ບັນດາບໍລິສັດເອກກະຊົນຈໍານວນຫຼາຍພັນຫົວໜ່ວຍ ຍັງບໍ່ປະຕິບັດຕາມກົດໝາຍແຮງ
ງານ ໂດຍຈ່າຍຄ່າແຮງງານຂັ້ນຕ່ຳໃຫ້ຜູ້ອອກແຮງງານລາວໜ້ອຍກວ່າທີ່ກົດໝາຍກຳ
ໜົດເປັນເວລາກວ່າ 1 ປີ ມາແລ້ວ ຊື່ງຊົງລິດ ໂພນເງິນ ນັກຂ່າວ ວີໂອເອ ຈຳນໍາມາ
ສະເໜີທ່ານຈາກບາງກອກ.
ທ່ານພົງໄຊສັກ ອິນທະລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະສະ
ຫວັດດີການສັງຄົມ ຍອມຮັບວ່າບັນດາບໍລິສັດເອກກະຊົນຈຳນວນຫຼາຍໃນລາວ ຍັງບໍ່
ປະຕິບັດຕາມກົດໝາຍແຮງງານ ໃນສ່ວນກ່ຽວກັບການປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳ
ຈາກ 900,000 ກີບເປັນ 1,100,000 ກີບຕໍ່ເດືອນ ທີ່ຈະຕ້ອງຈັດຕັ້ງປະຕິບັດໃຫ້ໄດ້
ຢ່າງຄົບຖ້ວນພາຍໃນເດືອນພຶດສະພາ 2018 ທີ່ຜ່ານມາ ຫາກແຕ່ຈາກການເກັບກຳ
ຂໍ້ມູນໃນບັນດາຫົວໜ່ວຍທຸລະກິດ 3,000 ກວ່າແຫ່ງພົບວ່າ ສ່ວນໃຫຍ່ຍັງບໍ່ໄດ້ປະຕິ
ບັດຕາມກົດໝາຍກຳໜົດຈົນເຖິງປັດຈຸບັນນີ້ ດັ່ງທີ່ທ່ານພົງໄຊສັກ ໄດ້ຖະແຫຼງຢືນ
ຢັນວ່າ:
“ພວກເຮົາລົງໄປປະມານ 3,000 ຫົວໜ່ວຍແຮງງານນີ້ ເຮົາກະສັງເກດເຫັນວ່າຍັງ
ມີຫຼາຍຫົວໜ່ວຍແຮງງານ ຍັງບໍ່ຮັບຮູ້ລະອຽດ ຮູ້ຢູ່ວ່າມີແຈ້ງການປັບຂຶ້ນຄ່າຈ້າງຂັ້ນ
ຕ່ຳ ແຕ່ວ່າລາຍລະອຽດຂອງແຈ້ງການນັ້ນເຂົາເຈົ້າຍັງບໍ່ທັນມີຄວາມຮັບຮູ້ຢ່າງເລິກ
ເຊິ່ງເຖິງຖອງ ເພາະສະນັ້ນກໍເຮັດໃຫ້ການຈັດຕັ້ງປະຕິບັດ ມີລັກສະນະຊັກຊ້າຕາມ
ກຳໜົດເວລາທີ່ເຮົາກຳໜົດວ່າໃຫ້ປັບໃນລະຍະເດືອນ 5 ປີ 2018 ມີຫຼາຍບໍລິສັດ
ກະເລື່ອນເວລາ ແລະຫຼາຍຫົວໜ່ວຍແຮງງານຍັງບໍ່ທັນ ສາມາດຈ່າຍຄ່າຈ້າງຂັ້ນຕ່ຳ
ໄດ້ໃນລະດັບທີ່ພວກເຮົາໄດ້ກຳໜົດໄວ້.”
ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນສະຫະພັນກຳມະບານລາວ ເປີດເຜີຍວ່າໃນປັດຈຸບັນ
ຍັງມີວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ຫຼື (SME) ຄິດເປັນສັດສ່ວນເກີນ
ກວ່າ 20 ເປີເຊັນ ຂອງຈຳນວນ SME ທັງໝົດໃນລາວທີ່ຍັງບໍ່ປະຕິບັດຕາມກົດໝາຍ
ແຮງງານ ໂດຍການຈ່າຍຄ່າແຮງງານຂັ້ນຕ່ຳໜ້ອຍກວ່າທີ່ກົດໝາຍກຳໜົດ ແລະອີງ
ຕາມລາຍງານຂອງສູນສະຖິຕິແຫ່ງຊາດລາວ ລະບຸວ່າມີ SME ຈຳນວນ 124,830
ລາຍໃນທົ່ວປະເທດລາວ ຊຶ່ງກໍໝາຍຄວາມວ່າມີ SME ຫຼາຍກວ່າ 25,000 ລາຍ ທີ່
ຈ່າຍຄ່າແຮງງານຕ່ຳກວ່າກົດໝາຍກຳໜົດ ແລະໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່
ຂອງແຮງງານໃນລາວ ຫຼາຍກວ່າ 3 ແສນຄົນໃນປັດຈຸບັນ.
ສ່ວນທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານແນວລາວສ້າງຊາດ ຢືນຢັນວ່າ
ສະພາບການໂດຍລວມໃນພາກທຸລະກິດເອກກະຊົນລາວໃນປັດຈຸບັນ ມີສະພາບການ
ທີ່ບໍ່ດີຕໍ່ເສດຖະກິດມະຫາພາກຂອງລາວ ເພາະວ່າມີ SME ຈຳນວນຫຼາຍທີ່ປະສົບບັນ
ຫາຂາດທຶນ ໂດຍສະເພາະແມ່ນ SME ທີ່ໄດ້ກູ້ຢືມເງິນທຶນຈາກທະນະຄານນັ້ນຖືເປັນ
ພາກສ່ວນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ແລະສາເຫດທີ່ເຮັດໃຫ້ເກີດປັນຫາດັ່ງກ່າວ
ທັງຍັງເຮັດໃຫ້ສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ໃນລາວໄດ້ຕົກຕ່ຳລົງໄປ
ດ້ວຍນັ້ນກໍຄືຄວາມບໍ່ໂປ່ງໃສໃນການປະຕິບັດໜ້າທີ່ຂອງບັນດາພະນັກງານລັດ ທີ່ໄດ້
ຮຽກຮັບເອົາສິນບົນຈາກບັນດາ SME ທີ່ບໍ່ປະຕິບັດຕາມລະບຽບກົດໝາຍໃນລາວ ດັ່ງ
ທີ່ທ່ານນາງຄຳຈັນ ໄດ້ຖະແຫຼງຢືນຢັນວ່າ.
“ຜູ້ປະກອບການຂະໜາດນ້ອຍ ຜູ້ຢືມເງິນມາລົງທຶນ ລຸບທຶນ ການປະຕິບັດໜ້າທີ່ໃນ
ການເກັບພາສີທີ່ດິນ ພາສີອາກອນ ນັບທັງການບໍລິການຂອງພາກສ່ວນກ່ຽວຂ້ອງຕໍ່
ຜູ້ປະກອບການມີລັກສະນະເວົ້າໄດ້ເວົ້າເອົາ ຜ່ານຫຼາຍຂອດ ເຮັດໃຫ້ຜູ້ປະກອບການ
ທຳມາຫາກິນບໍ່ມີເງິນຈ່າຍ ກາຍເປັນລົ້ມລະລາຍ ສະພາບແວດລ້ອມດຳເນີນທຸລະ
ກິດຢູ່ ສປປ ລາວ ໄດ້ຫລຸດລະດັບລົງຈາກ 141 ລົງມາເປັນ 151 ໃນ 190 ປະເທດ
ໃນໂລກ ຊຶ່ງເປັນບັນຍາກາດບໍ່ດີເລີຍ.”
ສ່ວນທ່ານບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ ໄດ້ຢືນຢັນວ່າ
ບັນດາ SME ໃນລາວມີສັດສ່ວນຄິດເປັນເຖິງ 97 ເປີເຊັນ ຂອງຈຳນວນວິສາຫະກິດທັງ
ໝົດ ທັງຍັງມີມູນຄ່າທາງເສດຖະກິດຄິດເປັນ 16 ເປີເຊັນ ຂອງຍອດຜະລິດຕະພັນລວມ
ພາຍໃນລາວ ແລະມີການຈ້າງງານເຖິງ 63 ເປີເຊັນ ຂອງການຈ້າງງານທັງໝົດອີກດ້ວຍ
ຫາກແຕ່ວ່າການຍົກລະດັບຄວາມສາມາດໃນການຜະລິດສິນຄ້າ ແລະບໍລິການໃຫ້ໄດ້
ມາດຕະຖານສາກົນໃນລະຍະທີ່ຜ່ານມາກັບຍັງບໍ່ມີປະສິດທິພາບ ໂດຍປະກາດວ່າມີ
SME ພຽງ 12 ເປີເຊັນ ເທົ່ານັ້ນທີ່ມີໂອກາດເຂົ້າເຖິງແຫຼ່ງເງິນທຶນກູ້ຢືມເພື່ອການພັດທະ
ນາສິນຄ້າ ແລະບໍລິການ ສ່ວນ 88 ເປີເຊັນ ຍັງບໍ່ມີໂອກາດເຂົ້າເຖິງແຫຼ່ງເງິນທຶນແຕ່ຢ່າງ
ໃດ ຈຶ່ງເຮັດໃຫ້ຈະຕ້ອງລະດົມທຶນສົ່ງເສີມ SME ຈາກຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ.
ທາງດ້ານເຈົ້າໜ້າທີ່ຂອງທະນາຄານໂລກປະຈຳລາວ ກໍຢືນຢັນວ່າ ທະນາຄານໂລກ ໄດ້
ໃຫ້ການຊ່ວຍເຫຼືອເພື່ອພັດທະນາ SME ໃນລາວ ມູນຄ່າລວມ 20 ລ້ານໂດລາສະຫະ
ລັດ ໃນຊ່ວງປີ 2014-2019 ແຕ່ກໍປາກົດວ່າໄດ້ມີການປ່ອຍເງິນກູ້ໃຫ້ SME ພຽງ 42
ລາຍ ທີ່ຄິດເປັນມູນຄ່າລວມພຽງ 4 ລ້ານ 4 ແສນໂດລາສະຫະລັດ ເທົ່ານັ້ນໃນປັດຈຸບັນ
ນີ້ ທັງນີ້ກໍເນື່ອງຈາກການຈັດຕັ້ງປະຕິບັດທີ່ຊັກຊ້າໃນພາກສ່ວນ ທີ່ກ່ຽວຂ້ອງໃນວົງການ
ຂອງລັດຖະບານລາວເອງ.