ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຄອງກໍາແພງໂຕກຽວ ລາອອກ ເພື່ອຈະປະກອບ ພັກການເມືອງໃໝ່


ເຈົ້າຄອງກໍາແພງນະຄອນຫລວງໂຕກຽວ ທ່ານ Shintaro Ishihara ກ່າວໃນກອງປະຊຸມ ໃນກຸງໂຕກຽວ
ເຈົ້າຄອງກໍາແພງນະຄອນຫລວງໂຕກຽວ ທ່ານ Shintaro Ishihara ກ່າວໃນກອງປະຊຸມ ໃນກຸງໂຕກຽວ
ເຈົ້າຄອງກໍາແພງນະຄອນຫລວງໂຕກຽວ ທ່ານ Shintaro
Ishihara ຜູ້ທີ່ໄດ້ສ້າງໂກດແຄ້ນ ໃຫ້ຈີນປະເທດເພື່ອນບ້ານ
ຢູ່ເລື້ອຍໆ ຍ້ອນຄວາມເຫັນສະແດງຄວາມຮັກຊາດຢ່າງເປີດ
ເຜີຍ ແລະບໍ່ຈົ່ງຂອງທ່ານນັ້ນ ກ່າວວ່າ ທ່ານຈະລາອອກຈາກ
ຕໍາແໜ່ງ ເພື່ອຈະປະກອບພັກການເມືອງໃໝ່ຂຶ້ນ ກ່ອນການ
ເລືອກຕັ້ງສະພາ.

ທ່ານ Ishihara ໄດ້ບອກສື່ມວນຊົນ ໃນກອງປະຊຸມຖະແຫລງ
ຂ່າວໃນວັນພະຫັດມື້ນີ້ວ່າ ທ່ານຈະລົງສະມັກເລືອກຕັ້ງເປັນຜູ້
ແທນໃນການເລືອກຕັ້ງ ທີ່ຈະຕ້ອງໄດ້ຈັດຂຶ້ນໃນເດືອນສິງຫາ
ປີໜ້ານີ້. ທ່ານເປັນເຄີຍເປັນສະມາຊິກສະພາ ສັງກັດພັກເສລີ
ປະຊາທິປັດມາກ່ອນ ກ່ອນທີ່ຈະມາຮັບຕໍາແໜ່ງເຈົ້າຄອງກໍາ
ແພງນະຄອນທີ່ໃຫຍ່ທີ່ສຸດຂອງປະເທດ ເປັນເວລາ ເກືອບ
14 ປີນັ້ນ.

ນັກຂຽນປື້ມ ທີ່ຫັນມາເອົາດີທາງການເມືອງ ໄວ 80 ປີ ທ່ານນີ້ ເປັນທີ່ຮູ້ກັນດີຍ້ອນທັດສະ
ນະທາງການເມືອງແບບຂວາຈັດຂອງທ່ານ ຊຶ່ງຮວມທັງການຄັດຄ້ານລັດຖະທໍາມະນູນ ຫລັງສົງຄາມໂລກ ຄັ້ງທີ່ 2 ຂອງຍີ່ປຸ່ນ ທີ່ລະບຸວ່າ ຍີ່ປຸ່ນຕ້ອງຖືແນວທາງສັນຕິພາບນັ້ນ.

ໃນຕົ້ນປີນີ້ ທ່ານໄດ້ສ້າງຄວາມຄຽດແຄ້ນໃຫ້ຈີນ ໂດຍຂູ່ວ່າຈະຊື້ແລະພັດທະນາເກາະ
ດອນກຸ່ມນຶ່ງ ທີ່ທັງຍີ່ປຸ່ນແລະຈີນອ້າງເອົາກໍາມະສິດນັ້ນ. ພວກນັກວິເຄາະກ່າວວ່າ ການເຄື່ອນໄຫວດັ່ງກ່າວ ໄດ້ກົດດັນໃຫ້ນາຍົກລົດຖະມົນຕີ Yoshihiko Noda ຕ້ອງ ໄດ້ຊື້ເອົາເກາະດອນເຫລົ່ານັ້ນ ເປັນສົມບັດຂອງຊາດ ຊຶ່ງໄດ້ເຮັດໃຫ້ຄວາມສໍາພັນ ລະຫວ່າງຈີນ-ຍີ່ປຸ່ນ ເຊື່ອມໂຊມລົງ ຢ່າງໜັກ.
XS
SM
MD
LG