ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລະ​ຄອນເລື້ອງ ເກມ ອັອ​ຟ ໂຕ​ຣນ​ສ໌, ຟ​ລີ​ແບກ ຊະ​ນະ​ ລາງວັນ ເອັມ​ມີ ສ່ວນ ທ້າວບີລລີ ພອດເຕີ ເປັນນັກສະແດງນຳດີເດັ່ນ


ທ້າວ ບິ​ລ​ລີ ພອດ​ເຕີ ຮັບ​ລາງວັນ ສຳ​ລັບ​ນັກ​ສະ​ແດງ​ນຳ​ດີ​ເດັ່ນ ສຳ​ລັບ​ລະ​ຄອນ ໂພ​ສ "Pose" ຢູ່​ພິ​ທີ​ມອບ​ລາງວັນ​ຄັ້ງ ເອັມ​ມີ​ ຄັ້ງ​ທີ 71, 22 ກັນ​ຍາ, 2019 (Photo by Chris Pizzello/Invision/AP)
ທ້າວ ບິ​ລ​ລີ ພອດ​ເຕີ ຮັບ​ລາງວັນ ສຳ​ລັບ​ນັກ​ສະ​ແດງ​ນຳ​ດີ​ເດັ່ນ ສຳ​ລັບ​ລະ​ຄອນ ໂພ​ສ "Pose" ຢູ່​ພິ​ທີ​ມອບ​ລາງວັນ​ຄັ້ງ ເອັມ​ມີ​ ຄັ້ງ​ທີ 71, 22 ກັນ​ຍາ, 2019 (Photo by Chris Pizzello/Invision/AP)

ລະ​ຄອນ ເກມ ອັອ​ຟ ໂຕ​ຣນ​ສ໌ (Game of Thrones) ໄດ້​ຟື້ນ​ຄືນ​ບັນ​ລັງ​ເຫຼັກ​ໃນ​ພິ​ທີ
ມອບລາງວັນ ເອັມມີ (Emmy’s) ໃນວັນອາທິດວານນີ້, ຂຶ້ນຄອງເປັນລະຄອນທີ່ດີເລີດ
ໃນຄ່ຳຄືນແຫ່ງຄວາມຕື່ມເຕັ້ນ ເຊິ່ງ ດາລາລະຄອນ ໂພສ (Pose) ທ້າວ ບິລລີ ພອດເຕີ
ໄດ້ສ້າງປະຫວັດສາດ ແລະ ລະຄອນຕາຫຼົກ ຟລີແບກ (Fleebag) ກໍໄດ້ເປັນຜູ້ນຳໜ້າ
ກອງລະຄອນຈາກ ອັງກິດ ທີ່ໄດ້ພິກຜັນການຄາດຫວັງຕ່າງໆ.

ຜູ້​ຜະ​ລິດ​ລະ​ຄອນ Game of Thrones ທ້າວ ເດ​ວິດ ເບ​ນີ​ອັອ​ຟ ໄດ້​ກ່າວ​ວ່າ “ທັງ​ໝົດ​
ນີ້ໄດ້ເລີ່ມຂຶ້ນຈາກຄວາມຄິດບ້າໆຂອງທ້າວ ຈອຈ໌ ມາຕິນ. ລາວໄດ້ກ່າວຂອບໃຈນັກ
ຂຽນຄົນດັ່ງກ່າວຜູ້ທີ່ປື້ມຂອງລາວ ໄດ້ເປັນພື້ນຖານໃຫ້ລະຄອນ ແຟນຕາຊີ ຂອງບໍລິສັດ
ຮູບເງົາ HBO ນັ້ນ.

ທ້າວ ພອດ​ເຕີ, ຜູ້​ທີ່​ໄດ້​ສະ​ແດງ​ໃນ​ລະ​ຄອນ FX ສາກ​ງານ​ເຕັ້ນ​ລຳ​ຂອງ​ພວກ​ກະ​ເທີຍ
ຫຼື LGBTQ ໃນທ້າຍສັດຕະວັດທີ 20 ນັ້ນ, ໄດ້ກາຍເປັນກະເທີຍຢ່າງເປີດເຜີຍຄົນທຳ
ອິດ ທີ່ໄດ້ຊະນະການສະແດງລະຄອນດີເດັ່ນສຳລັບ ລາງວັນ Emmy.

ທ້າວ ພອດ​ເຕີ ທີ່​ໃສ່​ສູດ​ມີ​ແສງ​ເຫຼື້ອມ ແລະ ໝວກ​ໃບ​ໃຫຍ່ໄດ້​ກ່າວ​ວ່າ “ຂໍ​ໃຫ້​ພະ​ເຈົ້າ
ຄຸ້ມຄອງພວກທ່ານ. ພວກທ່ານແມ່ນຄວາມຮັກ, ພວກທ່ານທຸກຄົນ, ແມ່ນຄວາມຮັກ.
ຂ້າພະເຈົ້າດີໃຈຫຼາຍ ແລະ ຕື້ນຕັນໃຈຫຼາຍທີ່ໄດ້ມີຊີວິດຢູ່ເພື່ອເບິ່ງມື້ນີ້.

ລະ​ຄອ​ນ Fleebag ຂອງ​ບໍ​ລິ​ສັດ ອາ​ເມ​ຊອນ, ເຊິ່ງ​ແມ່ນ​ລະ​ຄອນ​ຕະຫຼົກມືດ ກ່ຽວ​ກັບ
ແມ່ຍິງທີ່ບໍ່ປົກກະຕິຄົນນຶ່ງ, ໄດ້ຮັບກຽດເປັນລະຄອນຕະຫຼົກດີເດັ່ນ ແລະ ໄດ້ຮັບກຽດ
ການສະແດງດີເດັ່ນສຳລັບຜູ້ສ້າງລະຄອນ ແລະ ດາລາຊາວ ອັງກິດ, ນາງ ໂຟບີ
ວອລເລີ ບຣິຈ໌ (Phoebe Waller-Bridge) ແລະ ໄດ້ຂັນຜູ້ກຳກັບດີເດັ່ນ.

ນາງ ໂຟ​ບີ ໄດ້​ກ່າວໃນ​ການ​ຂຶ້ນໄປ​ເວ​ທີ​ຄັ້ງ​ທີ​ສາມເພື່ອ​ຮັບ​ລາງວັນ​ສູງ​ສຸດ​ນັ້ນ​ວ່າ “ນີ້​
ມັນເລີ່ມຈະຕະຫຼົກຫຼາຍແລ້ວໃດ.”

ການ​ຊະ​ນະ​ລາງວັນ​ຂອງ​ນາງ ໄດ້​ໄປ​ກີດ​ກັ້ນ ນັກ​ສະ​ແດງ​ລະ​ຄອນ ວີບ (Veep) ນາງ
ຈູເລຍ ຫຼຸຍ-ເດຣຟັສ (Julia Louis-Dreyfus) ຈາກການສ້າງສະຖິຕິເປັນນັກສະແດງ
ທີ່ໄດ້ຮັບລາງວັນຫຼາຍທີ່ສຸດ ໃນປະຫວັດສາດຂອງລາງວັນ Emmy.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG