ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

1 ໃນ 5 ຄົນໃດ ທີ່ເສຍຊີວິດໃນໂລກ ແມ່ນເປັນຍ້ອນ ການສູບຢາ


ຊາຍຄົນນຶ່ງກໍລັງສູບຢາ ໃນຂະນະທີ່ໄປຍ່າງຫລິ້ນໃນຕອນເຊົ້າໆ ຢູ່ເມືອງ Frankfurt, ເຢຍຣະມັນ, ວັນທີ 8 ກັນຍາ, 2020.
ຊາຍຄົນນຶ່ງກໍລັງສູບຢາ ໃນຂະນະທີ່ໄປຍ່າງຫລິ້ນໃນຕອນເຊົ້າໆ ຢູ່ເມືອງ Frankfurt, ເຢຍຣະມັນ, ວັນທີ 8 ກັນຍາ, 2020.

ອົງການອະນາໄມໂລກ ຫລື WHO ລາຍງານວ່າ ຢາສູບເຮັດໃຫ້ຄົນເສຍຊີວິດ 1 ລ້ານ 9 ແສນຄົນ, ຫລື 20 ເປີເຊັນຂອງຜູ້ທີ່ເສຍຊີວິດທັງໝົດໃນແຕ່ລະປີຍ້ອນໂຣກຫົວໃຈ. ກ່ອນຈະຮອດວັນຕໍ່ຕ້ານໂຣກຫົວໃຈຂອງໂລກ ກໍຄືວັນທີ 29 ກັນຍາຜ່ານມານັ້ນ, ອົງການອະນາໄມໂລກ, ສະຫະພັນຫົວໃຈໂລກ ແລະມະຫາວິທະຍາໄລ ນິວແຄໂຊລ (Newcastle) ໃນອອສເຕຣເລຍ ໄດ້ພິມເຜີຍແຜ່ບົດລາຍງານການເຕືອນໄພໃໝ່ ກ່ຽວກັບອັນຕະລາຍຂອງໂຣກຫົວໃຈທີ່ເກີດຈາກຢາສູບ. Lisa Schlein ມີລາຍງານສຳລັບວີໂອເອ ມາຈາກນະຄອນເຈນີວາ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ພະຍາດຫຼອດເລືອດຫົວໃຈແມ່ນສາເຫດນຶ່ງທີ່ເຮັດໃຫ້ຄົນເສຍຊີວິດໃນໂລກ, ຊຶ່ງເຮັດໃຫ້ມີຄົນເສຍຊີວິດ ປະມານ 17 ລ້ານ 9 ແສນຄົນ ໃນແຕ່ລະປີ. ອົງການອະນາໄມໂລກລາຍງານວ່າ ການສູບຢາ ແລະຄວັນຢາສູບມືສອງ ແມ່ນເປັນສາ ເຫດເຮັດໃຫ້ເກືອບ 2 ລ້ານຄົນເຫລົ່ານີ້ເສຍຊີວິດໄປ.

ຜູ້ອໍານວຍການຝ່າຍສົ່ງເສີມສຸຂະພາບ ທີ່ອົງການອະນາໄມໂລກ ຫລື WHO, ທ່ານ ຣູອິດິເກີ ເຄຣັສ໌ (Ruediger Krech) ກ່າວວ່າ ຄົນສູບຢາຢ່າຟ້າວຕົກ ໃຈ. ທັງໝົດນີ້ບໍ່ແມ່ນການສູນເສຍໄປໝົດດອກ. ທ່ານກ່າວຕໍ່ວີໂອເອວ່າ ແມ່ນແຕ່ຜູ້ທີ່ສູບຢາຕະຫຼອດຊີວິດ ທີ່ເຊົາການຕິດຢາສູບທີ່ເປັນອັນຕະລາຍຮ້າຍແຮງ ກໍຍັງສາມາດປ້ອງກັນການຕາຍກ່ອນໄວອັນຄວນຍ້ອນການເປັນໂຣກຫົວໃຈລົ້ມແຫລວ ຫລືໂຣກເສັ້ນເລືອດຕີບ ຫລື stroke ນັ້ນໄດ້.

ທ່ານ ເຄຣສ໌ (KRECH) ກ່າວວ່າ:
“ນັ້ນແມ່ນຂ່າວດີ. ຖ້າຜູ້ໃຊ້ຢາສູບປະຕິບັດຕົນໃນທັນທີທັນໃດດຽວນີ້ ແລະເລີກສູບຢາ ແລ້ວຄວາມສ່ຽງຕໍ່ການເປັນໂຣກຫົວໃຈຂອງພວກເຂົາກໍຈະຫລຸດລົງ 50 ເປີເຊັນ ພາຍຫຼັງທີ່ບໍ່ສູບຢາມາໄດ້ນຶ່ງປີ. ສະນັ້ນ, ເຈົ້າສາມາດ, ຖ້າເຈົ້າຫາກເຊົາສູບຢາດຽວນີ້, ເຈົ້າສາມາດສົ່ງຜົນກະທົບທາງສຸຂະພາບໃນທັນທີຕໍ່ສິ່ງນັ້ນໂລດ.”

ນອກຈາກການໃຊ້ຢາສູບແລ້ວ, ປັດໄຈສ່ຽງທີ່ສຳຄັນສຳລັບໂຣກຫົວໃຈປະກອບມີການຂາດການອອກກຳລັງກາຍ, ອາຫານການກິນທີ່ບໍ່ດີຕໍ່ສຸຂະພາບ, ຄວາມດັນ ເລືອດສູງ, ໄຂມັນໃນເລືອດ ຫລື cholesterol, ໂລກອ້ວນພີເກີນໄປ ແລະນໍ້າໜັກເກີນ.

ອົງການ WHO ຍັງເຕືອນອີກວ່າ ຄວາມດັນເລືອດສູງ ແລະໂຣກຫົວໃຈເພີ່ມຄວາມສ່ຽງຂອງການເປັນພະຍາດໂຄວິດ-19 ທີ່ອັນຕະລາຍຮ້າຍແຮງນັ້ນໄດ້. ທ່ານເຄຣັສ (Krech) ກ່າວວ່າ ປະຊາຊົນກຳລັງເລີ່ມເຂົ້າໃຈວ່າ ການສູບຢາຢູ່ໃນຊ່ວງທີ່ມີການແຜ່ລະບາດຢ່າງໜັກຂອງພະຍາດນີ້ ບໍ່ແມ່ນຄວາມຄິດທີ່ດີເລີຍ.

ທ່ານ ເຄຣັສ (Krech) ກ່າວເພີ້ມອີກວ່າ:
“ມີປະຊາຊົນປະມານ 400 ລ້ານຄົນທີ່ຕ້ອງການເຊົາສູບຢາ ຍ້ອນພະຍາດໂຄວິດ-19. ດຽວນີ້ພວກເຂົາເຈົ້າຮັບຮູ້ວ່າ ການແຜ່ລະບາດຂອງພະຍາດເຊັ່ນນີ້ ທີ່ຈິງແລ້ວຢູ່ໃນລະບົບຫາຍໃຈ- ທ່ານແມ່ນມີຄວາມສ່ຽງຫຼາຍຂຶ້ນ, ແລະທີ່ຈິງແລ້ວ ທ່ານຈະມີອາການທີ່ຮ້າຍແຮງຂຶ້ນກວ່າເກົ່າ.”

ໃນຂະນະທີ່ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຊົາສູບຢາ, ເຄື່ອງມືເຊັ່ນ ແຜ່ນຕິດຜິວທີ່ມີທາດນິໂກຕິນ ແມ່ນມີໄວ້ເພື່ອຊ່ວຍເຫລືອໄດ້. ອົງການ WHO ເຕືອນກ່ຽວກັບການສູບຢາ ແບບບໍ່ມີການສູບເອົານັ້ນ ຊຶ່ງອົງການນີ້ເວົ້າວ່າ ໃນແຕ່ລະປີໄດ້ເຮັດໃຫ້ມີປະມານ 200,000 ຄົນເສຍຊີວິດຍ້ອນໂຣກຫົວໃຈ. ອົງການນີ້ກ່າວອີກວ່າ ຢາສູບແບບອີເລັກໂທຣນິກ ຍັງເຮັດໃຫ້ຄວາມດັນເລືອດສູງຂຶ້ນ, ຊຶ່ງເພີ່ມຄວາມສ່ຽງ ຕໍ່ການເປັນພະຍາດຫຼອດເລືອດຫົວໃຈ ພ້ອມກັບພະຍາດໂຄວິດ-19 ອີກດ້ວຍ.

ທ່ານ ເຄຣສ໌ (Krech) ກ່າວວ່າ ລັດຖະບານສາມາດຊ່ວຍປະຊາຊົນໃຫ້ເຊົາສູບ ຢາ ໂດຍການສ້າງເຂດປອດຄວັນຢາສູບ, ຫ້າມໂຄສະນາຢາສູບແລະເພີ້ມການ ເກັບພາສີຕໍ່ສິນຄ້າທີ່ເປັນອັນຕະລາຍເຫຼົ່ານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG