ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຊິກປະຊາຄົມລາວ 3 ຄົນ ນອນຢູ່ໃນ 10,600 ກວ່າຄົນ ທີ່ເສຍຊີວິດ ຍ້ອນໂຄວິດ -19 ໃນລັດອາຣີໂຊນາ


ທ່ານ ຍອດ (ຈອນ) ສີສະຫວັນ ແລະພັນລະຍາຂອງເພິ່ນ. ໃນນາມທີ່ເປັນປະທານສະມາຄົມລາວ ທ່ານຍອດເປັນຜູ້ນຶ່ງທີ່ຮູ້ຈັກຄົນລາວທີ່ເສຍຊີວິດຍ້ອນ ໂຄວິດ-19 ໃນລັດນັ້ນ
ທ່ານ ຍອດ (ຈອນ) ສີສະຫວັນ ແລະພັນລະຍາຂອງເພິ່ນ. ໃນນາມທີ່ເປັນປະທານສະມາຄົມລາວ ທ່ານຍອດເປັນຜູ້ນຶ່ງທີ່ຮູ້ຈັກຄົນລາວທີ່ເສຍຊີວິດຍ້ອນ ໂຄວິດ-19 ໃນລັດນັ້ນ

ລັດອາຣິໂຊນາເປັນລັດທີ່ໄດ້ກາຍເປັນຈຸດສູນກາງການແຜ່ລະບາດຂອງພະຍາດໂຄ ວິດ-19 ອັນດັບນຶ່ງໃນສະຫະລັດໃນເວລານີ້. ຂະນະທີ່ການລະບາດຂອງພະຍາດດັ່ງກ່າວ ຢູ່ລັດພາກໃຕ້ສຸດຂອງສະຫະລັດແຫ່ງນັ້ນກໍາລັງພຸ້ງຂຶ້ນສູ່ຂີດແດງສຸດນີ້ ກໍມີຄົນໃນປະ ຊາຄົມລາວ 3 ຄົນແລ້ວທີ່ຖືກຢືນຢັນວ່າເສຍຊີວິດຍ້ອນພະຍາດນີ້, ຊຶ່ງນຶ່ງໃນນັ້ນ ແມ່ນຫາກໍ່ເສຍຊີວິດປະມານ 4 ມື້ ຜ່ານມານີ້ເອງ ອີງ ຕາມທ່ານຍອດ ຫລືຈອນ ສີສຸວັນ, ປະທານສະມາຄົມລາວລັດອາຣີໂຊນາ ຊຶ່ງທ່ານເລົ່າສູ່ຟັງວ່າ:

ສ່ວນຈໍານວນຄົນລາວທີ່ເປັນພະຍາດນີ້ ແລະປົວຫາຍດີ ໃນໄລຍະເກືອບສອງ ເດືອນກໍຄືຫລັງການສະຫລອງບຸນຂອບຄຸນພະເຈົ້າທ້າຍເດືອນພະຈິກຜ່ານມານີ້ ທ່ານຍອດບອກວ່າ ມີປະມານ 10 ຄົນ ຊຶ່ງທ່ານເລົ່າເຖິງເລື້ອງຕິດພະຍາດນີ້ ຂອງຄົນລາວສູ່ຟັງວ່າ:

ລັດອາຣີໂຊນາເປັນລັດທີ່ມີທະເລຊາຍ ແລະອາກາດອົບອຸ່ນ ແຕ່ກໍມີກໍລະນີຄົນໄວຣັສໂຄ ໂຣນາສູງກວ່າໝູ່ທີ່ສຸດໃນສະຫະລັດ ຊຶ່ງເປັນປະເທດນໍາໜ້າໝູ່ໃນໂລກດ້ານຈໍານວນຄົນຕິດພະຍາດນີ້ ກໍຄື 23,386,000 ກວ່າກໍລະນີ ແລະ ເສຍຊີວິດທັງໝົດ 390,120 ກວ່າຄົນແລ້ວ. ໃນລັດອາຣີໂຊນານັ້ນ ຈໍານວນຜູ້ຕິດເຊື້ອ ເພີ້ມຂຶ້ນສະເລ່ຍແລ້ວປະມານ 8,560 ຄົນໃນແຕ່ລະມື້ ຊຶ່ງເປັນການເພີ້ມຂຶ້ນ 67 ເປີເຊັນ ໃນໄລຍະສອງອາທິດຜ່າມມານີ້ ແລະເຮັດໃຫ້ຈໍານວນຄົນຕິດເຊື້ອພະຍາດນີ້ຖີບຕົວສູງຂຶ້ນ ເກືອບຮອດ 641,700 ຄົນແລ້ວ. ນອກນັ້ນ ຍັງມີຄົນເສຍຊີວິດຫລາຍກວ່າ 10,670 ຄົນຊຶ່ງເພີ້ມຂຶ້ນ 130 ເປີເຊັນ ເມື່ອທຽບໃສ່ໄລຍະດຽວກັນ ຊຶ່ງສະເລ່ຍແລ້ວ ແມ່ນມີຄົນເສຍຊີວິດເພີ້ມຂຶ້ນ ປະມານ 191 ຄົນໃນແຕ່ ລະມື້, ອີງຕາມສະຖິຕິທີ່ຂຽນລົງໃນເວັບໄຊທ໌ຂອງພະແນກສາທາລະນະສຸກຂອງລັດດັ່ງກ່າວ ໃນວັນທີ 12 ມັງກອນຜ່ານມາ.

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ຢູ່ຂ້າງລຸ່ມ

Three Lao Community Members are Among Over 10,670 Deaths Due to Covid-19 Contractions in Arizona

Three deaths in Lao community are among over 10,670 deaths caused by Covid-19 contractions in the southern state of Arizona, the top state with the fasted increase rate of the new Covid-19 cases recently, said John Sisouvanh, President of Lao Association in Arizona. At least ten members of the community were contracted Coronavirus during the last two months, but all of them have been recovered. These people often contracted the virus from their workplaces in factories then transmitted to family members and those who socialized with them without knowing, he said.

XS
SM
MD
LG