ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້ຫວັນຢຸດ ການກໍ່ສ້າງ ໂຮງໄຟຟ້າ ນີວເຄລຍ ຫຼັງຈາກ ການປະທ້ວງ (ວີດີໂອ)


taiwannukes28april14
please wait
Embed

No media source currently available

0:00 0:01:34 0:00

ເບິ່ງວີດີໂອເລື້ອງນີ້

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ໄຕ້​ຫວັນ ກ່າວ​ວ່າ ການ​ກໍ່ສ້າງ​ທຸກ​ຢ່າງ​
ຈະ​ຢຸດ​ລົງທີ່​ໂຮງ​ໄຟຟ້າ​ນີວ​ເຄລຍ​ແຫ່ງ​ທີ​ສີ່​ຂອງ​ເກາະ​ໄຕ້​ຫວັນ
ຢູ່​ນອກ​ນະຄອນ​ຫຼວງ ​ໄຕ​ເປ ຫຼັງ​ຈາກ​ພວກ​ປະ​ທ້ວງ​ຕໍ່ຕ້ານ​
ນີວ​ເຄລຍຫຼາຍ​ໝື່ນ​ຄົນ​ພາ​ກັນ​ເດີນ​ຂະ​ບວນຜ່ານ​ໂຕ​ເມືອງ ​
ເພື່ອ​ຮຽກຮ້ອງ​ໃຫ້​ຢຸດ​ການ​ກໍ່ສ້າງ​ໂຮງໄຟຟ້າ​ດັ່ງກ່າວ.

ພັກ​ຊາດ​ນິຍົມ​ທີ່​ປົກຄອງ​ໄຕ້​ຫວັນ​ໃນ​ປັດຈຸບັນ ​ໄດ້​ຍອມ​ປະຕິ
ບັດ​ຕາມຄວາມ​ກົດ​ດັນ​ຂອງ​ພວກ​ປະ​ທ້ວງ ໃນ​ວັນ​ອາທິດ​ວານ​ນີ້
ຫຼັງ​ຈາກ​ພວກປະ​ທ້ວງ​ໄດ້​ບຸກຜ່ານ​ເຂດ​ກີດ​ກັນ​ຂອງ​ຕຳຫຼວດ
​ແລະ​ເຂົ້າ​ຄວບ​ຄຸມ​ທາງ​ສີ່​ແຍກ 8 lanes ທີ່​ການ​ຈະລາ​ຈອນ
ຄັບ​ຄັ່ງ​ນັ້ນ.

ພວກ​ປະ​ທ້ວງ​ກ່າວ​ວ່າ ພວກ​ຕົນ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ວ່າ ​ໂຮງ​ໄຟຟ້າ​ນີວ​ເຄລຍ
​ແຫ່ງ​ໃໝ່ນີ້​ຈະສາມາດ​ເພີ່ມ​ວິ​ກິດ​ການ​ດ້ານ​ນີວ​ເຄລຍຂຶ້ນ​ໄ​ດ້ ​ເຊັ່ນ​ດຽວ​ກັນ​ກັບ​ໂຮງ​ໄຟ
ຟ້າ​ນີວ​ເຄລຍ Fukushima ທີ່​ຍີ່ປຸ່ນ ​ເວ​ລາມັນ​ຖືກ​ປະ​ທະ​ກັບ​ຄື້ນຟອງ​ສຸ​ນະ​ມິ​ໃນ
​ປີ 2011 ນັ້ນ.

​ເປັນ​ຄື​ກັນ​ກັບ​ຍີ່ປຸ່ນ ​ໄຕ້​ຫວັນ​ກໍ​ຕັ້ງ​ຢູ່​ໃນ​ເຂດ​ທີ່​ເອີ້ນ​ວ່າ “ວົງ​ແຫວນ​ໄຟ” ​ໃນ​ມະຫາ
​ສະມຸດ​ປາຊີ​ຟິກ ​ແລະ​ມັກ​ປະ​ທະ​ກັບ​ແຜ່ນດິນ​ໄຫວ​ເລື້ອຍໆ.
XS
SM
MD
LG