ຜູ້ພິພາກສາ ສະຫະລັດ ໃນລັດ Minnesota ໄດ້ຕັດສິນຈຳຄຸກ ຊາວອາເມຣິກັນ ເຊື້ອ ສາຍໂຊມາເລຍ 3 ຄົນ ທີ່ຖືກພົບເຫັນວ່າມີຄວາມຜິດ ໃນຂໍ້ຫາສົມຮູ້ຮ່ວມຄິດ ເພື່ອໃຫ້ ການສະໜັບສະໜູນ ທາງດ້ານວັດຖຸ ຕໍ່ກຸ່ມລັດອິສລາມ ແຕ່ໄດ້ຕັດສິນລົງໂທດສະຖານ ເບົາໃຫ້ແກ່ອີກສອງຄົນ ຍ້ອນໃຫ້ການຮ່ວມໄມ້ຮ່ວມມືກັບລັດຖະບານ.
ສານໄດ້ຕັດສິນລົງໂທດໜັກທີ່ສຸດ ຕໍ່ທ້າວ Zacharia Abdurahman ດ້ວຍການຈຳຄຸກ 10 ປີ. ທ້າວ Abdurahman ໄດ້ສາລະພາບວ່າຜິດ ແຕ່ບໍ່ໄດ້ໃຫ້ການຮ່ວມໄມ້ຮ່ວມມື ກັບລັດຖະບານສະຫະລັດ ເພື່ອເອົາຜິດກັບເພື່ອນອີກສອງຄົນຂອງລາວ ແລະຜູ້ກ່ຽວ ຍັງໄດ້ວາງແຜນທີ່ຈະເຂົ້າຮ່ວມກຸ່ມລັດອິສລາມນຳດ້ວຍ.
ໄອຍະການຢາກໃຫ້ທ້າວ Abdurahman ຈຳຄຸກ 15 ປີ ຜູ້ທີ່ໄດ້ເສຍໃຈແລ້ວຮ້ອງໄຫ້ ໃນສານ. ຜູ້ພິພາກສາ ທ່ານ Michael Davis ໄດ້ອະທິບາຍຢ່າງຈະແຈ້ງວ່າ ການທີ່
ທ້າວ Abdurahman ໄດ້ຮັບໂທດໜັກທີ່ສຸດນັ້ນ ກໍເພາະ ລາວບໍ່ຍອມໃຫ້ການ ກ່ຽວກັບ ພວກສົມຮູ້ຮ່ວມຄິດນຳລາວ.
ທ້າວ Abdurahman ໄດ້ຖືກຈັບ ຢູ່ສະໜາມບິນ JFK ໃນນະຄອນ New York ເມື່ອ
ປີ 2014 ໃນຂະນະທີ່ພະຍາຍາມເດີນທາງໄປປະ ເທດ Greece ເພື່ອມຸ່ງໜ້າໄປຍັງ ປະເທດຊີເຣຍ ແລະເຂົ້າຮ່ວມກຸ່ມລັດ ອິສລາມທີ່ນັ້ນ. ໜຶ່ງປີຕໍ່ມາ ຜູ້ກ່ຽວກໍມີສ່ວນພົວພັນ ໃນຄວາມພະຍາຍາມ ຄັ້ງທີສອງ ເພື່ອຈະເດີນທາງໄປຍັງຊີເຣຍອີກ.
ນອກນັ້ນ ທ້າວ Abdirazak Warsame ແລະ ທ້າວ Abdullahi Yusuf ຍັງຖືກຕັດສິນ ລົງໂທດ ໃນວັນຈັນວານນີ້ ຊຶ່ງບຸກຄົນທັງສອງໄດ້ໃຫ້ ການຮ່ວມໄມ້ຮ່ວມມື ກັບລັດຖະບານ ສະຫະລັດ. ທ້າວ Warsame ໄດ້ຮັບໂທດຈຳຄຸກ 30 ເດືອນ ໃນຂະນະທີ່ທ້າວ Yusuf ບໍ່ໄດ້ຈຳຄຸກ ເພາະພົ້ນໂທດຫຼັງຈາກທີ່ໄດ້ຈຳຄຸກມາເປັນເວລາ 21 ເດືອນ. ບຸກຄົນທັງ
ສອງໄດ້ໃຫ້ການກ່ຽວກັບ ອະດີດພວກເພື່ອນບາງຄົນຂອງເຂົາເຈົ້າ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ