ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ​ປະ​ທ້ວງ ເຮ​ຕີ ເຄື່ອນ​ເຂົ້າ​ໃກ້​ ບ້ານ​ຂອງ ​ປະ​ທາ​ນາ​ທິ​ບໍ​ດີ​ແລ້ວ, ມີ​ນຶ່ງ​ຄົນ​ເສຍ​ຊີ​ວິດ


ຜູ້​ປະ​ທ້ວງ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ອອກ​ມາ​ເດີນ​ຂະ​ບວນ​ຢູ່​ຕາມ​ຖະ​ນົນ​ຂອງ​ນະ​ຄອ​ນຫຼວງ ປອກ ໂອ ແປ​ຣງ, ປະ​ເທດ ເຮ​ຕີ. 9 ມິ​ຖຸ​ນາ, 2019. (M. Vilme/VOA Creole)
ຜູ້​ປະ​ທ້ວງ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ອອກ​ມາ​ເດີນ​ຂະ​ບວນ​ຢູ່​ຕາມ​ຖະ​ນົນ​ຂອງ​ນະ​ຄອ​ນຫຼວງ ປອກ ໂອ ແປ​ຣງ, ປະ​ເທດ ເຮ​ຕີ. 9 ມິ​ຖຸ​ນາ, 2019. (M. Vilme/VOA Creole)

ການ​ຍິງ​ປືນ​ໄດ້​ເຮັດ​ໃຫ້​ຄົນ​ຕົກ​ໃຈ​ຢູ່​ຕາມ​ຖະໜົນ​ ໃນ​ຕົວ​ເມືອງ​ຂອງ​ນະ​ຄອນ ຫຼວງ ປອກ
ໂອ ແປຣງ, ປະເທດ ເຮຕີ ໃນວັນອາທິດວານນີ້, ແລະ ຢ່າງໜ້ອຍ 1 ຄົນມີລາຍງານວ່າ
ໄດ້ເສຍຊີວິດ ໃນຂະນະທີ່ຫຼາຍພັນຄົນໄດ້ປະທ້ວງຕໍ່ຕ້ານການສໍ້ລາດບັງຫຼວງຂອງລັດ
ຖະບານ.

ບັນ​ດາ​ນັກ​ເຄື່ອນ​ໄຫວ PetroChallenger ແລະ ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ເຂົາ​ເຈົ້າ​ໄດ້​
ຮຽກຮ້ອງໃຫ້ປະທານາທິບໍດີ ໂຈເວີແນລ ມົວເຊ ລາອອກຈາກຕຳແໜ່ງ ໃນການກ່າວ
ຫາ ກ່ຽວກັບ ສໍ້ໂກງ ແລະ ບໍລິຫານເງິນທຶນລັດຖະບານໃນທາງທີ່ຜິດ. ເຂົາເຈົ້າປະຕິ
ຍານວ່າ ຈະຢູ່ໃນຖະໜົນຈົນກວ່າການຮຽກຮ້ອງຂອງເຂົາເຈົ້າຈະເປັນທີ່ພໍໃຈ.

ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ທີ່​ເດີນ​ຂະ​ບວນ​ຢູ່​ຖະ​ໜົນ​ຂອງ​ສະ​ໜາມ​ບິນ​ ໃນ​ນະ​ຄອນຫຼວງ​ຂອງ​ປະ​
ເທດໄດ້ກ່າວຕໍ່ວີໂອເອວ່າ ພາສາ ເຄຣໂອລ ວ່າ “ພວກເຮົານັກເຄື່ອນໄຫວ
PetroChallenge ໄດ້ໝົດຄວາມອົດທົນກັບພວກນັກການເມືອງສໍ້ໂກງ. ເຂົາເຈົ້າມີ
ແຕ່ສົນໃຈໃຈການໃຊ້ພວກເຮົາ ສຳລັບຜົນປະໂຫຍດທາງການເມືອງຂອງເຂົາເຈົ້າເອງ.
ພວກເຮົາອອກມາຖະໜົນເພື່ອເຮັດສິ່ງທີ່ດີ ແລະ ພວກເຮົາໄດ້ຕື່ນຂຶ້ນມາແລ້ວ.”

ພວກ​ປະ​ທ້ວງ​ສາ​ມາດ​ທີ່​ຈະ​ເຂົ້າ​ໃກ້​ສະ​ຖານ​ທີ່​ພັກ​ສ່ວນ​ຕົວ​ຂອງ​ທ່ານ ມົວ​ເຊ ພາຍ​ໃນ
50 ແມັດ, ເຊິ່ງຕັ້ງຢູ່ເຂດຊານເມືອງຂອງນະຄອນຫຼວງ, ເປັນຄັ້ງທຳອິດນັບຕັ້ງແຕ່ການ
ປະທ້ວງຕໍ່ຕ້ານການສໍ້ລາດບັງຫຼວງໄດ້ເລີ່ມຂຶ້ນ. ຕຳຫຼວດໄດ້ປ້ອງກັນເຂົາເຈົ້າຈາກ
ການຫຍັບເຂົ້າໃກ້ກວ່ານັ້ນ ແລະ ໄດ້ຈັດເຈົ້າໜ້າທີ່ເພີ່ມເຕີມຢູ່ຕໍ່ໜ້າບ້ານຂອງປະທາ
ນາທິບໍດີ.

ສະ​ຖານ​ທູດ ຝ​ຣັ່ງ, ເຊິ່ງ​ຕັ້ງ​ຢູ່​ໃກ້​ກັບ​ທຳ​ນຽບ​ແຫ່ງ​ຊາດ, ກໍ​ຖືກ​ໂຈມ​ຕີ​ເຊັ່ນ​ກັນ. ພວກ​ປະ​
ທ້ວງໄດ້ສ້າງຄວາມເສຍຫາຍຕໍ່ປະຕູທາງເຂົ້າ. ນັກຂ່າວວີໂອເອ ພະແນກ ເຄຣໂອລ
ນາງ ມາຕີອາໂລ ວິລເມ ໄດ້ຂີ່ລົດກາຍ ແລະ ໄດ້ເຫັນປະຕູຖືກໄຟໄໝ້. ລາວໄດ້ກ່າວວ່າ
ກ້ອງວົງຈອນປິດຢູ່ກຳແພງກໍຖືກດຶງອອກ.

ບັນ​ດາ​ສະ​ມາ​ຊິກ​ຂອງກອງ​ກຳ​ລັງ​ຕຳ​ຫຼວດ​ແຫ່ງ​ຊາດ ໄດ້​ປ້ອງ​ກັນ​ການ​ສ້າງ​ຄວາມ​ເສຍ​
ຫາຍຕື່ມອີກ. ສະຖານທູດ ຝຣັ່ງ ຍັງບໍ່ໄດ້ອອກມາໃຫ້ຄຳເຫັນ ກ່ຽວກັບ ການໂຈມຕີນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG