ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພ​ຂົ່ມ​ຂູ່ ກ່ຽວ​ກັບ ການ​ປິດ​ລັດ​ຖະ​ບານ ສະ​ຫະ​ລັດ ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ຄວາມ​ສ່ຽງ​ທາງ​ຄອມ​ພິວ​ເຕີ


ພາບ​ປະ​ກອບ ກ່ຽວ​ກັບ ການ​ໂຈມ​ຕີ​ທາງ​ຄອ​ມ​ພິວ​ເຕີ​ທີ່​ດຳ​ເນີນ​ຢູ່. (Diaa Bekheet)
ພາບ​ປະ​ກອບ ກ່ຽວ​ກັບ ການ​ໂຈມ​ຕີ​ທາງ​ຄອ​ມ​ພິວ​ເຕີ​ທີ່​ດຳ​ເນີນ​ຢູ່. (Diaa Bekheet)

ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ ສະ​ຫະ​ລັດ ​ເລີ່ມ​ມຸ່ງ​ໜ້າ​ໄປ​ສູ່​ຄວາມ​ເປັນ​ໄປ​ໄດ້ ​ສຳ​ລັບ​ການ​ປິດ​ລັດ​ຖະ​ບານ​ໃນ​ອາ​ທິດ​ແລ້ວນີ້, ບັນ​ດາ​ບໍ​ລິ​ສັດ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ ແມ່ນ​ເລີ່ມ​ທີ່​ຈະ​ໄດ້​ຮັບ​ແນວ​ໂນ້ມ​ທີ່​ໜ້າ​ເປັນ​ຫ່ວງ​ຄື: ການ​ເພີ່ມ​ຂຶ້ນ​ໃນ​ການ​ໂຈມ​ຕີ​ທາງ​ຄອມ​ພິວ​ເຕີ​ທີ່​ແນ​ເປົ້າ​ໃສ່​ບັນ​ດາ​ອົງ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ ແລະ ອຸດ​ສາ​ຫະ​ກຳ​ງ​ການປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ.

ມັນ​ໄດ້​ເຮັດ​ໃຫ້​ນັກ​ວິ​ເຄາະ​ຈຳ​ນວນ​ນຶ່ງ​ເປັນ​ຫ່ວງວ່າ ພວກ​ສັດ​ຕູຂອງ ສະ​ຫະ​ລັດ ແລະ ອາ​ຊາ​ຍາ​ກອນ​ລັກ​ເຈາະ​ຂໍ້​ມູນ​ອາດ​ໄດ້​ກະ​ກຽມ​ເພື່ອເອົາ​ປຽບ​ໃນ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ​ທີ່​ອ່ອນ​ແອກວ່າ​ປົກ​ກະ​ຕິ​ ຖ້າ​ບັນ​ດາ​ສະ​ມາ​ຊິກ​ສະ​ພາບໍ່​ສາ​ມາດ​ທີ່​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ເພື່ອ​ຮັກ​ສາ​ໃຫ້​ບັນ​ດາ​ອົງ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ​ເປີດ​ກາຍ​ວັນ​ທີ 30 ກັນ​ຍາ.

ບໍ​ລິ​ສັດຊັ​ອ​ຟ​ແວຊື່​ວ່າ Check Point ​ໃນ​ອາ​ທິດ​ແລ້ວນີ້​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ກວດ​ພົບ​ການ​ໂຈມ​ຕີ​ທາງ​ຄອມ​ພິວ​ເຕີຕໍ່​ບັນ​ດາ​ອົງ​ການ​ຂອງ ສະ​ຫະ​ລັດ ແລະ ບໍ​ລິ​ສັດ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ​ເພີ່ມ​ຂຶ້ນ 18 ເປີ​ເຊັນ ໃນ​ລະ​ຫວ່າງ 30 ວັນ​ທີ່​ຜ່ານ​ມາ, ທຽບ​ໃສ່​ອັດ​ຕາ​ສະ​ເລ່ຍ​ປະ​ຈຳ​ວັນ​ສຳ​ລັບ​ເຄິ່ງ​ປີ​ທຳ​ອິດ​ຂອງ​ປີ.

ການ​ໂຈມ​ຕີ​ຕ່າງໆ​, ອີງ​ຕາມ​ບໍ​ລິ​ສັດ Check Point ນັ້ນ, ໄດ້​ເພັ່ງ​ເລັງ​ໃສ່​ການ​ໃຊ້​ໂປ​ຣ​ແກ​ຣມ​ ໄວ​ຣັ​ສ ຫຼື Malware ທີ່​ຖືກ​ອອກ​ແບບ​ເພື່ອ​ລັກ​ຂໍ້​ມູນ ແລະ ປະ​ຫວັດ​, ພ້ອມ​ກັບ​ເພັ່ງ​ເລັງ​ໃສ່​ການ​ເອົາ​ລັດ​ເອົາ​ປຽບ​ຕໍ່​ຜູ້​ທີ່​ມີ​ຄວາມ​ສ່ຽງຕ່າງໆ.

ບໍ​ລິ​ສັດ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ​ແຫ່ງ​ທີ​ສອງ​ຊື່​ວ່າ Trellix ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ເຂົາ​ເຈົ້າ​ໄດ້​ເຫັນ​ “ການ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ” ໃນ​ການ​ໂຈມ​ຕີ​ຮຽກ​ຄ່າ​ໄຖ່​ຕໍ່​ບັນ​ດາ​ອົງ​ການ​ຕ່າງ​ໆ​ຂອງ​ລັດ​ຖະ​ບານ ສະ​ຫະ​ລັດ ໃນ 30 ວັນ​ທີ່​ຜ່ານ​ມາ.

XS
SM
MD
LG