ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ພະຍາຍາມ ຫາວິທີ ເປີດໂອກາດ ເພື່ອການພັດທະນາ ທະວີບອາຟຣິກາ


Tillerson: US Seeks to Unlock the Potential of a Growing African Continent
please wait

No media source currently available

0:00 0:02:24 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ ທິລເລີສັນ ໄດ້ຈັດ ການປຶກສາ
ຫາລືທີ່ກະຊວງການຕ່າງປະເທດ ກັບບັນດາລັດຖະມົນຕີຕ່າງປະເທດ 37 ທ່ານ ຫຼື
ບັນດາຜູ້ແທນຄົນອື່ນໆຈາກທະວີບ ອາຟຣິກາ ໃນວັນສຸກທີ່ຜ່ານມາ. ຈຸດເພັ່ງເລັງ
ຂອງການປຶກສາຫາລື ແມ່ນ ກ່ຽວກັບ ການຄ້າ ແລະ ການລົງທຶນ, ການປາບປາມລັດ
ທິຫົວຮຸນແຮງ ແລະ ການປົກຄອງທີ່ດີ. ກະຊວງການຕ່າງປະເທດເວົ້າວ່າ ເຂົາເຈົ້າກຳ
ລັງ ເບິ່ງໄປໃນອະນາຄົດວ່າ ອາຟຣິກາ ຈະເປັນແນວໃດ ໃນປີ 2100, ເມື່ອເຂົ້າເຈົ້າ
ຈະເປັນທະວີບທີ່ມີປະຊາກອນໜາແໜ້ນ ທີ່ສຸດໃນໂລກ ໂດຍຄາດວ່າ ຈະມີປະຊາຊົນ
ເຖິງ 2 ພັນ 2 ຮ້ອຍ ລ້ານຄົນ. ນັກຂ່າວດ້ານການທູດຂອງວີໂອເອ ຊິນດີ ເຊນ ມີລາຍ
ງານ ເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລັດຖະມົນຕີການຕ່າງປະເທດ ທ່ານ ເຣັກສ ທິລເລີສັນ ໄດ້ອະທິບາຍວ່າ ເປັນຫຍັງ
ທ່ານຈຶ່ງໄດ້ຮຽກຊຸມນຸມຄັ້ງໃຫຍ່ ຂອງບັນດາຜູ້ນຳ ອາຟຣີິກາ ຮ່ວມກັນ.

ທ່ານ ເຣັກສ ທິລເລີສັນ ກ່າວວ່າ “ຂ້າພະເຈົ້າມີໂອກາດໃນເວລາທີ່ຂ້າພະເຈົ້າເປັນລັດ
ຖະມົນຕີການຕ່າງປະເທດ ເພື່ອເດີນທາງໄປທະວີບນັ້ນ. ກ່ອນໜ້ານີ້, ຂ້າພະເຈົ້າເຄີຍ
ເດີນທາງໄປທະວີບຂອງພວກທ່ານຫຼາຍຄັ້ງ ແລະ ຂ້າພະເຈົ້າກໍໄດ້ຢ້ຽມຢາມຫຼາຍປະ
ເທດຂອງພວກທ່ານ. ແຕ່ຂ້າພະເຈົ້າຫວັງວ່າ ຈະໄປອີກໃນຕົ້ນປີໜ້າ. ພວກເຮົາມີ
ແຜນການເດີນທາງຢູ່ແລ້ວ, ແຕ່ໃນເວລາດຽວກັນ, ຂ້າພະເຈົ້າບໍ່ຢາກລໍຖ້າດົນປານ
ນັ້ນເພື່ອນຳເອົາກຸ່ມນີ້ມາລວມກັນ.”

ກ່ອນໄດ້ເປັນຫົວໜ້າດ້ານການທູດ ສະຫະລັດ ນັ້ນ, ທ່ານ ທິລເລີສັນ ແມ່ນຜູ້ບໍລິຫານ
ລະດັບສູງຂອງບໍລິສັດ ເອັກຊອນໂມບິລ. ທ່ານກ່າວວ່າ ລັດຖະບານຂອງທ່ານ ທຣຳ ໄດ້
ພະຍາຍາມ ທີ່ຈະສ້າງຈຸດເພັ່ງເລັງ ໃສ່ສາຍພົວພັນທາງເສດຖະກິດ ລະຫວ່າງ ສະຫະ
ລັດ ກັບ ບັນດາປະເທດ ອາຟຣິກາ ອີກຄັ້ງນຶ່ງ, ໂດຍສະເພາະແມ່ນ ກ່ຽວກັບ ການຄ້າ
ແລະ ການລົງທຶນ.

ທ່ານ ທິລເລີສັນ ໄດ້ກ່າວວ່າ ຄວາມຈະເລີນຮຸ່ງເຮືອງ ທີ່ຍືນຍົງສາມາດຈະເລີນກ້າວ
ໜ້າໄດ້ ໃນສິ່ງແວດລ້ອມຂອງການປົກຄອງທີ່ດີເທົ່ານັ້ນ ແລະ ປະຊາທິປະໄຕ ໄດ້ມີ
ສ່ວນຮ່ວມ ຫຼາຍກ່ວາການຈັດການເລືອກຕັ້ງທີ່ຍຸຕິທຳເທົ່ານັ້ນ.

ທ່ານ ເຣັກສ ທິລເລີສັນ ກ່າວວ່າ “ປະຊາທິປະໄຕ ຈຳເປັນຕ້ອງມີການຢູ່ລວມກັນ, ການ
ເຂົ້າຮ່ວມໃນຂະບວນການທາງການເມືອງໂດຍປະຊາຊົນຂອງປະເທດຢ່າງສັນຕິ. ນັ້ນ
ລວມມີ ເສລີພາບໃນການສະ ແດງອອກ ແລະ ການຄົບຄ້າສະມາຄົມ, ສື່ມວນຊົນທີ່ມີ
ອິດສະຫຼະ, ສັງຄົມພົນລະເຮືອນທີ່ເຂັ້ມແຂງ ແລະ ມີການພົວພັນກັນ, ລັດຖະບານທີ່ມີ
ຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບສຳລັບປະຊາຊົນຂອງເຂົາເຈົ້າໝົດທຸກຄົນ,
ແລະ ມີອຳນາດຕຸລາການທີ່ຍຸຕິທຳ ແລະ ບໍ່ລຳອຽງ.”

ວິໄສທັດຂອງທ່ານ ທິລເລີສັນ ໄດ້ຖືກກ່າວຢໍ້າໂດຍປະທານຂອງສະຫະພາບ ອາຟຣິກາ
ທ່ານ ມູຊາ ຟາຄີ, ຜູ້ທີ່ໄດ້ກ່າວເຖິງຄວາມຄືບໜ້າຂອງສະຖານະການໃນປະເທດ
ຊິມບາບເວ.

ທ່ານ ມູຊາ ຟາຄີ ກ່າວວ່າ “ດັ່ງທີ່ທ່ານຮູ້ດີນັ້ນ, ສະຫະພາບ ອາຟຣິກາ ໄດ້ຕໍ່ຕ້ານການ
ປ່ຽນແປງລັດຖະບານໃດໆ ທີ່ຜິດຈາກລັດຖະທຳມະນູນ. ນີ້ແມ່ນຫຼັກເກນ ທີ່ເປັນພື້ນ
ຖານຫຼາຍຂອງ ສະຫະພາບ ອາຟຣິກາ, ແລະ ພວກເຮົາກໍກ່າວປະນາມຢ່າງເປັນລະບົບ
ຕໍ່ການປ່ຽນແປງລະບອບການປົກຄອງໃດໆດ້ວຍອາວຸດ, ບໍ່ວ່າມັນຈະເປັນທາງທະຫານ
ຫຼື ການກໍ່ກະບົດກໍຕາມ.”

ທ່ານ ທິລເລີສັນ ກ່າວວ່າ ສະຫະລັດ ຈະຢືນຢູ່ຄຽງຂ້າງ ກັບຄູ່ຮ່ວມ ອາຟຣິກາ ຂອງເຂົາ
ເຈົ້າ ເພື່ອເອົາຊະນະການລະບາດຂອງລັດທິກໍ່ການຮ້າຍ, ເຊິ່ງທ່ານໄດ້ກ່າວວ່າ ໄດ້ເອົາ
ຊີວິດຂອງປະຊາຊົນຜູ້ບໍລິສຸດໄປ ເປັນຈຳນວນຫຼວງຫຼາຍໃນ ອາຟຣິກາ ແລະ ທົ່ວໂລກ.
ທ່ານໄດ້ຂອບໃຈບັນດາປະເທດ ອາຟຣິກາ ສຳລັບຄວາມພະຍາຍາມຫຼາຍຝ່າຍຂອງ
ເຂົາເຈົ້າ ເພື່ອຕໍ່ສູ້ກັບພວກກໍ່ການຮ້າຍ, ແລະ ໄດ້ກ່າວວ່າ ສະຫະລັດ ຈະຊ່ວຍເຫຼືອ 20
ປະເທດໃນ ອາຟຣິກາ ເພື່ອຝຶກຊ້ອມ, ສົ່ງ ແລະ ສະໜັບສະໜູນເຈົ້າໜ້າທີ່ຮັກສາສັນຕິ
ພາບ ອາຟຣິກາ ຈຳນວນ 27,000 ຄົນໃນປີນີ້ ໃນການປະຕິບັດພາລະກິດຂອງອົງການ
ສະຫະປະຊາຊາດ ແລະ ສະຫະພາບ ອາຟຣິກາ.

XS
SM
MD
LG