ບັນດານັກວິເຄາະເຊື່ອວ່າ ຈີນໄດ້ເປີດຕົວກຳປັ່ນບັນທຸກເຮືອບິນລຳທີສາມ ຊຶ່ງອາດຈະເປັນວິທີນຶ່ງ ທີ່ຈະຍົກລະດັບການປ້ອງກັນປະເທດໂດຍລວມ ເພື່ອເຮັດໃຫ້ກອງທັບເຮືອທີ່ເຂັ້ມແຂງຂຶ້ນ ແທນທີ່ຈະແນເປົ້າໃສ່ສະໜາມລົບໃດໆທີ່ສະເພາະເຈາະຈົງໃນອະນາຄົດ.
ສື່ມວນຊົນຂອງລັດລາຍງານວ່າ ກຳປັ່ນບັນທຸກເຮືອບິນທີ່ເອີ້ນວ່າ ປະເພດ ຫລື Type 003 ແລະ ມີຊື່ວ່າຝູຈ້ຽນໄດ້ອອກຈາກອູ່ແຫ້ງຂອງມັນຢູ່ອູ່ສ້ອມກຳປັ່ນຢູ່ນອກນະຄອນຊຽງໄຮ ໃນຕອນເຊົ້າວັນສຸກຜ່ານມານີ້ ແລະໄດ້ເອົາໄປຈອດໄວ້ຢູ່ທ່າເຮືອທີ່ຢູ່ໃກ້ຄຽງກັນນັ້ນ.
ກຳປັ່ນບັນທຸກເຮືອບິນລຳທີສາມນີ້ ຈະຈັດໃຫ້ຈີນເຂົ້າຢູ່ໃນກຸ່ມທີ່ມີພຽງ 16 ປະເທດເທົ່ານັ້ນໃນໂລກ ທີ່ມີສະໜາມບິນທະຫານເທິງທະເລຂະໜາດໃຫຍ່. ຢູ່ເຂດອ້ອມແອ້ມມະຫາສະໝຸດປາຊີຟິກ, ອິນເດຍ, ຍີ່ປຸ່ນ ແລະສະຫະລັດໄດ້ໃຊ້ກຳປັ່ນບັນທຸກເຮືອບິນ ຫຼື ບໍ່ກໍກຳລັງພັດທະນາມັນຢູ່.
ພວກນັກຊ່ຽວຊານກ່າວອີກວ່າ ຈີນແມ່ນເຮັດຕາມຄົນອື່ນທີ່ກຳລັງເຮັດຢູ່ ຊຶ່ງກໍຄື ພິສູດໃຫ້ຕົວເອງ ແລະລັດຖະບານຕ່າງປະເທດຮູ້ວ່າ ກຳປັ່ນບັນທຸກເຮືອບິນຂອງ ຕົນສາມາດເຮັດວຽກຮ່ວມກັນໄດ້ດີ ກັບບັນດາຫນ່ວຍງານທະຫານເກົ່າ, ຖ້າຈຳເປັນ, ໃນຂະນະທີ່ຄູ່ແຂ່ງທີ່ໄດ້ຮັບການສະຫນັບສະຫນູນໂດຍຕາເວັນຕົກມີຄວາມເຂັ້ມແຂງຂອງເຂົາເອງຢູ່ໃນທະເລ.
ກອງທັບເຮືອປົດປ່ອຍປະຊາຊົນຈີນ ໄດ້ຮັບກຳປັ່ນລຳທຳອິດທີ່ມີຊື່ວ່າ ຫລຽວໜິງ (Liaoning) ໃນປີ 2012. ມັນເປັນກຳປັ່ນຂອງອະດີດສະຫະພາບໂຊວຽດທີ່ຊື້ຈາກຢູເຄຣນແລ້ວເອົາມາສ້ອມແປງຄືນໃໝ່ໝົດ. ໃນເດືອນທັນວາປີ 2019, ກອງທັບເຮືອໄດ້ຮັບກຳປັ່ນຊານດົງ (Shandong), ຊຶ່ງເປັນກຳປັ່ນລຳທີ 2 ແລະເປັນລຳທຳອິດທີ່ໄດ້ສ້າງຂຶ້ນຢູ່ພາຍໃນປະເທດ.
ທ່ານຫລີວ ເປັງຢູ (Liu Pengyu) ໂຄສົກສະຖານທູດຈີນ ປະຈຳວໍຊິງຕັນກ່າວວ່າ “ການພັດທະນາກຳປັ່ນບັນທຸກເຮືອບິນ ແລະຍົກສູງຄວາມສາມາດໃນການປົກປັກຮັກສາສັນຕິພາບຂອງໂລກ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນສຳລັບຈີນໃນການປະຕິບັດພັນທະສາກົນຂອງຕົນ.” ທ່ານກ່າວຕໍ່ໄປວ່າ “ຈີນມີຄວາມມຸ່ງໝັ້ນທີ່ຈະເດີນຕາມເສັ້ນທາງແຫ່ງການພັດທະນາຢ່າງສັນຕິ ແລະດຳເນີນການຢ່າງໜັກແໜ້ນ ໄປຕາມນະໂຍບາຍການປ້ອງກັນຊາດທີ່ມີລັກສະນະປ້ອງກັນຕົວເອງ. ການມີກຳປັ່ນບັນທຸກເຮືອບິນຢູ່ໃນຄອບຄອງຈະບໍ່ປ່ຽນແປງສິ່ງ ນັ້ນແຕ່ຢ່າງໃດ.”