ບັນດານັກເຄຶ່ອນໄຫວ ທີ່ນິຍົມລັດຖະບານ ໄດ້ເຂົ້າຮ່ວມກັບການເດີນຂະ ບວນປະທ້ວງເມື່ອວັນເສົາວານນີ້ຢູ່ທີ່ຈະຕຸລັດ Kasbah ໃນນະຄອນຫຼວງ ຕູນີສ ເພື່ອສະໜອງຕອບຕໍ່ຄໍາຮ້ອງຂໍ ໂດຍພັກສາສະໜາອິສລາມ Ennahda ເພື່ອສະແດງໃຫ້ເຫັນເຖິງການສະ ໜັບສະໜຸນຂອງມະຫາຊົນ ຕໍ່ການປົກຄອງປະເທດ ທີ່ຖືກຕ້ອງຕາມກົດໝາຍຂອງຕົນ.
ພັກ Ennahda ຊະນະການເລືອກຕັ້ງ ປີ 2011 ສໍາລັບ ສະພາໄລຍະຂ້າມຜ່ານ ລຸນຫຼັງ ຈາກການໂຄ່ນລົ້ມ ປະທານາທິບໍດີ Zine el-Abidine ຈອມຜະເດັດການທີ່ປົກຄອງປະເທດມາໄດ້ດົນນານ ໃນເຫດການລຸກຮືຂຶ້ນຄັ້ງໃຫຍ່ ໃນຕົ້ນປີນັ້ນ.
ແຕ່ໃນອາທິດຜ່ານມານີ້ ລັດຖະບານຕູນີເຊຍ ທີ່ນໍາໂດຍພັກ Ennahda ນັ້ນ ແມ່ນໄດ້ປະເຊີນກັບການປະທ້ວງຄັ້ງໃຫຍ່ຫຼາຍບັ້ນ ໂດຍກຸ່ມຝ່າຍຄ້ານ ທີ່ບໍ່ຝັກໄຝ່ສາສະໜາ ທີ່ທວງໃຫ້ລັດຖະບານລາອອກ ຍ້ອນວ່າບໍ່ສາມາດປ້ອງກັນບໍ່ໃຫ້ມີການລອບສັງຫານນັກການເມືອງຝ່າຍຄ້ານສອງຄົນໄວ້ໄດ້. ການປະທ້ວງບັ້ນຕ່າງໆ ໄດ້ເລີ່ມຕົ້ນຂຶ້ນຫຼັງຈາກການຍິງສັງຫານສະມາຊິກສະພາ Mohamed Brahmi ທີ່ນະຄອນຫຼວງຕູນີສ ເມື່ອວັນທີ 25 ກໍລະກົດຜ່ານມານີ້. ການເສຍຊີວິດຂອງທ່ານ Mohamed Brahmi ແມ່ນມີຂຶ້ນ ຫຼັງຈາກການຍິງສັງຫານ ທ່ານ Chokri Belaid ນັກການເມືອງຝ່າຍຄ້ານທີ່ມີຊື່ສຽງ ເມື່ອເດືອນກຸມພາຜ່ານມາ.
ພັກການເມືອງຝ່າຍຄ້ານທັງຫຼາຍໄດ້ຮຽກຮ້ອງ ໃຫ້ມີການເດີນຂະບວນປະ ທ້ວງ ຕໍ່ຕ້ານລັດຖະບານເພີ່ມຂຶ້ນ ໃນຫຼາຍມື້ຕໍ່ໜ້ານີ້. ພັກຝ່າຍຄ້ານແມ່ນເກີດມີກໍາລັງໃຈ ແລະໄດ້ຮັບແຮງດົນໃຈຈາກການໂຄ່ນລົ້ມປະທານາທິບໍດີພັກອີສລາມ ທ່ານ Mohamed Morsi ຂອງອີຈິບໂດຍຝ່າຍທະຫານເມື່ອເດືອນຜ່ານມາ ຊຶ່ງເປັນການເຄຶ່ອນໄຫວທີ່ໜຸນຫຼັງ ໂດຍກຸ່ມຝ່າຍຄ້ານອີຈິບ ທີ່ບໍ່ພັກໄຝ່ທາງສາສະໜານັ້ນ.
ທ່ານ Ali Larayedh ນາຍົກລັດຖະມົນຕີຕູນີເຊຍ ເວົ້າເມື່ອວັນເສົາວານນີ້ວ່າ ປະເທດຊາດຂອງທ່ານແມ່ນຕ້ອງການຄວາມເປັນອັນນຶ່ງອັນດຽວກັນ ແລະໃຫ້ຢູ່ໃນຄວາມສະ ຫງົບ ເພື່ອວ່າທາງກອງທັບຈະສາມາດຕໍ່ສູ້ກັບພວກກໍ່ການຮ້າຍໄດ້ ແທນທີ່ຈະໃຫ້ກອງ ທັບມາຫຍຸ້ງກ່ຽວເສຍເວລາກັບການປະທ້ວງນັ້ນ.
ເບິ່ງວີດີໂອ: