ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເດັກ​ນ້ອຍ​ຢູ​ເຄ​ຣນ ຫຼາຍ​ພັນ​ຄົນ ຖືກ​ສົ່ງ​ໄປ​ເບ​ລາ​ຣຸ​ສ ແບບ​ບັງ​ຄັບ ການ​ຄົ້ນ​ຄວ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ເຢ​ລ ພົບ​ເຫັນ


ໃນ​ຮູບ​ທີ່​ນຳ​ອອກ​ແຈກ​ຢາຍ ເມື່ອ​ວັນ​ທີ 16 ພະ​ຈິກ 2023 ໂດຍ​ອົງ​ການ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ຂອງ​ຢູ​ເຄ​ຣນ ສະ​ແດງ​ໃຫ້​ເຫັນ​ ພວກ​ກູ້​ໄພ ພວມ​ມ້ຽນ​ມັດ​ ຊາກ​ຫ​ັກ​ພັງ​ຕຶກ​ອາ​ຄານ​ບ້ານ​ເຮືອນ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຫຼັງ​ຈາກ​ຣັດ​ເຊຍ​ໂຈມ​ຕີ ທີ່​ເມືອງ​ເຊ​ລີ​ໂດບ ໃນ​ເຂດ​ໂດ​ແນັດ.
ໃນ​ຮູບ​ທີ່​ນຳ​ອອກ​ແຈກ​ຢາຍ ເມື່ອ​ວັນ​ທີ 16 ພະ​ຈິກ 2023 ໂດຍ​ອົງ​ການ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ຂອງ​ຢູ​ເຄ​ຣນ ສະ​ແດງ​ໃຫ້​ເຫັນ​ ພວກ​ກູ້​ໄພ ພວມ​ມ້ຽນ​ມັດ​ ຊາກ​ຫ​ັກ​ພັງ​ຕຶກ​ອາ​ຄານ​ບ້ານ​ເຮືອນ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຫຼັງ​ຈາກ​ຣັດ​ເຊຍ​ໂຈມ​ຕີ ທີ່​ເມືອງ​ເຊ​ລີ​ໂດບ ໃນ​ເຂດ​ໂດ​ແນັດ.

ເດັກ​ນ້ອຍ​ຢູ​ເຄ​ຣນ​ຫຼາຍກວ່າ 2,400 ຄົນ​ຖືກ​ສົ່ງ​ໄປ​ຍັງ​ເບ​ລາ​ຣຸ​ສ ນັບ​ແຕ່​ຣັດ​ເຊຍ​ໄດ້​ຮຸກ​ຮາ​ນ​ຢູ​ເຄ​ຣນ ​ໃນ​ປີ 2022 ອີງ​ຕາມ​ການ​ຄົ້ນ​ຄວ້າ​ໃໝ່ ທີີ່​ພິມ​ເຜີຍ​ແຜ່​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ເຢ​ລ.

ການ​ຄົ້ນ​ພົບ​ໂດຍ​ຫ້ອງ​ແລັບ​ຄົ້ນ​ຄວ້າ​ມະ​ນຸດ​ສະ​ທຳ ຂອງ​ສະ​ຖາ​ບັນ​ສາ​ທາ​ລະ​ນະ​ສຸກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເຢ​ລ ແມ່ນ​ຢູ່​ໃນ​ຂອບ​ເຂດ​ທີ່ກວ້າ​ງ​ຂວາງ​ທີ່​ສຸດ​ເທົ່າ​ທີ​ເຄີຍ​ມີ​ມາ ກ່ຽວ​ກັບ​ບົດ​ບາດ​ທີ່​ມີ​ການ​ກ່າວ​ຫາ​ຕໍ່​ເບ​ລາ​ຣຸ​ສ ໃນ​ການ​ບັງ​ຄັບ​ໃຫ້​ຍົກ​ຍ້າຍ​ພວກ​ເດັກ​ນ້ອຍ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ.

ລາຍ​ງານ​ພົບ​ວ່າ ເດັກ​ນ້ອຍ​ຢູ​ເຄ​ຣນ ອາ​ຍຸ​ລະ​ຫວ່າງ 6 ຫາ 17 ປີ ໄດ້​ຖື​ກ​ຂົນ​ສົ່ງ​ຈາກ​ຢ່າງ​ໜ້ອຍ 17 ຫົວ​ເມືອງ​ ໃນ​ເຂດ​ຢຶດ​ຄອງ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ.

ມະ​ຫາ​ວິ​ທະ​ຍາ​ໄລ​ເຢ​ລ​ລະ​ບຸ​ວ່າ ເດັກ​ນ້ອຍ​ຫຼາຍກວ່າ 2,000 ຄົນ​ໄດ້​ຖືກ​ຂົນ​ໄປ​ຍັງ​ສູນ​ກາງ​ເດັກ​ທີ່​ເມືອງ​ດູບ​ຣາ​ວາ ໃນ​ເຂດ​ນະ​ຄອນ​ມິງ​ ຂອງ​ເບ​ລາ​ຣຸ​ສ ລະ​ຫວ່າງ​ເດືອນ​ກັນ​ຍາ​ປີ 2022 ຫາ​ພຶດ​ສະ​ພາ​ປີ 2023. ລາຍ​ງານ​ກ່າວ​ວ່າ ມີ​ເດັກ​ນ້ອຍ​ຫຼາຍກວ່າ 390 ຄົນ​ໄດ້​ຖືກ​ສົ່ງ​ໄປ​ຍັງ​ສະ​ຖານ​ທີ່ 12 ແຫ່ງ.

ອີກ​ດ້ານ​ນຶ່ງໃນ​ວັນ​ພະ​ຫັດ​ວານນີ້ ຫົວ​ໜ້າ​ນັກ​ການ​ທູດຂອງ​ອັ​ງ​ກິດ ທ່ານ​ເດ​ວິດ ຄາ​ເມ​ຣອນໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເມືອງ​ທ່າ​ໂອ​ເດ​ຊາ ​ເພື່ອໃຫ້​ຄຳ​ໝັ້ນ​ສັນ​ຍາ​ ​ທີ່ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ ໃນ​ການ​ເຮັດ​ສົງ​ຄາມ​ຂອງ​ຢູ​ເຄ​ຣນ.

ການ​ຢ້ຽມ​ຢາມ​ຂອງທ່ານ​ຄາ​ເມ​ຣອນ ແມ່ນ​ຂີດ​ໝາຍ​ເທື່ອ​ທຳ​ອິດ ທີ່​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ອັງ​ກິດ​ໄດ້​ຮັບ​ເອົານັບ​ຕັ້ງ​ແຕ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເຂົ້າ​ຮັບ​ຕຳ​ແໜ່ງໃໝ່​ ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ.

ມັນຍັງ​ເປັນ​ຂີດ​ໝາຍ​ເທື່ອ​ທຳ​ອິດ ທີ່​ນັກ​ການ​ທູດ​ຂອງ​ອັງ​ກິດ​ໄດ້​ເດີນ​ທາງ​ໄປ​ຍັງ​ເມືອງ​ທ່າ​ດັ່ງ​ກ່າວ ຊຶ່ງ​ເປັນ​ເປົ້າ​ໝາຍ​ທີ່​ສຳ​ຄັນ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ຣັດ​ເຊຍ ໃນ​ການ​ເຮັດ​ສົງ​ຄາມ​ຢູ​ໃນ​ຢູ​ເຄ​ຣນ.

ທ່ານ​ຄາ​ເມ​ຣອນ​ກ່າວ​ວ່າ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ຈະ​ສືບ​ຕໍ່​ສະ​ໜອງ​ການ​ສະ​ໜັບ​ສະ​ໜຸນ​ທີ່​ມີ​ຄວາມ​ຈຳ​ເປັນ​ສຳ​ລັບ​ຢູ​ເຄ​ຣນ “ແຕ່​ສຳ​ຄັນ​ກວ່າ​ໝູ່​ໝົດ ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ທະ​ຫານ​ທີ່​ພວກ​ທ່ານ​ຕ້ອງ​ການ ບໍ່​ພຽງ​ແຕ່​ສຳ​ລັບໃນ​ປີນີ້ ແລະ​ປີ​ໜ້າ ແຕ່​ມັນ​ຈະ​ໃຊ້​ເວ​ລາ​ດົນ​ປານ​ໃດ​ກໍ​ຕາມ.”

ການ​ຢ້ຽມ​ຢາມ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຢູ​ເຄ​ຣນ​ປະ​ເຊີນ​ໜ້າກັບ​ການບໍ່​ໄດ້​ຮັບ​ໄຊ​ຊະ​ນະ​ທີ່​ສຳ​ຄັນ​ໃດໆ​ຮວມ​ທັງ​ການ​ຫັນ​ເຫ​ຄວາມ​ສົນ​ໃຈ​ໄປ​ສູ່​ສົງ​ຄາມ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ​ແລະ​ກຸ່ມ​ຮາ​ມາ​ສ ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ ຄວາມ​ບໍ່​ສາ​ມາດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ທີ່​ຈະ​ສະ​ໜອງ​ອາ​ວຸດ​ຍຸດ​ທະ​ພັນ​ຕາມ​ທີ່​ໄດ້​ສັນ​ຍາ​ໄວ້ແລະ​ການ​ຕໍ່​ສູ້​ທາງ​ດ້ານ​ການ​ເມືອງຢູ່​ໃນ​ສະ​ຫະ​ລັດ ທີ່​ພວມ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ​ແກ່​ຢູ​ເຄ​ຣນ.

ຂໍ້​ມູນ​ບາງ​ສ່ວນ​ມາ​ຈາກ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ ແລະ​ຣອຍ​ເຕີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG