.

ທ່ານໂມຣິ (Mori) ກ່າວວ່າ "ພວກເຮົາຈະຈັດການແຂ່ງຂັນກິລາໂອລິມປິກ, ບໍ່ວ່າ (ສະຖານະການ) ຂອງໄວຣັສໂຄໂຣນາ ຈະເປັນແນວໃດກໍຕາມ,"

ການແຂ່ງຂັນກິລາລະດູຮ້ອນທີ່ວ່ານີ້ ໃນເບື້ອງຕົ້ນແມ່ນກຳນົດວ່າ ຈະຈັດຂຶ້ນໃນເດືອນກໍລະກົດປີ 2020, ແຕ່ຜູ້ຈັດງານໄດ້ເລື່ອນເວລາການແຂ່ງຂັນດັ່ງກ່າວ ມາເປັນເວລາ 1 ປີ. ວັນເລີ້ມການແຂ່ງຂັນໃໝ່ ແມ່ນວັນທີ 23 ກໍລະກົດ.

ໃນການເພີ້ມຄວາມສົງໄສກ່ຽວກັບວ່າ ມັນຈະເປັນໄປໄດ້ ຫລືບໍ່ ທີ່ຈະຈັດງານແຂ່ງຂັນດັ່ງກ່າວ ນັ້ນກໍຄືການປິດເມືອງໄວ້ເມື່ອບໍ່ດົນມານີ້ ທີ່ຖືກລິເລີ້ມຂຶ້ນຢູ່ໃນຫຼາຍປະເທດ. ພາກສ່ວນໃຫຍ່ໆ ຂອງປະເທດຍີ່ປຸ່ນ ປັດຈຸບັນກໍກຳລັງຕົກຢູ່ໃນພາວະສຸກເສີນຍ້ອນເຊື້ອໄວຣັສນີ້.

ມາເລເຊຍແມ່ນນຶ່ງໃນບັນດາປະເທດ ທີ່ຂະຫຍາຍການປິດເມືອງອອກໄປ ເພື່ອພະຍາຍາມຈະເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດ-19 ຍຸຕິລົງ. ລັດ ຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ອິສເມລ ຊາບຣີ ຢາກອບ (Ismail Sabri Yaakob) ກ່າວໃນວັນອັງຄານວານນີ້ວ່າ ຂໍ້ຈຳກັດຕ່າງໆຈະແກ່ຍາວໄປຈົນຮອດວັນທີ 18 ກຸມພາ.

ທ່ານອິສເມລ ຊາບຣີ (Ismail Sabri) ກ່າວໃນຄຳປາໄສຜ່ານທາງໂທລະພາບວ່າ "ກະຊວງສາທາລະນະສຸກ ໄດ້ຢືນຢັນວ່າ ບັນດາກໍລະນີຄົນປ່ວຍປະຈຳວັນ ໃນທຸກໆລັດແມ່ນຍັງສະແດງໃຫ້ເຫັນວ່າ ມີທ່າອ່ຽງທີ່ເພີ້ມຂຶ້ນ ... ການແຜ່ລະ ບາດຂອງເຊື້ອໄວຣັສເປັນບາງຄັ້ງຄາວ ຢູ່ໃນປະຊາຄົມກໍຍັງສູງຢູ່ຄືກັນ.”

ໃນປະເທດອັງກິດນັ້ນ, ຄວາມຢ້ານກົວກ່ຽວກັບການແຜ່ລະບາດຂອງໄວຣັສໂຄ ໂຣນາສາຍພັນໃໝ່ທີ່ແຕກຕ່າງໄປ ຫລື variant ທີ່ໄດ້ຖືກກວດພົບເປັນຄັ້ງທຳອິດໃນປະເທດອາຟຣິກາໃຕ້ນັ້ນ ໄດ້ກະຕຸ້ນໃຫ້ມີການປຸກລະດົມໃຫ້ກວດພະຍາດຂອງຄົນ ທຸກຄັ້ງກ່ອນອອກເຮືອນ ແລະເຂົ້າໄປໃນອາຄານ.

ການດໍາເນີນຄວາມພະຍາຍາມດັ່ງກ່າວ ແມ່ນກ່ຽວຂ້ອງກັບພື້ນທີ່ 8 ແຫ່ງຂອງປະເທດ ທີ່ປະຊາຊົນຈະໄດ້ຮັບການກວດວ່າ ພວກເຂົາເຈົ້າມີອາການ ຫລືບໍ່. ໂດຍລວມແລ້ວ, ມີປະມານ 80,000 ຄົນ ທີ່ຕ້ອງໄດ້ຮັບການກວດແບບນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG