ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ຫຼາຍພັນຄົນ ເດີນຂະບວນຮຽກຮ້ອງ ໃຫ້ລັດຖະບານ ສເປນ ຮັບເອົາ ອົບພະຍົບມາຕັ້ງຖິ່ນຖານຕື່ມ


ປະຊາຊົນເດີນຂະບວນໃນລະຫວ່າງການປະທ້ວງ ຮຽກຮ້ອງ
ໃຫ້ລັດຖະບານ ສເປນ ປະຕິບັດຕາມຄຳສັນຍາຂອງພວກ
ເຂົາເຈົ້າ ທີ່ຈະໃຫ້ທີ່ຫຼົບລີ້ສຳລັບພວກອົບພະຍົບ. ນະຄອນ
ຫຼວງ ມາດຣິດ. 17 ມິຖຸນາ, 2017.
ປະຊາຊົນເດີນຂະບວນໃນລະຫວ່າງການປະທ້ວງ ຮຽກຮ້ອງ ໃຫ້ລັດຖະບານ ສເປນ ປະຕິບັດຕາມຄຳສັນຍາຂອງພວກ ເຂົາເຈົ້າ ທີ່ຈະໃຫ້ທີ່ຫຼົບລີ້ສຳລັບພວກອົບພະຍົບ. ນະຄອນ ຫຼວງ ມາດຣິດ. 17 ມິຖຸນາ, 2017.

ໃນວັນເສົາວານນີ້ ພວກປະທ້ວງຫຼາຍພັນຄົນ ໄດ້ພາກັນເດີນຂະບວນຢູ່ນະຄອນຫຼວງ
ມາດຣິດ ຊຸກຍູ້ໃຫ້ລັດຖະບານ ສເປນ ປະຕິບັດພັນທະຂອງຕົນໃນການຮັບເອົາພວກ
ອົບພະຍົບ.

ປະເທດ ສເປນ ໄດ້ປະຕິຍານວ່າ ຈະຮັບເອົາພວກອົບພະຍົບ 17,300 ຄົນ ມາຈາກປະ
ເທດຕ່າງໆທີ່ຖືກສົງຄາມຮຸກຮານ ເຊັ່ນ ຊີເຣຍ ອີຣັກ ແລະ ລີເບຍ ເພື່ອໄປຕັ້ງຖິ່ນຖານຢູ່
ປະເທດດັ່ງກ່າວ ຊຶ່ງເປັນພາກສ່ວນນຶ່ງຂອງພັນທະຂອງ ຢູໂຣບ ເພື່ອຈະຊ່ອຍເຫຼືອຫຼາຍ
ຂຶ້ນ ໃນການຜ່ອນເບົາວິກິດການດ້ານຄົນເຂົ້າເມືອງຂອງທະວີບດັ່ງກ່າວລົງ.

ອົງການນິລະໂທດກຳສາກົນລາຍງານວ່າ ນະຄອນຫຼວງ ມາດຣິດ ໄດ້ຮັບເອົາອົບພະຍົບ
ມາແລ້ວ ແຕ່ພຽງ 1,304 ຄົນເທົ່ານັ້ນ ຊຶ່ງໜ້ອຍກວ່າ 10 % ຂອງຈຳນວນທີ່ໄດ້ປະຕິ
ຍານໄວ້. ໃນທົ່ວ ຢູໂຣບ ປະເທດສ່ວນຫຼາຍ ກໍແມ່ນເຮັດໄດ້ໜ້ອຍຄືກັນ ອີງຕາມຄຳໝັ້ນ
ສັນຍາທີ່ໄດ້ໃຫ້ໄວ້ ໃນຂໍ້ຕົກລົງຂອງ ຢູໂຣບ ປີ 2015.

ການປະທ້ວງດັ່ງກ່າວໃນ ສເປນ ໂດຍຫຼາຍກວ່າ 10 ອົງການທີ່ບໍ່ຂຶ້ນກັບລັດຖະບານ ອັນ
ມີລວມທັງອົງການນິລະໂທດກຳນຳ ໄດ້ຖືກຈັດຂຶ້ນກ່ອນວັນອົບພະຍົບໂລກໃນວັນອັງ
ຄານມື້ອື່ນ.

ໃນປີ 2015 ຄະນະກຳມາທິການ ຢູໂຣບ ໄດ້ຈັດຕັ້ງວັນເສັ້ນຕາຍໄວ້ ໃນເດືອນກັນຍາປີ
2017 ສຳລັບການຕັ້ງຖິ່ນຖານ ຫຼືຈັດຫາບ່ອນຢູ່ໃຫ້ຊາວອົບພະຍົບ 160,000 ຄົນ ໃນ
ທົ່ວ ຢູໂຣບ. ຕໍ່ມາຈຳນວນດັ່ງກ່າວໄດ້ຖືກດັດແປງໃໝ່ ຫຼຸດລົງມາເປັນ 98,000 ຄົນ ລຸນ
ຫຼັງທີ່ພົບເຫັນວ່າມີຄົນຈຳນວນຄົນໜ້ອຍກວ່າ ທີ່ມີສິດເໝາະສົມສຳລັບໂຄງການດັ່ງກ່າວ.
ເຖິງຢ່າງໃດກໍດີ ຕົກມາເຖິງເດືອນມິຖຸນາ ພວກຂໍລີ້ໄພ ມີພຽງແຕ່ 21,000 ຄົນ ໄດ້ຮັບ
ການຕັ້ງຖິ່ນຖານໃໝ່. ໃນຈຳນວນພວກປະເທດ ຢູໂຣບ ທັງຫຼາຍ ທີ່ໄດ້ໃຫ້ຄຳໝັ້ນສັນຍາ
ໄວ້ມີແຕ່ປະເທດ ຟິນແລນ ກັບ ມານຕາ ເທົ່ານັ້ນ ທີ່ບັນລຸຄວາມໝາຍໝັ້ນຂອງຕົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG