ຍານອະວະກາດ SOYUZ ຂອງຣັດເຊຍ ໄດ້ເດີນທາງໄປເຖິງ
ສະຖານີອະວະກາດນາໆຊາດ ພ້ອມດ້ວຍພະນັກງານສາມຄົນ
ຮວມທັງ ນັກບິນອະວະກາດຄົນນຶ່ງ ທີ່ພວມຈະທຳລາຍສະຖິຕິ
ຂອງອາເມຣິກັນຢູ່ແລ້ວ.
ພາຍໃນຕອນທ້າຍຂອງການປະຕິບັດງານເປັນເວລາຫົກເດືອນ
ສິ້ນສຸດລົງ ນັກບິນອະວະກາດ Jeff Williams ຈະໃຊ້ເວລາສະ
ສົມຮວມກັນທັງໝົດ ຢູ່ເທິງອະວະກາດເປັນເວລາ 534 ມື້ ຫຼາຍ
ກວ່ານັກບິນອະວະກາດຄົນອື່ນໆໃນປະ ຫວັດສາດຂອງສະຫະ
ລັດ.
ນີ້ແມ່ນການປະຕິບັດງານຄັ້ງທີສາມ ຢູ່ເທິງສະຖານີອະວະກາດນາໆຊາດຂອງນັກບິນອະ
ວະກາດ Williams.
ທ່ານ Williams ພ້ອມດ້ວຍນັກເຫາະຈັກກະວານ Oleg Skripochka ແລະ Alexey
Ovchinin ຂອງຣັດເຊຍ ບິນຂຶ້ນໄປສົມທົບ ພະນັກງານອີກສາມຄົນ ທີ່ຢູ່ເທິງສະຖານີ
ອະວະກາດນາໆຊາດແລ້ວນັ້ນແລະຈະພາກັນທຳການທົດລອງທາງດ້ານວິທະຍາສາດ
ແລະຊີວະວິທະຍາຫຼາຍຮ້ອຍຄັ້ງຢູ່ເທິງສະຖານີດັ່ງກ່າວ.
ນັກເຫາະຈັກກະວານຂອງຣັດເຊຍ ທ່ານ Gennady Padalka ເປັນຜູ້ກຳສະຖິຕິ ຂອງ
ໂລກກ່ຽວກັບການໃຊ້ເວລາຢູ່ເທິງອະວະກາດດົນທີ່ສຸດຄືໄລ່ຮວມກັນແລ້ວແມ່ນຕົກເປັນ
879 ມື້.