ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ Tillerson ຖືເອົາ ສັບປະດານີ້ ເປັນ ຂີດໝາຍ ຄົບຮອບ ການກໍ່ລັດຖະປະຫານ ໃນເທີກີ


Tillerson Turkey
please wait
Embed

No media source currently available

0:00 0:01:48 0:00

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ຖືເອົາ ສັບປະ
ດານີ້ ເປັນຂີດໝາຍຂອງການກໍ່ລັດຖະປະຫານທີ່ລົ້ມແຫຼວ ເມື່ອປີກາຍນີ້ ໂດຍຍົກຍ້ອງ
ຄວາມກ້າຫານ ຂອງປະຊາຊົນຊາວເທີກີ ໃນການປົກປ້ອງປະຊາທິປະໄຕ ແຕ່ບໍ່ໄດ້
ກ່າວເຖິງ ການປາບປາມຢ່າງກວ້າງຂວາງ ຂອງລັດຖະບານ ຫຼັງຈາກນັ້ນມາ.

ໃນການກ່າວຖະແຫລງ ເມື່ອວັນອາທິດວານນີ້ ຢູ່ທີ່ກອງປະຊຸມເລື່ອງນ້ຳມັນ ໃນ
ນະຄອນ Istanbul ຂອງເທີກີ ທ່ານ Tillerson ໄດ້ທວນຄືນ ໄລຍະສັ້ນໆ ຂອງການ
ພະຍາຍາມທີ່ຈະໂຄ່ນລົ້ມ ປະທານາທິບໍດີ Recep Erdogan ທີ່ບໍ່ປະສົບຜົນສຳເລັດ
ເມື່ອວັນທີ 15 ກໍລະກົດ ປີກາຍນີ້. ນອກນັ້ນ ທ່ານຍັງໄດ້ກ່າວວ່າ ສະຫະລັດ ມອງເຫັນ
ເທີກີ ວ່າເປັນພາຄີຂອງຕົນ ໃນການຊຸກຍູ້ໃຫ້ມີຄວາມໝັ້ນຄົງ ທາງດ້ານພະລັງງານ
ຫຼາຍຂຶ້ນ ຢູ່ໃນຂົງເຂດ ແລະ ວ່າ “ທ່ານຫວັງວ່າ ຈະໄດ້ພົວພັນກັບເທີກີ ກ່ຽວກັບ
ໂຄງການຕ່າງໆ ທີ່ຈະເສີມຂະຫຍາຍຄວາມໝັ້ນຄົງໃນດ້ານ ພະລັງງານຂອງໂລກ.”

ທ່ານ Tillerson ກ່າວວ່າ “ພວກເຮົາທັງໝົດຢູ່ທີ່ເທີກີ ໃນຊ່ວງເວລາທີ່ສຳຄັນຍິ່ງ.
ເກືອບນຶ່ງປີກ່ອນ ປະຊາຊົນເທີກີ ພວກຜູ້ຊາຍ ແລະແມ່ຍິງທີ່ກ້າຫານ-ໄດ້ຢືນຂຶ້ນ
ຕໍ່ຕ້ານ ຕໍ່ພວກວາງແຜນກໍ່ລັດຖະປະຫານ ແລະ ໄດ້ປົກປ້ອງ ປະຊາທິປະໄຕຂອງ
ພວກເຂົາເຈົ້າ...ປະຊາຊົນເທີກີ ໄດ້ໃຊ້ສິດຂອງພວກເຂົາເຈົ້າ ພາຍໃຕ້ລັດຖະທຳ
ມະນູນ ຂອງເທີກີ ໄດ້ປົກປ້ອງ ຖານະຄວາມຈະເລີນຮຸ່ງເຮືອງໃນເທີກີຂອງພວກ
ເຂົາເຈົ້າ ແລະ ພວກເຮົາກໍຈົດຈຳພວກຄົນເຫຼົ່ານັ້ນ ຜູ້ທີ່ໄດ້ຮັບບາດເຈັບ ຫຼື ໄດ້ເສຍ
ຊີວິດ ໃນເຫດການດັ່ງກ່າວ.”

ການກໍ່ລັດຖະປະຫານ ໄດ້ລົ້ມແຫຼວ ໃນເວລາ ຊາວເທີກີຫຼາຍພັນຄົນ ໄດ້ພາກັນລົງສູ່
ຖະໜົນຫົນທາງຕ່າງໆ ຕາມການຮຽກຮ້ອງຂອງປະທານາທິບໍດີ Erdogan ເພື່ອໃຫ້
ຕ້ານທານຕໍ່ການຢາກຈະໂຄ່ນລົມທ່ານ ຊຶ່ງໄດ້ນຳພາໂດຍພວກສະມາຊິກຂອງ
ທະຫານ ທີ່ທໍລະຍົດ. ປະຊາຊົນຫຼາຍກວ່າ 240 ຄົນ ສ່ວນຫຼາຍແມ່ນພົນລະເຮືອນ
ທີ່ໄດ້ເສຍຊີວິດ ໃນຄ່ຳຄືນດັ່ງກ່າວນັ້ນ ຊຶ່ງເປັນຂີດໝາຍໂດຍການສູ້ລົບກັນຢ່າງໜັກ
ໃນນະຄອນຫຼວງ Ankara ລະຫວ່າງ ພະແນກຕ່າງໆ ຂອງຕຳຫຼວດ ແລະ ທະຫານ
ກອງທັບບົກ.

ນັບຕັ້ງແຕ່ເດືອນກໍລະກົດປີກາຍນີ້ເປັນຕົ້ນມາ ປະຊາຊົນຫຼາຍກວ່າ ນຶ່ງແສນຄົນ ໄດ້
ຖືກປົດ ຫຼື ຖືກລະງັບ ຈາກວຽກງານຂອງພວກເຂົາເຈົ້າ ໃນລັດຖະບານຂອງເທີກີ
ແລະ ໃນພາກສ່ວນຂອງບໍລິສັດເອກກະຊໍົນ ແລະ ລັດຖະບານທ່ານ Erdogan
ໄດ້ຈັບກຸມພວກຄົນອື່ນໆຫຼາຍກວ່າ 40,000 ຄົນເຂົ້າຄຸຸກ ໃນຂໍ້ຫາຕ່າງໆນາໆ ໂດຍ
ກ່າວຫາວ່າ ພວກເຂົາເຈົ້າໄດ້ມີສ່ວນກ່ຽວຂ້ອງກັບຂະບວນການຕໍ່ຕ້ານລັດຖະບານ.
ພວກທີ່ຕິດຄຸກສ່ວນຫຼາຍ ແມ່ນຍັງບໍ່ທັນໄດ້ຖືກນຳຂຶ້ນສານ ເພື່ອຕອບໂຕ້ ຕໍ່ຂໍ້ກ່າວຫາ
ພວກເຂົາເຈົ້າ ຫຼາຍຄົນຍັງໄດ້ຈົ່ມວ່າ ຖືກລະເມີດ ແລະ ໄດ້ຮັບການເບິ່ງແຍງທີ່ບໍ່ດີ
ໃນເວລາຖືກຄວບຄຸມໂຕຢູ່ນັ້ນ.

Tillerson Praises Turkey, Rebukes Russia During Foreign Trip
please wait

No media source currently available

0:00 0:02:24 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG