ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຈັດພິທີ ສະເຫຼີມສະຫຼອງ ຫໍຫຼັກເມືອງ ວຽງຈັນ ແຫ່ງໃໝ່


ຫໍຫລັກເມືອງວຽງຈັນ ທີ່ຫາກໍ່ສ້າງສໍາເລັດໃໝ່ໆ
ຫໍຫລັກເມືອງວຽງຈັນ ທີ່ຫາກໍ່ສ້າງສໍາເລັດໃໝ່ໆ
ປະຊາຊົນຫຼາຍພັນຄົນ ພ້ອມດ້ວຍບັນດາຜູ້ນໍາ ແລະເຈົ້າໜ້າທີ່
ຂັ້ນສູງຂອງພັກ ແລະລັດຖະບານລາວພາກັນເຂົ້າຮ່ວມພິທີ ສະເຫຼີມສະຫຼອງຫໍຫຼັກເມືອງວຽງຈັນແຫ່ງໃໝ່ຢ່າງໜາແໜ້ນ

ພິທີການສະເຫຼີມສະຫຼອງຫຼັກເມືອງວຽງຈັນທີ່ຖືກສ້າງຂຶ້ນໃໝ່
ໄດ້ມີຂຶ້ນຢ່າງເປັນທາງ ການໃນວັນທີ່ 16-17 ພະຈິກ ຢູ່ບ້ານ
ເພຍວັດ ເມືອງສີສັດຕະນາກ ນະຄອນວຽງຈັນ ໂດຍມີທ່ານບຸນ
ຍັງ ວໍລະຈິດ ຮອງປະທານປະເທດລາວ ເປັນປະທານໃນພິທີ
ພ້ອມດ້ວຍການເຂົ້າຮ່ວມໃນພິທີຂອງບັນດາຜູ້ນໍາ ແລະເຈົ້າໜ້າ
ທີ່ຂັ້ນສູງຂອງພັກ ແລະລັດຖະບານລາວ ລວມເຖິງປະຊາຊົນລາວ
ຈໍານວນຫຼາຍພັນຄົນ.

ທ່ານບຸນຍັງ ວໍລະຈິດ (ກາງ) ຮອງປະທານປະເທດລາວ, ປະທານໃນພິທີສະຫລອງຫໍຫລັກເມືອງໃໝ່ ໃນວັນທີ 2 ພະຈິກ 2012
ທ່ານບຸນຍັງ ວໍລະຈິດ (ກາງ) ຮອງປະທານປະເທດລາວ, ປະທານໃນພິທີສະຫລອງຫໍຫລັກເມືອງໃໝ່ ໃນວັນທີ 2 ພະຈິກ 2012

ພິທີກໍາສໍາຄັນທີ່ໄດ້ມີການປະຕິບັດຈັດຕັ້ງໃນໂອກາດດັ່ງກ່າວນີ້
ກໍປະກອບດ້ວຍການຈູດທຽນໄຊ ການກ່າວຄໍາປາໄສ ແລະການ
ລັ່ນຄ້ອງ 9 ເທື່ອ ໂດຍປະທານໃນພິທີ ຕິດຕາມດ້ວຍການປ່ອນ
ບີຫຼັກເມືອງ ການໂຈມເສົາຫຼັກເມືອງທີ່ປະດິດສະຖານຢູ່ເທິງແທ່ນ
ເພື່ອເປີດພິທີສົມໂພດ ແລະສະເຫຼີມສະຫຼອງຢ່າງເປັນທາງການ ແລະຄົບງັນຕະຫຼອດຄືນຂອງວັນທີ 16 ພະຈິກ.

ສ່ວນໃນຕອນເຊົ້າຂອງວັນທີ 17 ພະຈິກນັ້ນ ປະທານໃນພິທີ
ພ້ອມດ້ວຍພັນລະຍາ ແລະບັນດາຜູ້ນໍາໃນພັກແລະລັດຖະບານ ຕະຫຼອດຈົນເຈົ້າແຂວງຈາກທັງ 17 ແຂວງ ແລະປະຊາຊົນລາວ
ຈໍານວນຫຼາຍພັນຄົນ ກໍໄດ້ເຂົ້າຮ່ວມພິທີຕັກບາດຖະຫວາຍສັງຄະທານແດ່ພະສົງ 99​ ອົງ ທັງກໍຍັງໄດ້ມີການຕັ້ງກອງບຸນ 9 ກອງ ເພື່ອເປັນການສະເຫຼີມສະຫຼອງຫໍຫຼັກເມືອງວຽງຈັນ ໃນຄັ້ງນີ້ອີກດ້ວຍ.
ຫລັກເມືອງວຽງຈັນ ອັນໃໝ່
ຫລັກເມືອງວຽງຈັນ ອັນໃໝ່


ທາງການລາວໂດຍການຮັບຜິດຊອບຂອງຄະນະກໍາມະການຄຸ້ມ
ຄອງໂຄງການກໍ່ສ້າງຫໍຫຼັກເມືອງແຫ່ງໃໝ່ຂອງນະຄອນວຽງຈັນ
ຊຶ່ງມີ ທ່ານ ໝຸນແກ້ວ ອໍລະບູນ ອະດີດລັດຖະມົນຕີກະຊວງຖະ
ແຫຼງຂ່າວ ແລະວັດທະນະທໍາເປັນປະທານນັ້ນ ໄດ້ເລີ່ມລົງມືກໍ່ ສ້າງຫໍຫຼັກເມືອງວຽງຈັນແຫ່ງໃໝ່ ນັບແຕ່ເດືອນກຸມພາ ປີ 2010
ເປັນຕົ້ນມາ ແລະການກໍ່ສ້າງກໍສໍາເລັດແລ້ວ ໃນເດືອນຕຸລາ ປີ
2012 ທີ່ຜ່ານມາ ໂດຍໄດ້ໃຊ້ຈ່າຍງົບປະມານກໍ່ສ້າງໄປທັງໝົດ
15 ຕື້ກີບທີ່ໄດ້ຮັບການສະໜັບສະໜຸນ ຈາກລັດຖະບານ ແລະບໍລິຈາກສົມທົບຂອງປະຊາຊົນລາວຈາກທົ່ວປະເທດ.

ຫໍຫຼັກເມືອງວຽງຈັນທີ່ຖືກສ້າງຂຶ້ນໃໝ່ນີ້ ມີຄວາມສູງ 32 ແມັດ ສ່ວນຖານທັງ ສີ່ດ້ານນັ້ນ ກໍ ມີຄວາມກວ້າງດ້ານລະ 17 ແມັດ ໂດຍມີເສົາຫຼັກເມືອງທີ່ເຮັດດ້ວຍໄມ້ຈັນຫອມອາຍຸເຖິງ 150 ປີ ຈໍານວນ 4 ເສົາ ປະດິດສະຖານຢູ່ພາຍໃນ ໂດຍທີ່ເສົາຫຼັກເມືອງຂະໜາດໃຫຍ່ ນັ້ນມີ
ຄວາມສູງ 6 ແມັດ ແລະມີຄວາມຍາວຮອບເສົາ 80 ເຊັນຕິແມັດ ສ່ວນອີກ 3 ເສົາທີ່ ເຫຼືອນັ້ນ ກໍມີຄວາມສູງຕົ້ນລະ 4 ແມັດ ຕັ້ງຢູ່ຮອບເສົາຫຼັກດັ່ງກ່າວ.

ທັງນີ້ທາງການລາວຖືວ່າຫໍຫຼັກເມືອງວຽງຈັນນີ້ ມີ ຄວາມໝາຍສໍາຄັນຍິ່ງຕໍ່ປະເທດ ແລະ ປະ ຊາຊົນລາວທັງໃນອະດີດ ແລະປັດຈຸບັນ ດັ່ງທີ່ ທ່ານ ໝູນແກ້ວ ໄດ້ໃຫ້ການຊີ້ແຈງ ເຖິງ ຄວາມສໍາຄັນຂອງຫໍຫຼັກເມືອງວຽງຈັນໃນຕອນນຶ່ງວ່າ:

ທ່ານ ໜູນແກ້ວ ອໍລະບູນ ອະດີດລັດຖະມົນຕີກະຊວງ ຖະແຫຼງຂ່າວ ແລະວັດທະນະທໍາ
ທ່ານ ໜູນແກ້ວ ອໍລະບູນ ອະດີດລັດຖະມົນຕີກະຊວງ ຖະແຫຼງຂ່າວ ແລະວັດທະນະທໍາ

“ຫຼັກເມືອງວຽງຈັນແຫ່ງນີ້ໄດ້ຢັ້ງຢືນເຖິງປະຫວັດສາດ
ໜ້ານຶ່ງຂອງຊາວລາວຂອງ ພວກເຮົາ ຊຶ່ງເປັນເຫດ
ການທີ່ເກີດຂຶ້ນກ່ອນໜ້ານີ້ 472 ປີ ເສົາຫຼັກເມືອງ 473
ຫຼັກນີ້ ແມ່ນສັນຍະລັກແຫ່ງຄວາມສາມັກຄີ ເປັນອັນນຶ່ງ
ອັນດຽວກັນຂອງ ຊົນຊາດລາວ ທັງຍັງເປັນການຢັ້ງຢືນ
ເຖິງຄວາມເຂັ້ມແຂງ ຄວາມອົງອາດ ກ້າຫານ ໃນການ ຕໍ່ສູ້ປົກປັກຮັກສາບ້ານເມືອງ.”


ທາງດ້ານຮອງປະທານປະເທດລາວໃນຖານະທີ່ເປັນປະທານ
ໃນພິທີສະເຫຼີມສະຫຼອງ ກໍໄດ້ຖະແຫຼງເນັ້ນຢໍ້າວ່າ ຫໍຫຼັກເມືອງ
ວຽງຈັນ ຄືຫຼັກຖານປະຫວັດສາດເພື່ອ ຢັ້ງຢືນເຖິງຮາກເຫງົ້າຂອງຊົນຊາດລາວ ແລະອະ ທິບາຍເຖິງຂະບວນວິວັດທະນາ ແຫ່ງການ ຂະຫຍາຍຕົວຂອງສັງຄົມລາວ ແລະປະເທດ ລາວ ເພື່ອຈະໄດ້ຮູ້ທ່າແຮງ ແລະຮູ້ກໍານົດເສັ້ນທາງເດີນຂອງຕົນໃນຍຸກໂລກາພິວັດ.

ທັງນີ້ ເພື່ອເປັນການອະນຸລັກແລະສົ່ງເສີມຄຸນຄ່າທາງປະຫວັດສາດ ແລະມູນມັງມໍລະດົກ ວັດທະນະທໍາອັນຈົບງານ ແລະລໍ້າຄ່າຂອງຊາດລາວໄວ້ສືບຕໍ່ໄປ ແລະທີ່ສໍາຄັນ ກໍຄືການ ອະນຸລັກດັ່ງກ່າວນີ້ ກໍບໍ່ແມ່ນພຽງການສຶກສາອົບຮົມ ມູນເຊື້ອທີ່ດີງາມຂອງຊາດ ແລະການ
ສ້າງອຸດົມການໃຫ້ແກ່ຄົນລຸ້ນໃໝ່ ແລະລຸ້ນໜ້າເທົ່ານັ້ນ ຫາກແຕ່ຍັງເປັນການປະກອບສ່ວນ
ເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດລາວ ໃຫ້ວັດທະນາຖາວອນ
ຕໍ່ໄປອີກດ້ວຍ.

ໂຄງການດັ່ງກ່າວນີ້ ໄດ້ເກີດຂຶ້ນພາຍຫຼັງຈາກທີ່ໄດ້ມີການຄົ້ນພົບເສົາຫຼັກເມືອງໂບຮານ ທີ່ ເຮັດດ້ວຍຫິນຈໍານວນ 473 ຫຼັກ ທີ່ເຊື່ອວ່າ ຖືກສ້າງຂຶ້ນໃນລາດຊະການຂອງເຈົ້າໂພທິສະ ລາດ ເພື່ອເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວເປັນສໍາຄັນ.
XS
SM
MD
LG