ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວ ປາ​ແລັ​ສ​ໄຕ​ນ໌ ຫຼາຍ​ພັນ​ຄົນ ປະ​ທ້ວງ​ການ​ປ່ຽນ​ແປງ ນະ​ໂຍ​ບາຍ​ຂອງ ສະ​ຫະ​ລັດ ກ່ຽວ​ກັບ ຖິ່ນ​ຖານ​ຊາວ ຢິວ


ຊາວ​ປາ​ແລັ​ສ​ໄຕ​ນ໌ ຄົນ​ນຶ່ງ​ຖື​ຮູບ​ທິ​ບາຍ​ເຖິງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ, ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ການ​ປະ​ທະ​ກັນ​ກັບ​ກອງທະ​ຫານ ອິ​ສ​ຣາ​ແອ​ລ ໄດ້​ເກີດ​ຂຶ້ນ​ໃນ​ເມືອງ ບີດ ແອ​ລ ໃກ້​ກັບ​ເມືອງ ຣາ​ມາ​ລ​ລາ, ຂອງເຂດ​ເວັ​ສ ແບ​ັ້ງ. Nov. 26, 2019.
ຊາວ​ປາ​ແລັ​ສ​ໄຕ​ນ໌ ຄົນ​ນຶ່ງ​ຖື​ຮູບ​ທິ​ບາຍ​ເຖິງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ, ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ການ​ປະ​ທະ​ກັນ​ກັບ​ກອງທະ​ຫານ ອິ​ສ​ຣາ​ແອ​ລ ໄດ້​ເກີດ​ຂຶ້ນ​ໃນ​ເມືອງ ບີດ ແອ​ລ ໃກ້​ກັບ​ເມືອງ ຣາ​ມາ​ລ​ລາ, ຂອງເຂດ​ເວັ​ສ ແບ​ັ້ງ. Nov. 26, 2019.

ປະ​ຊາ​ຊົນ ປາ​ແລັ​ສ​ໄຕ​ນ໌ ຫຼາຍ​ພັນ​ຄົນ​ໄດ້​ເດີນ​ຂະ​ບວນ​ໃນ​ທົ່ວ​ເຂດ​ ເວັ​ສ ແບັ້ງ ໃນ​ວັນ​ອັງ​ຄານ​ວານນີ້ ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ “ວັນ​ແຫ່ງ​ຄວາມ​ໂມ​ໂຫ” ກ່ຽວ​ກັບ ການ​ປ່ຽນ​ແປງ​ນະ​ໂຍ​ບາຍ​ຂອງ ສະ​ຫະ​ລັດ ເມື່ອບໍ່​ດົນ​ມານີ້ ກ່ຽວ​ກັບ ຖິ່ນ​ຖານ​ຊາວ ຢິວ.

ຜູ້​ປະ​ທ້ວງ​ໄດ້​ຈູດ​ກົງ​ລົດ ແລະ ແກວ່ງ​ກ້ອນ​ຫີນ​ໃສ່​ທະ​ຫານ, ຜູ້​ທີ່​ໄດ້​ຕອບ​ໂຕ້​ດ້ວຍ​ແກັ​ສ​ນ້ຳ​ຕາ ແລະ ລະ​ເບີດ​ແສງ ທີ່ບໍ່​ຮ້າຍ​ແຮງ​ເຖິງ​ຊີ​ວິດ.

ຜູ້​ປະ​ທ້ວງ​ໄດ້​ຈູດ​ຫຸ່ນ​ຈຳ​ລອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໃສ່​ຊຸດ​ທຸງ​ຊາດ ອິ​ສ​ຣາ​ແອ​ລ ແລະ ໄດ້​ຍົກ​ປ້າຍ​ທີ່​ປະ​ກາດ​ວ່າ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ ເປັນ​ຄູ່​ຮ່ວມ​ໃນ​ອາ​ຊະ​ຍະ​ກຳ​ສົງ​ຄາມ.

ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ບາດ​ເຈັບ​ສາ​ຫັດ. ໃນ​ຕອນ​ແລງວັນ​ອັງ​ຄານ​ວານນີ້ ຈະຫຼວດ​ສອງ​ລູກໄດ້​ຖືກ​ຍິງ​ເຂົ້າ​ໃສ່ ອິ​ສ​ຣາ​ແອ​ລ ຈາກ​ເຂດ ກາ​ຊາ. ເຊິ່ງ​ປາ​ກົດ​ວ່າບໍ່​ມີ​ຄວາມ​ເສຍ​ຫາຍ.

ໃນ​ອາ​ທິດ​ທີ່​ຜ່ານ​ມາ, ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ເລີກ​ລົ້​ມ​ນະ​ໂຍ​ບາຍ​ທີ່​ມີ​ມາ 40 ປີ​ຂອງ ສະ​ຫະ​ລັດ ທີ່​ໄດ້​ປະ​ກາດ​ວ່າ​ຖິ່ນ​ຖານ​ຊາວ ຢິວ ຂອງ ອິ​ສ​ຣ​າ​ແອ​ລ ໃນ​ເຂດ ເວັ​ສ ແບ້ງ ທີ່​ຖືກ​ຍຶດ​ຄອງນັ້ນ “ແມ່ນບໍ່​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ.”

ທ່ານ ພອມ​ພຽວ ໄດ້​ກ່າວ​ວ່າ ນະ​ໂຍ​ບາຍ​ເກົ່າດັ່ງ​ກ່າວ ບໍ່​ໄດ້ “ປັບ​ປຸງບັນ​ຫາ​ສັນ​ຕິ​ພາບ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ ນີ້ບໍ່​ໄດ້​ໝາຍ​ເຖິງ ສະ​ຫະ​ລັດ ໄດ້​ທຳ​ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ​ໃນ​ເວ​ລານີ້ ກ່ຽວ​ກັບ ສະ​ຖາ​ນະ​ຂອງ​ເຂດ ເວັ​ສ​ແບັ້ງ, ໂດຍ​ເວົ້າ​ວ່າ ຄຳ​ຖາມ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ສະ​ບັບ​ສຸດ​ທ້າຍ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ວ່າ ລັດ​ຖະ​ບານ​ທ່ານ ທ​ຣຳ ແມ່ນ​ກຳ​ລັງ “ແກ້​ໄຂຄວາມ​ຜິດ​ໃນ​ປະ​ຫວັດ​ສາດ” ດ້ວຍ​ການ​ສະ​ໜັບ​ສະ​ໜູນ “ຄວາມ​ຈິງ ແລະ ຄວາມ​ຍຸ​ຕິ​ທຳ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG