ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສ້າງ TikTok ດໍາເນີນການປິດວີດີໂອ ໃນແອັບ ທີ່ເປັນຍອດນິຍົມ


ແຟ້ມຮູບ-ເດຣກ (Drake) ປາກົດຢູ່ໃນງານ Music Awards ໃນນະຄອນ ລອສ ແອນ​ເຈີລິສ ໃນວັນທີ 23 ພຶດສະພາ 2021. ລາວເປັນຜູ້ນຶ່ງໃນບັນດານັກສີລະປິນ ຜູ້ທີ່ Universal Music Group ກ່າວວ່າ ຈະບໍ່ໄດ້ຮັບອະນຸຍາດ ໃຫ້ອອກໃນສື່ສັງຄົມອີກແລ້ວ ເນື່ອງຈາກຂໍ້ຂັດແຍ້ງດ້ານລິຂະສິດ.
ແຟ້ມຮູບ-ເດຣກ (Drake) ປາກົດຢູ່ໃນງານ Music Awards ໃນນະຄອນ ລອສ ແອນ​ເຈີລິສ ໃນວັນທີ 23 ພຶດສະພາ 2021. ລາວເປັນຜູ້ນຶ່ງໃນບັນດານັກສີລະປິນ ຜູ້ທີ່ Universal Music Group ກ່າວວ່າ ຈະບໍ່ໄດ້ຮັບອະນຸຍາດ ໃຫ້ອອກໃນສື່ສັງຄົມອີກແລ້ວ ເນື່ອງຈາກຂໍ້ຂັດແຍ້ງດ້ານລິຂະສິດ.

ຫຼາຍລ້ານວີດີໂອໃນ TikTok ບໍ່ມີສຽງອອກມາ ໃນວັນພະຫັດວານນີ້ ລຸນຫຼັງຂໍ້ຂັດແຍ້ງທາງສັນຍາກັບ Universal Music Group ຫຼື UMG, ເຊິ່ງໄດ້ອອກລິຂະສິດເພງຂອງຕົນໃຫ້ແກ່ສື່ສັງຄົມວີດີໂອທີ່ເປັນຍອດນິນົມດັ່ງກ່າວ, ໂດຍ​ໝົດສັນຍາ​ລົງ ​ໃນ​ວັນ​ທີ 31 ມັງກອນ​ແລ້ວນີ້.

ອີງຕາມຈົດຫມາຍທີ່ເປີດເຜີຍອອກມາຢູ່ໃນເວັບໄຊທ໌ຂອງຕົນ ໃນວັນທີ 30 ມັງ ກອນ, UMG ໄດ້ອະທິບາຍວ່າ ພວກເຂົາໄດ້ເອົາບົດເພງຕ່າງໆຂອງຕົນ ອອກຈາກ TikTok ເນື່ອງຈາກບໍ່ມີຄ່າຊົດເຊີຍທີ່ເຫມາະສົມໃຫ້ແກ່ການເຮັດວຽກຂອງ ‘ນັກສີລະປິນ ແລະນັກຂຽນເພງ,’ ເຊິ່ງບໍ່ປະສົບຜົນສໍາເລັດໃນການປົກປ້ອງສິດທິມະນຸດ ຂອງນັກສີລະປິນ ຈາກຜົນກະທົບຂອງປັນຍາປະດິດ, ພ້ອມທັງຂາດຄວາມພະຍາຍາມເພື່ອປົກປ້ອງຜູ້ໃຊ້ທາງອອນໄລນ໌ອີກດ້ວຍ.

ການຕັດສິນໃຈດັ່ງກ່າວ ໝາຍຄວາມວ່າ ບົດເພງຕ່າງໆຂອງສີນລະປິນຍອດນິຍົມເຊັ່ນ: ແບດ ບັນນີ (Bad Bunny), ເທເລີ ສວິບທ໌ (Taylor Swift), ອາເດລເລ (Adele) ແລະ ເດຣກ (Drake) ຈະຖືກປິດໃນສື່ສັງຄົມດັ່ງກ່າວໃນ ອີກບໍ່ເທົ່າໃດມື້ຂ້າງໜ້ານີ້.

UMG ຂຽນວ່າ TikTok ກໍາລັງສະເຫນີທີ່ຈະຈ່າຍເງິນໃຫ້ແກ່ສີນລະປິນຕ່າງໆ ແລະນັກຂຽນເພງທັງຫຼາຍເຫຼົ່ານັ້ນຂອງຕົນ "ໃນອັດຕາສ່ວນຂອງຈໍານວນ" ທີ່ສື່ສັງຄົມອື່ນໆ ຄ້າຍຄືກັນນີ້ ຈ່າຍ, ແລະນັ້ນ TikTok ກວມເອົາ 1 ເປີເຊັນຂອງລາຍໄດ້ທັງຫມົດ ຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG