ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກອັງກິດ ເດີນທາງໄປຮອດ ປະເທດຈີນ ເພື່ອຮັດແໜ້ນ ສາຍພົວພັນ ດ້ານການຄ້າ


ນາຍົກລັດຖະມົນຕີອັງກິດ ທ່ານນາງ ເທີຣີຊາ ເມ (Theresa May), ຊ້າຍ, ແລະ ນາຍົກລັດຖະມົນຕີ ຈີນ ທ່ານ ຫລີ ເກີຈຽງ (Li Keqiang) ເຂົ້າຮ່ວມພິທີລົງນາມ ຢູ່ທີ່ຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ, ເມື່ອວັນພຸດ ທີ 31 ມັງກອນ 2018.
ນາຍົກລັດຖະມົນຕີອັງກິດ ທ່ານນາງ ເທີຣີຊາ ເມ (Theresa May), ຊ້າຍ, ແລະ ນາຍົກລັດຖະມົນຕີ ຈີນ ທ່ານ ຫລີ ເກີຈຽງ (Li Keqiang) ເຂົ້າຮ່ວມພິທີລົງນາມ ຢູ່ທີ່ຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ, ເມື່ອວັນພຸດ ທີ 31 ມັງກອນ 2018.

ນາຍົກລັດຖະມົນຕີອັງກິດ ທ່ານນາງ ເທີຣີຊາ ເມ ໄດ້ເດີນທາງໄປເຖິງປະເທດ ຈີນແລ້ວ
ໃນວັນພຸດມື້ນີ້ ໃນການຢ້ຽມຢາມທີ່ແນໃສ່ ເພື່ອເສີມຂະຫຍາຍ ສາຍພົວພັນທາງດ້ານ
ເສດຖະກິດ ກັບປະເທດຍັກໃຫຍ່ໃນເອເຊຍ ກ່ອນໜ້າທີ່ປະເທດຂອງທ່ານນາງ ຈະຖອນ
ໂຕອອກຈາກສະຫະພາບຢູໂຣບ ໃນປີໜ້ານີ້.

ທ່ານນາງ ເມ ໄດ້ເລີ້ມຕົ້ນການຢ້ຽມຢາມເປັນເວລາ 3 ວັນ ທີ່ເມືອງອຸດສາຫະກຳ ວູຫານ
ຢູ່ໃນພາກກາງຂອງປະເທດ ກ່ອນທີ່ຈະເດີນທາງຕໍ່ໄປຍັງ ນະຄອນ ຫຼວງປັກກິ່ງ ເພື່ອ
ການເຈລະຈາຫາລື ກັບ ນາຍົກລັດຖະມົນຕີ ຫລີ ເກີຈຽງ. ຮ່ວມເດີນທາງໄປພ້ອມກັບ
ທ່ານນາງ ກໍມີຄະນະຜູ້ແທນກຸ່ມໃຫຍ່ກຸ່ມນຶ່ງ ທີ່ປະກອບດ້ວຍ ບັນດາຜູ້ນຳທຸລະກິດຂອງ
ອັງກິດ 50 ທ່ານ ທີ່ຢາກຈະຂະຫຍາຍທຸລະກິດຂອງພວກເຂົາເຈົ້າ ໃນເສດຖະກິດທີ່ໃຫຍ່
ທີ່ສຸດອັນດັບສອງຂອງໂລກ.

ນາຍົກລັດຖະມົນຕີ ອັງກິດ ຈະພົບປະກັບ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ຢູ່ທີ່
ນະຄອນ ຫຼວງປັກກິ່ງ ໃນວັນພະຫັດມື້ອື່ນນີ້ ກ່ອນຈະມ້ວນທ້າຍ ການຢ້ຽມຢາມຂອງ
ທ່ານນາງ ໃນວັນສຸກ ຢູ່ທີ່ສູນກາງການເງິນ ທີ່ນະຄອນຊຽງໄຮ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG