ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນຫຍັງ ຊາວທິເບດ ຈຶ່ງຈູດເຜົາຕົນເອງ? (ວີດິໂອ ພາສາລາວ/ອັງກິດ)


ພາບການຈູດເຜົາຕົນເອງຂອງຊາວທິເບດຄົນນຶ່ງ ເພື່ອປະທ້ວງ ການປົກຄອງຂອງຈີນ ໃນເຂດຖິ່ນຢູ່ອາໄສຂອງພວກເຂົາເຈົ້າ.
ພາບການຈູດເຜົາຕົນເອງຂອງຊາວທິເບດຄົນນຶ່ງ ເພື່ອປະທ້ວງ ການປົກຄອງຂອງຈີນ ໃນເຂດຖິ່ນຢູ່ອາໄສຂອງພວກເຂົາເຈົ້າ.
ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ ​ໄດ້​ມີຊາວທິເບດຈູດເຜົາຕົນເອງ
ໄປຫຼາຍ ກວ່າ 110 ຄົນແລ້ວ ເພື່ອປະທ້ວງນະໂຍບາຍຂອງຈີນ
ຢູ່ໃນບ້ານເກີດເມືອງນອນຂອງເຂົາເຈົ້າ. ພວກທີ່ຈູດເຜົາຕົນເອງ
ນັ້ນ ໂດຍສ່ວນໃຫຍ່​ແລ້ວ ​ແມ່ນ​ເຮັດ​ເພື່ອຮຽກຮ້ອງໃຫ້ໃຫ້ອົງດາ
ໄລ ລາມະ ກັບຕ່າວຄືນສູ່ທິເບດ ແລະຮຽກ ຮ້ອງ​ເອົາ​ເສລີພາບ​
ໃຫ້ຊາວທິເບດ. ລັດຖະບານຈີນຖື​ເບົາການ​ກະທໍາ​ເຫລົ່າ​ນັ້ນ ວ່າ ເປັນແຜນການທາງການເມືອງຂອງອົງດາໄລ ລາມະ ແລະພວກ
ນັບຖືພະອົງ ເພື່ອທໍາລາຍສະຖຽນລະພາບຢູ່​ໃນທິເບດແລະສ້າງ
ຄວາມ ເສື່ອມເສຍໃຫ້ແກ່ໂຄງການພັດທະນາສ້າງສາ​ທິ​ເບ​ດໃຫ້
ກ້າວໜ້າທັນສະໄໝຂອງປັກກິ່ງ. ວີໂອເອສຶກສາເບິ່ງສາເຫດທີ່ ຢູ່ເບື້ອງຫຼັງການປະທ້ວງທີ່ໜ້າຢ້ານກົວນີ້ ຊຶ່ງທອງປານຈະນໍາ
ມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ເບິ່ງວີດີໂອພາສາລາວ:


ຄວາມ​ສັກສິດແມ່ນມີຢູ່ທົ່ວທຸກຫົນແຫ່ງ ໃນວັດທະນະທໍາຂອງທິເບດ ຊຶ່ງເປັນວັດທະນະ
ທໍາ ທີ່ຖືຄວາມຮັກແພງເຫັນອົກເຫັນໃຈ​ເພື່ອນ​ມະນຸດ ແລະຄວາມນັບຖືສໍາລັບທຸກໆຊີວິດ ​
ເປັນຫຼັກແກນກາງຂອງຕົນ. ແຕ່ວ່ານັບຕັ້ງແຕ່ປີ 2009 ເປັນຕົ້ນມາ ຊາວທິເບດໄດ້ພາກັນ
ເອົານໍ້າມັນແອັສຊັງຫົດຕົນເອງ ແລະມີເລື້ອຍໆ ທີ່ກືນ​ກິນ​ເຂົ້າ​ໄປເຕັມປາກ ​ແລະຍ່າງອອກ
ໄປທ່າມກາງ ​ແສງ​ແດດກາງເວັນແສກໆ ແລ້ວກໍຈູດ​ໄຟເຜົາຕົນເອງເພື່ອປະທ້ວງ.

ທ່ານ Steven Marshall ຈາກ​ຄະນະ​ກໍາມາ​ທິການ​ບໍລິຫານ​ກ່ຽວ​ກັບ​ຈີນ ຂອງ​ລັດຖະ
ສະພາ​ສະຫະລັດ ກ່າວ​ວ່າ:

“ບັດນີ້ ຊາວທິເບດໄດ້ກ້າວມາເຖິງຈຸດທີ່ວ່າ ພວກເຂົາເຈົ້າ ພາກັນສະແດງອອກ
ໃນທາງ ທີ່ເຂົາເຈົ້າຮູ້ສຶກວ່າ ເປັນວິທີທີ່ເຂັ້ມແຂງທີ່ສຸດ ທີ່ພວກເຂົາເຈົ້າສາມາດ
ເຮັດ
​ໄດ້ ກໍຄືຂ້ອຍ​ຈະສະຫຼະຊີ ເພື່ອ​ເປັນ​ການປະກາດໃຫ້​ຮູ້ວ່າ ຂ້ອຍບໍ່ຫຼິງເຫັນ
ອະນາຄົດ
ສໍາລັບຂ້ອຍ ຫຼືພວກຄົນຂອງຂ້ອຍໃນ​ຖານະ​ ເປັນພາກສ່ວນນຶ່ງຂອງ
ຈີນ
ນັ້ນ.”

ການປະທ້ວງຂອງ​ມະຫາຊົນ ​ແລະການລຸກຮືຂຶ້ນຫຼາຍໆບັ້ນ ຕະຫລອດ​ທັງການສູ້ລົບກັນ
ລະຫວ່າງຊາວທິເບດແລະຈີນ ​ແມ່ນຍ້ອນຫຼັງຄືນໄປເມື່ອຫຼາຍ ກວ່າ 60 ປີຜ່ານມາ​ແລ້ວ
ຕອນ​ທີ່ອົງດາໄລ ລາມະ ຖືກກອງທັບຈີນບັງຄັບ ໃຫ້ຫຼົບໜີອອກຈາກທິເບດ. ການປະ
ທ້ວງໃນຂອບເຂດກ້ວາງຂວາງບັ້ນຫຼ້າສຸດ ແມ່ນເກີດຂຶ້ນໃນປີ 2008 ເວລາຊາວທິເບດ
ອີກຄັ້ງນຶ່ງພາກັນທວງ​ເອົາ ເສລີພາບທາງ​ສາສະໜາແລະວັດທະນະທໍາ ຫຼາຍກວ່າເກົ່າ
ແລະໃຫ້ຍຸຕິໃນສິ່ງທີ່ບາງຄົນ​ເອີ້ນ​ວ່າ ເປັນການຄວບ​ຄຸມຊີວິດຂອງຊາວທິເບດ ຢ່າງຜະ
ເດັດການທີ່ສຸດ.

Tsering Woeser ນັກຂຽນຊາວທິເບດ ຢູ່​ປັກ​ກິ່ງ ກ່າວ​ວ່າ:

“ນັບຕັ້ງແຕ່ປີ 2008 ມາ​ແລ້ວ ຂົງເຂດທິເບດທັງໝົດ ໂດຍສະເພາະເມື​ອງຫຼວງ
Lhasa ແມ່ນ​ເທົ່າ​ກັບຕົກຢູ່ໃຕ້ກົດໄອຍະການເສິກ. ພາຍໃຕ້ສະພາບການດັ່ງ
ກ່າວນີ້ ການປະທ້ວງກັນເປັນກຸ່ມເປັນກ້ອນ
ກໍເປັນ​ໄປບໍ່ໄດ້ຢູ່​ແລ້ວ ຍ້ອນວ່າ
ພວກເຂົາເຈົ້າຈະຖືກທັບມ້າງ
ເກືອບວ່າໂດຍທັນທີ.”

ເມື່ອວັນທີ 27 ກຸມພາ ປີ 2009 ພະໜຸ່ມອົງນຶ່ງ ທີ່ຊື່ວ່າ Tapey ໄດ້ອອກຍ່າງຄົນດຽວ
ມຸ້ງໜ້າໄປຍັງເຂດຕະຫຼາດໃນຄຸ້ມ Ngaba ແລະເປັນຊາວທິເບດຄົນທໍາອິດ ທີ່ຈູດ​ໄຟ
ເຜົາຕົນເອງ. ພວກເຫັນເຫດການເວົ້າວ່າ ກໍາລັງຮັກສາຄວາມປອດໄພຈີນໄດ້ຍິງພະ
Tapey ຫຼາຍໆນັດຕິດກັນ ໃນຂະນະໄຟກໍາລັງໄໝ້ເພີ່ນຢູ່ນັ້ນ ກ່ອນຄວບຄຸມຕົວເພິ່ນໄປ.

Dhondup Tashi Rekjong ນັກ​ຂຽນ​ຊາວ​ທິ​ເບ​ດອິກຄົນ​ນຶ່ງ​ ກ່າວ​ວ່າ:

“ນັບຕັ້ງແຕ່ຈີນເຂົ້າຍຶດຄອງທິເບດໃນປີ 1959 ​ເປັນຕົ້ນມາ ຈົນ​ຮອດ​ດຽວ​ນີ້
ຈີນ​ແມ່ນໄດ້ພະຍາຍາມທໍາລາຍແລະລົບ​ລ້າງ ປະເພນີ ວັດທະນະທໍາທິເບດ
ສາສະໜາ ການເມືອງ ແລະອື່ນໆ ຢ່າງເປັນ
ລະບົບຕະຫຼອດມາ. ພຶດຕິກໍາ ທັງໝົດຂອງຈີນທີ່ກ່າວມານັ້ນ ​ແມ່ນໄດ້ສະສົມກັນ​ຂຶ້ນ​ມາ ເປັນສາເຫດໃຫ້
ຊາວທິເບດຈູດເຜົາຕົນເອງ.”


ພວກເຈົ້າໜ້າທີ່ຈີນ ພາກັນຖິ້ມໂທດ ສໍາລັບການຈູດເຜົາຕົນເອງທີ່ເພີ່ມຂຶ້ນໄປນັບມື້ນັ້ນ ​
ໃສ່ອັນທີ່ພວກເຂົາເຈົ້າເອີ້ນວ່າ ຄະນະຂອງອົງດາໄລ ລາມະ ແລະກໍາລັງພາຍນອກ ຊຶ່ງ
ໂຮມທັງລັດຖະບານທິເບດພັດຖິ່ນ ນັ້ນນໍາ.

ທ່ານ Hong Lei ໂຄສົກກະຊວງຕ່າງປະເທດຈີນ ​ເວົ້າ​ວ່າ:

“ເມື່ອບໍ່ດົນມານີ້ ການຈູດເຜົາຕົນເອງຂອງຊາວທິເບດ ບາງລາຍ​ກໍ​ເກີດ​ຂຶ້ນ ຢູ່ ໃນບາງເຂດຂອງຈີນ. ​ເມື່ອ​ພິຈາລະນາຈາກ ຫຼາຍກໍລະນີແລ້ວ ມັນກໍເປັນທີ່ ແຈ້ງຂາວຫຼາຍວ່າຄະນະຂອງອົງດາໄລ ລາມະ ເປັນຜູ້ວາງ​ແຜນ ຍຸຍົງ ບົງການ ​ແລະຊຸກຍູ້ໃຫ້ພວກເຂົາເຈົ້າ ຈູດເຜົາຕົນເອງນັ້ນ ຫຼາຍກວ່າ.”

ວີດິໂອ ພາສາອັງກິດ:


ສື່ທາງການຂອງລັດຖະບານຈີນ ໄດ້ບັນ​ລະ​ຍາຍພວກຈູດເຜົາຕົນເອງ ວ່າເປັນເຍົາວະຊົນ
ທີ່ຖືກໂນ້ມນ້າວຈິດໃຈງ່າຍ ມີຄວາມເຄົາລົບຕົນເອງຕໍ່າ ມີບັນຫາທາງສັງຄົມ ແລະຄອບຄົວ
ແລະຖືກຊັກ​ຈູງຢ່າງງ່າຍດາຍ​ ໂດຍ​ຮູບພາບຂ່າວສື່ມວນຊົນຂອງວີໂອເອ ຊຶ່ງເປັນຂໍ້ຫາ
ທີ່ວີໂອເອປະຕິເສດ.

ສະຫະລັດຮຽກຮ້ອງໃຫ້ຈີນ ຫາທາງແກ້ໄຂ ຜ່ານການໂອ້ລົມສົນທະນາກັນກັບອົງດາໄລ ລາມະ.

ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ:

“ສະຫະລັດຢາກເຫັນພຶດຕິການຈູດເຜົາຕົນເອງ ທີ່ໜ້າເສົ້າສະລົດໃຈແບບນີ້ ຍຸຕິລົງໄດ້ແລ້ວ.”

ອິງຕາມລາຍ​ງານ​ຂອງຜູ້ເຫັນເຫດການນັ້ນ ຄໍາເວົ້າທີ່ໄດ້ຍິນ​ເລື້ອຍທີ່ສຸດ ຈາກ​ພວກຈູດເຜົາ
ຕົນເອງ ທີ່ຮ້ອງອອກ​ມາໃນຂະນະທີ່ໄຟກໍາລັງລຸກໄໝ້​ເຜົາ​ເຂົາ​ເຈົ້າ​ຢູ່​ນັ້ນ ກໍ​ແມ່ນ​ວ່າ ຈົ່ງ
ໃຫ້
ອົງດາໄລ ລາມະ ກັບຄືນສູ່ທິເບດ ແລະ ພວກເຮົາຢາກມີ​ເສລີພາບ. ຢ່າງໜ້ອຍ ມີ 100 ຄົນເສຍຊີວິດ​ໃນຈໍານວນຜູ້ຈູດເຜົາຕົນເອງຫຼາຍກ່ວາ 110 ຄົນນັ້ນ. ປະຊາຊົນຫຼາຍ
ຮ້ອຍຄົນທີ່ມີສ່ວນຮູ້​ເຫັນກັບພວກຈູດເຜົາຕົນເອງ ໄດ້ຖືກກັກຂັງ. ບາງຄົນໄດ້ຖືກຕັດສິນ
ໂທດຈໍາຄຸກຫຼາຍປີ ຫຼືປະຫານ​ຊີວິດ ກໍມີ.



XS
SM
MD
LG