ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ເມຣິກັນ ​3 ຄົນ ​ທີ່ໄດ້​ຖືກ​ຄຸມຂັງ​ ​ໃນເກົາຫຼີ​ເໜືອ ໄດ້​ໂອ້​ລົມກັບ ອົງການ​ຂ່າວ CNN (ສະໄລດ໌)


ທ່ານ Kenneth Bae, ຊາວເກົາຫຼີ ສັນຊາດອາເມຣິກາ ນັກສອນສາສະໜາຄຣິສຕຽນ ກຳລັງຮັບ​ໃຊ້​​ໂທດຈຳ​ຄຸກ 15 ປີ ໃນເກົາຫຼີເໜືອ.
ທ່ານ Kenneth Bae, ຊາວເກົາຫຼີ ສັນຊາດອາເມຣິກາ ນັກສອນສາສະໜາຄຣິສຕຽນ ກຳລັງຮັບ​ໃຊ້​​ໂທດຈຳ​ຄຸກ 15 ປີ ໃນເກົາຫຼີເໜືອ.

ພົນລະ​ເມືອງ​ອາ​ເມຣິກັນ ​3 ຄົນ ​ທີ່ໄດ້​ຖືກ​ຄຸມຂັງ​ເປັນ​ນັກ​ໂທດ
ຢູ່​ໃນເກົາຫຼີ​ເໜືອ ​ໄດ້​ຮັບອະນຸຍາດໃຫ້ ໂອ້​ລົມກັບອົງການ​ຂ່າວ
ອາ​ເມຣິກັນ CNN ​ໃນ​ການສຳພາດ​ສັ້ນໆ.

ການ​ສຳພາດ​ທີ່​ບໍ່​ຄາດ​ຄິດ​ວ່າ ຈະ​ເກີດ​ຂຶ້ນ​ໄດ້​ນັ້ນ ມີ​ຂຶ້ນ​ໃນ​ຂະນະ
​ທີ່ ໜ່ວຍງານ CNN ກຳລັງ​ເດີນທາງ​ໄປ​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ
​ເກົາຫລີ​ເໜືອ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ໃນທັນທີ​ທັນ​ໃດ​ນັ້ນ ​ບັນດາເຈົ້າໜ້າ
​ທີ່ກໍ​ໄດ້​ນຳ​ພວກ​ເຂົາເຈົ້າຂຶ້ນລົດ​ຕູ້​ຄັນ​ນຶ່ງ ​ແລ້ວຂັບໄປ​ຍັງ​ສະຖານ​ທີ່
​ລັບ​ແຫ່ງ​ນຶ່ງ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ພົບ​ກັບ​ ຊາວ​ອາ​ເມ​ຣິກັນ 3 ຄົນ​ດັ່ງກ່າວ.

CNN ກ່າວ ໃນ​ການ​ສຳພາດ​ພິ​ເສດສະ​ເພາະ​ນັ້ນວ່າ ຊາວ​ອາ​ເມຣິກັນ ທັງ​ສາມຄື Kenneth Bae, Matthew Miller ​ແລະ Jeffrey Fowle ​ແມ່ນ​ໄດ້ຮັບ​ອະນຸຍາດ​ ໃຫ້​ລົມກັບ​ Will Ripley ​ນັກ​ຂ່າວ CNN ຄົນ​ລະ 5 ນາທີ.

ທ່ານ Bae ​ທີ່ກຳລັງຮັບ​ໃຊ້ໂທດຈຳ​ຄຸກ 15 ປີ ສຳ​ຫລັບ “ການ​ກະທຳ​ ​ທີ່​ເປັນ​ປໍ​ລະ​ປັກ
ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ”
ເວົ້າວ່າ ລາວ​ໄດ້​ເຮັດ​ວຽກ 8 ຊົ່ວ​ໂມງ​ຕໍ່​ມື້ 6 ມື້​ຕໍ່​ອາທິດ ຢູ່​ທີ່
​ຄ້າຍ​ສັບພະ​ທຸກແຫ່ງ​ນຶ່ງ ​ແລະ​ໄດ້​ຮັບການ​ເບິ່ງ​ແຍງຢ່າງ​ມີ​ມະນຸດ​ສະທຳ​.

​ສ່ວນທ່ານ Miller ນັ້ນ ​ໄດ້​ຂໍ​ຮ້ອງຄວາມຊ່ວຍ​ເຫຼືອຈາກ​ລັດຖະບານ​ສະຫະລັດ. ທ່ານ​ຍັງ
​ບໍ່​ໄດ້ຮັບ​ການພິຈາລະນາ​ຄະດີ​ເທື່ອ ​ແລະຈະ​ບໍ່ຮູ້​ເຖິງ​ຂໍ້​ກ່າວ​ຫາຕໍ່​ທ່ານ ​ຈົນ​ກວ່າ​ຈະໄດ້​
ຂຶ້ນສານ.

​ແລະ​ທ້າ​ວ Fowle ນັກ​ທ່ອງ​ທ່ຽວອາ​ເມ​ຣິກັນ ທີ່​ໄດ້​ຖືກ​ກັກ​ຕົວ​ ຍ້ອນ​ໂທດກະ​ທຳ​ຜິດກົດ
ໝາຍ ທີ່​ບໍ່​ໄດ້​ລະບຸ​ນັ້ນ ​ເວົ້າ​ວ່າ ລາວ​ບໍ່​ມີຄວາມ​ຈົ່ມ​ວ່າ​ຫລືຮ້ອງທຸກຫຍັງ​ເລີຍ ກ່ຽວ​ກັບ​
ການປະຕິບັດ​ຕໍ່​ລາວ.

CNN ບໍ່​ໄດ້​ໃຫ້​ຮ່ອງຮອຍ​ວ່າ ທັງ 3 ຄົນ​ນັ້ນ ​ເບິ່ງ​ຄື​ວ່າ​ໄດ້​ຮັບ​ການ​ແນະ​ນຳ​ສອນໃຫ້​ເວົ້າ
​ແນວ​ໃດ ຫຼືບໍ່.

XS
SM
MD
LG