ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ການຕ່າງປະເທດ Tillerson ຢ້ຽມຢາມ ເກົາຫຼີໃຕ້ ທ່າມກາງ ທີ່ມີການປ່ຽນແປງ ທາງ ການເມືອງ


US Secretary of State to Visit South Korea in Midst of Transition
please wait

No media source currently available

0:00 0:02:45 0:00

ທ່ານ Rex Tillerson ລັດຖະມົນຕີການຕ່າງປະເທດສະຫະລັດ ທີ່ຫາກໍຖືກແຕ່ງຕັ້ງໃໝ່ໆ ຈະຢ້ຽມຢາມເກົາຫຼີໃຕ້ ໃນທ້າຍສັບປະດານີ້ ຊຶ່ງເປັນຊ່ວງເວລາປ່ຽນແປງຢ່າງໃຫຽ່
ຫຼວງທາງການເມືອງ ທີ່ອາດພາໃຫ້ມີຄວາມສະລັບສັບຊ້ອນໃນພັນທະມິດ ລະຫວ່າງ
ວໍຊີງຕັນ ກັບນະຄອນຫຼວງໂຊລ໌ ດັ່ງນັກຂ່າວຂອງ VOA Brian Padden ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງວັນນະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຂະນະນີ້ ເກົາຫຼີໃຕ້ ພວມຕົກຢູ່ໃນທ່າມກາງຄວາມວຸ້ນວາຍໃນການປ່ຽນແປງ
ທາງການເມືອງ ລຸນຫຼັງການຟ້ອງຮ້ອງປະທານາທິບໍດີ Park Geun-hye ຜູ້ຊຶ່ງໄດ້ຖືກປົດອອກຈາກອຳນາດໃນຖານະພົວພັນກັບການໃຫ້ເງິນສິນບົນ
ຈຳນວນຫຼາຍໆລ້ານໂດລ່າ.

ບັນດາຜູ້ນຳພັກຝ່າຍຄ້ານເສລີ ພວກຊຶ່ງບໍ່ໄດ້ມອງເຫັນແບບດຽວກັນກັບສະຫະລັດ ເລື່ອງນະໂຍບາຍຂອງເກົາຫຼີເໜືອ ມີທ່າທາງວ່າ ກຳລັງຈະຊະນະໃນການເລືອກ
ຕັ້ງປະທານາທິບໍດີທີ່ຈະມີຂຶ້ນໃນໄວໆນີ້.

ແຕ່ວ່າໃນສັບປະດານີ້ ລັດຖະມົນຕີການຕ່າງປະເທດຄົນໃໝ່ ທ່ານ Rex Tillerson
ຈະເຫັນພຽງແຕ່ຄວາມພ້ອມພຽງຮຽງໜ້າ ເປັນປຶກແຜ່ນ ໃນຕອນທີ່ທ່ານຢ້ຽມຢາມ ກອງກຳລັງສະຫະລັດ ໃນເກົາຫຼີໃຕ້ ທີ່ຮ່ວມຊ້ອມລົບ ອັນລວມທັງ ກຳປັ່ນ USS
Carl Vinson ບັນທຸກເຄື່ອງບິນ ບັງຄັບດ້ວຍພະລັງນິວເຄລຍນຳ ໃນການສະແດງ
ໃຫ້ເຫັນເຖິງແສນຍານຸພາບ ເພື່ອຕ້ານຢັນຄວາມສາມາດຂອງເກົາຫຼີເໜືອ ທາງດ້ານ ນິວເຄລຍແລະລູກສອນໄຟຂີປະນາວຸດທີ່ພວມກ້າວໜ້າໄປ.

ພວກປະທ້ວງ ເພື່ອການຟ້ອງຮ້ອງປະທານາທິບໍດີ Park Geun-hye ພາກັນເດີນຂະບວນສູ່ສະພາ ໃນຂະນະທີ່ມີການຈຸດທຽນໄວ້ອາໄລ ຮຽກຮ້ອງໃຫ້ຈັບກຸມທ່ານນາງໃນ ນະຄອນໂຊລ໌, ເກົາຫຼີໃຕ້, 11 ມີນາ, 2017.
ພວກປະທ້ວງ ເພື່ອການຟ້ອງຮ້ອງປະທານາທິບໍດີ Park Geun-hye ພາກັນເດີນຂະບວນສູ່ສະພາ ໃນຂະນະທີ່ມີການຈຸດທຽນໄວ້ອາໄລ ຮຽກຮ້ອງໃຫ້ຈັບກຸມທ່ານນາງໃນ ນະຄອນໂຊລ໌, ເກົາຫຼີໃຕ້, 11 ມີນາ, 2017.



ເກົາຫຼີເໜືອ ໄດ້ເຕືອນວ່າ ຈະໂຈມຕີດ້ວຍການ “ຍິງລູກສອນໄຟຢ່າງບໍ່ປານີ”
ຖ້າຫາກວ່າ ກໍ່າປັ່ນທີ່ວ່ານີ້ ລ່ວງລ້ຳອະທິປະໄຕ ແລະກຽດສັກສີຂອງຕົນ
ໃນລະຫວ່າງການຊ້ອມລົບດັ່ງກ່າວ.

ນອກຈາກນັ້ນແລ້ວ ທ່ານ Tillerson ຍັງຈະໄດ້ຍິນແຕ່ສຳນວນທີ່ເປັນການ
ສະໜັບສະໜຸນນະໂຍບາຍສະຫະລັດ ຕອນທີ່ທ່ານພົບປະກັບປະທານາທິບໍດີ ຮັກສາການຊົ່ວຄາວ ທ່ານ Hwang Kyo-anh ແລະລັດຖະມົນຕີປ້ອງກັນ
ປະເທດເກົາຫຼີໃຕ້ ທ່ານ Yun Byung-Se. ພວກເຈົ້າໜ້າທີ່ທັງສອງທີ່ຮັກສາ
ການຊົ່ວຄາວທີ່ນິຍົມແນວທາງເດີມ ກໍຈະເອີ່ຍເຖິງຄວາມຕ້ອງການຂອງ ສະຫະລັດ ທີ່ຢາກລົງໂທດເກົາຫຼີເໜືອໜັກຂຶ້ນຕື່ມ ທີ່ຢາກກົດດັນ Kim Jong Un ໃຫ້ລົບ
ລ້າງໂຄງການອາວຸດນິວເຄລຍ ຂອງເຂົາ.

ແລະພວກເພິ່ນກໍສະໜັບສະໜຸນລະບົບ THAAD ລູກສອນໄຟປ້ອງກັນ ໃຫ້ໄປ
ຕິດຕັ້ງໃນເກົາຫຼີໃຕ້ ຊຶ່ງເປັນຄວາມຈຳເປັນສຳຫຼັບການເອົາມາດຕະການປ້ອງກັນ
ຕ້ານເກົາຫຼີເໜືອ.

ພວກທີ່ນິຍົມແນວທາງເດີມຫຼາຍທ່ານ ເຫັນພ້ອມນຳທ່ານ Thae Yong Ho, ອະດີດຮອງຫົວໜ້າສະຖານທູດເກົາຫຼີເໜືອໃນນະຄອນລອນດອນ ກ່ອນທີ່ ທ່ານຈະໂຕນໜີໄປຍັງເກົາຫຼີໃຕ້ ໃນປີກາຍນີ້ ທີ່ວ່າ Kim Jong Un ຈະບໍ່ມີທາງ ຍົກເລີກໂຄງການອາວຸດນິວເຄລຍຂອງເຂົາຈັກເທື່ອ ໂດຍກ່າວວ່າ“ຂ້າພະເຈົ້າ
ແນ່ໃຈທີ່ສຸດວ່າ ວິທີດຽວທີ່ຈະແກ້ໄຂເລື່ອງໂຄງການອາວຸດນິວເຄລຍຂອງ
ເກົາຫຼີເໜືອ ໂດຍພື້ນຖານແລ້ວ ແມ່ນໂຄ່ນລົ້ມລະບອບ Kim Jong Un.”

ລະບົບຕ້ານລູກສອນໄຟທີ່ຍິງມາໃນລະດັບສູງ (THAAD) ໃນຂະນະທີ່ທຳການທົດລອງຮັບທີ່ປະສົບຜົນສຳເລັດ, ພາບຈາກກະຊວງປ້ອງກັນປະເທດ
ລະບົບຕ້ານລູກສອນໄຟທີ່ຍິງມາໃນລະດັບສູງ (THAAD) ໃນຂະນະທີ່ທຳການທົດລອງຮັບທີ່ປະສົບຜົນສຳເລັດ, ພາບຈາກກະຊວງປ້ອງກັນປະເທດ

ເຖິງຢ່າງນັ້ນກໍຕາມ ທ່ານ Moon Jae-in ຜູ້ນຳໃນການລົງແຂ່ງຂັນເອົາຕຳແໜ່ງ
ປະທານາທີບໍດີ ຈາກພັກປະຊາທິປັດ ແຫ່ງເກົາຫຼີ ກໍບໍ່ຢາກຈະປະເຊີນໜ້າແຮງ
ແຕ່ຢາກເຮັດຂໍ້ຕົກລົງກັບລັດຖະບານຂອງ Kim Jong Un ໂດຍກ່າວວ່າ
“ພວກເຮົາ ບໍ່ສາມາດຈະປະຕິເສດໄດ້ວ່າ ຜູ້ນຳຂອງປະຊາຊົນເກົາຫຼີເໜືອ ແມ່ນ
Kim Jong Un. ພວກເຮົາບໍ່ມີທາງເລືອກ ແຕ່ຕ້ອງໄດ້ຮັບຮູ້ວ່າ Kim Jong Un
ຄູ່ຕໍາແໜ່ງ ເຖິງແມ່ນວ່າພວກເຮົາຈະກົດດັນ ແລະລົງໂທດໃສ່ເກົາຫຼີເໜືອ
ຫຼືເຈລະຈາກໍຕາມ.”
ໃນຂະນະທີ່ຄວາມພະຍາຍາມໃນອະດີດ ທີ່ຈະກຳກັບນຳ
ການຢາກໃຫ້ມີການປ່ຽນແປງຜ່ານທາງການເສດຖະກິດນັ້ນ ແມ່ນບໍ່ປະສົບຜົນ
ສຳເລັດ ເພື່ອຢາກໃຫ້ເກົາຫຼີເໜືອຢຸດໂຄງການພັດທະນາອາວຸດນິວເຄລຍ ພວກເຂົາກັບສະແດງເຖິງຂັ້ນຕອນຂອງການພັດທະນາ ແລະສົ່ງເສີມການທົດລອງ
ທີ່ໂຕ້ແຍ້ງວ່າ ມັນເຖິງເວລາແລ້ວທີ່ຈະທົດລອງໃໝ່ອີກ.

ນອກນີ້ ຊາວເກົາຫຼີໃຕ້ຈຳນວນຫຼວງຫຼາຍ ຍັງພາກັນບໍ່ແນ່ໃຈ ກ່ຽວກັບລະບົບ
THAAD ຊຶ່ງເຮັດໃຫ້ຈີນ ທີ່ເປັນຝ່າຍຄ້ານຢ່າງໜັກເຂັ້ມແຂງ ທັງມີລາຍງານວ່າ
ຈີນແກ້ແຄ້ນທາງດ້ານເສດຖະກິດເພີ່ມຂຶ້ນຕໍ່ຕ້ານບັນດາບໍລິສັດເກົາຫຼີໃຕ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ສະມາຊິກພັກປະຊາທິປັດບັນດາ ໃນການລົງຫາສຽງຂັ້ນທຳອິດຂອງການເລືອກຕັ້ງປະທານາທິບໍດີ ທ່ານ Moon Jae-in, ທ່ານ Choi Sung ແລະທ່ານ Lee Jae-myung (ຂວາ ຫາ ຊ້າຍ) ທີ່ເຂົ້າຮ່ວມໃນກິດຈະກຳ ທີ່ໄດ້ປະກາດເຖິງການລົງແຂ່ງຢ່າງທ່ຽງທຳ ເພື່ອໃຫ້ໄດ້ເປັນຕົວແທນຂອງພັກ, ໂຊລ໌, 14 ມີນາ, 2017.
ສະມາຊິກພັກປະຊາທິປັດບັນດາ ໃນການລົງຫາສຽງຂັ້ນທຳອິດຂອງການເລືອກຕັ້ງປະທານາທິບໍດີ ທ່ານ Moon Jae-in, ທ່ານ Choi Sung ແລະທ່ານ Lee Jae-myung (ຂວາ ຫາ ຊ້າຍ) ທີ່ເຂົ້າຮ່ວມໃນກິດຈະກຳ ທີ່ໄດ້ປະກາດເຖິງການລົງແຂ່ງຢ່າງທ່ຽງທຳ ເພື່ອໃຫ້ໄດ້ເປັນຕົວແທນຂອງພັກ, ໂຊລ໌, 14 ມີນາ, 2017.

XS
SM
MD
LG