ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ່ວຍທຸລະກິດ ລາວ 119 ຫົວໜ່ວຍໄດ້ຮັບ ກາໝາຍ ໜຶ່ງເມືອງໜຶ່ງຜະລິດຕະພັນ


ປະຊາຊົນທ່ຽວຊົມຜະລິດຕະພັນ ໜຶ່ງເມືອງໜຶ່ງຜະລິດຕະພັນ ໃນງານວາງສະແດງສິນຄ້າ.
ປະຊາຊົນທ່ຽວຊົມຜະລິດຕະພັນ ໜຶ່ງເມືອງໜຶ່ງຜະລິດຕະພັນ ໃນງານວາງສະແດງສິນຄ້າ.

ຫົວໜ່ວຍທຸລະກິດເອກະຊົນ ລາວ ຈຳນວນເຖິງ 119 ຫົວໜ່ວຍໄດ້ຮັບອະນຸຍາດໃຫ້ນຳ ໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ODOP ໂດຍໃນນະຄອນຫຼວງວຽງຈັນມີ 34 ຫົວໜ່ວຍທີ່ໄດ້ຮັບກາໝາຍນີ້.

ທ່ານ ເບີລິນ ເພັດຈັນທະລາດ ຫົວໜ້າແຜນອຸດສາຫະກຳ ແລະ ການຄ້າ ເຂດນະຄອນ ຫຼວງວຽງຈັນຖະແຫຼງວ່າ ໃນປະຈຸບັນນີ້ມີຫົວໜ່ວຍທຸລະກິດເອກະຊົນ ລາວ ຈຳນວນທັງ ໝົດ 119 ຫົວໜ່ວຍ ໃນທົ່ວປະເທດທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ກາໝາຍໜຶ່ງເມືອງໜຶ່ງ ຜະລິດຕະພັນ ຫຼື One District on Product (ODOP) ຈາກກະຊວງອຸດສາຫະກຳ ແລະ ການຄ້າ.

ທັງນີ້ກໍເພື່ອເປັນການຮັບຮອງວ່າຜະລິດຕະພັນຂອງ 119 ຫົວໜ່ວຍທຸລະກິດເອກະຊົນ ລາວ ດັ່ງກ່າວເປັນຜະລິດຕະພັນຄຸນນະພາບດີ ແລະ ໄດ້ມາດຕະຖານທີ່ສາມາດແຂ່ງຂັນ ໃນຕະຫຼາດໂລກໄດ້ຢ່າງແທ້ຈິງ ຊຶ່ງໃນນີ້ກໍປະກົດວ່ານະຄອນຫຼວງວຽງຈັນ ເປັນເຂດທີ່ມີ ຫົວໜ່ວຍທຸລະກິດເອກະຊົນທີ່ໄດ້ຮັບກາໝາຍ ODOP ຫຼາຍທີ່ສຸດຄື 34 ຫົວໜ່ວຍຕິດ ຕາມດ້ວຍຫົວໜ່ວຍທຸລະກິດເອກະຊົນໃນແຂວງສະຫວັນນະເຂດ, ຈຳປາສັກ, ວຽງຈັນ ແລະ ຫຼວງພະບາງ ຕາມລຳດັບ ໂດບລັດຖະບານ ລາວ ໄດ້ວາງເປົ້າໝາຍທີ່ຈະສົ່ງເສີມໃຫ້ ຫົວ ໜ່ວຍທຸລະກິດໃນແຕ່ລະເມືອງນັ້ນຜະລິດສິນຄ້າ ODOP ໃຫ້ໄດ້ 5 ຜະລິດຕະພັນ ເປັນຢ່າງໜ້ອຍ ຫຼື 75 ຜະລິດຕະພັນໃນທົ່ວປະເທດ.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ຢ່າງແທ້ຈິງກໍບໍ່ແມ່ນ ເລື່ອງງ່າຍ ເພາະສິນຄ້າສ່ວນໃຫຍ່ທີ່ຜະລິດໃນ ລາວ ຍັງມີຄຸນນະພາບຕ່ຳ ແລະ ບໍ່ສາມາດ ແຂ່ງຂັນໃນຕະຫຼາດຕ່າງປະເທດໄດ້ຢ່າງແທ້ຈິງ ເພາະບັນດາຫົວໜ່ວຍທຸລະກິດພາກ ເອກະຊົນສ່ວນໃຫຍ່ໃນ ລາວ ບໍ່ມີລະບົບການຜະລິດສິນຄ້າທີ່ໄດ້ມາດຕະຖານຕາມຕ້ອງ ການຂອງຕະຫຼາດໃນຕ່າງ ປະເທດ ຊຶ່ງກໍລວມເຖິງຜົນຜະລິດໃນພາກກະສິກຳທີ່ຖືກກວດ ສອບຄຸນນະພາບ ທຸກຄັ້ງທີ່ສົ່ງອອກໄປຕ່າງປະເທດ ຊຶ່ງກໍລວມເຖິງຜົນຜະລິດໃນພາກ ກະສິກຳທີ່ຖືກກວດສອບຄຸນນະພາບຄຸກຄັ້ງທີ່ສົ່ງອອກໄປ ຕ່າງປະເທດ ໂດຍສະເພາະ ແມ່ນສິນຄ້າທີ່ສົ່ງໄປປະເທດ ຈີນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າ ຢືນຢັນວ່າ

"ເປັນຕົ້ນວ່າດຽວນີ້ນິ ບັນຫາຕະຫຼາດສິນຄ້າຂອງພືດກະສິກຳ ແມ່ນບັນຫາເລື່ອງທີ່ເຂົາ ເອີ້ນວ່າກັກກັນພືດສຸຂະອະນາໄມ ໂຕນີ້ເປັນຂັ້ນໜຶ່ງທີ່ວ່າພວກເຮົາຕ້ອງໄດ້ຜ່ານຜ່າ ເພາະຜ່ານມາຢູ່ ລາວ ເຮົານີ້ບໍ່ທັນມີບັນຫາລະບົບໂຕນີ້ ດັ່ງນັ້ນເວລາເຮົາດຽວນີ້ຢາກ ຂາຍເຂົ້າໄປໃຫ້ ຈີນ ຢາກຂາຍສາລີໄປໃຫ້ ຈີນ ນີ້ທາງ ຈີນ ກໍຮຽກຮ້ອງໃຫ້ກະຊວງກະ ສິກຳ-ປ່າໄມ້ຂອງ ລາວ ໄປເຈລະຈາເລື່ອງມາດຕະຖານຄຸນນະພາບສາລີ, ເຂົ້າ ຫຼື ອີ່ ສັງຕ່າງໆ ທີ່ຈະຂາຍໄປໃຫ້ ຈີນ ເພື່ອໄປຕົກລົງກັນ ຖ້າວ່າເຂົາຕົກລົງຮັບຮອງເອົາມາດ ຕະຖານດັ່ງກ່າວຫັ້ນ ເຮົາຕ້ອງຜະລິດຕາມມາດຕະຖານໂຕນັ້ນເພື່ອສົ່ງໄປໃຫ້ເຂົາ."

ທາງດ້ານທ່ານ ສະໄໝ ຈັນບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນຖະແຫຼງວ່າ ການສຳຫຼວດ ກ່ຽວກັບ ການຜະລິດສິນຄ້າ ແລະ ບໍລິການຂອງ ບັນດາຫົວໜ່ວຍພື້ນຖານທາງເສດຖະກິດຈຳນວນທັງໝົດ 124,830 ຫົວໜ່ວຍໃນທົ່ວປະ ເທດ ພົບວ່າ 94 ເປີເຊັນ ເປົນຫົວໜ່ວຍທຸລະກິດທີ່ໄດ້ທຳການຜະລິດສິນຄ້າ ແລະ ບໍລິ ການເພື່ອຕອບສະໜອງການບໍລິໂພກພາຍໃນປະເທດເປັນດ້ານຫຼັກ.

ຍິ່ງໄປກວ່ານັ້ນ ການສຳຫຼວດຍັງພົບດ້ວຍວ່າມີຫົວໜ່ວຍທຸລະກິດພຽງ 630 ຫົວໜ່ວຍ ຫຼື ຄິດເປັນ 0.5 ເປີເຊັນເທົ່ານັ້ນທີ່ເນັ້ນໜັກການຜະລິດສິນຄ້າເພື່ອສົ່ງອອກຕ່າງປະເທດ ສ່ວນ 1,700 ກວ່າຫົວໜ່ວຍທີ່ຄິດເປັນ 1.4 ເປີເຊັນຂອງຫົວໜ່ວຍທຸລະກິດທັງໝົດດັ່ງ ກ່າວ ກໍເນັ້ນໜັກທັງການຜະລິດສິນຄ້າເພື່ອສົ່ງອອກ ແລະ ຕອບສະໜອງການບໍລິໂພກ ພາຍໃນປະເທດຄຽງຄູ່ກັນໄປ.

ພ້ອມກັນນີ້ນ ການສຳຫຼວດຍັງພົບວ່າ 28.2 ເປີເຊັນຂອງຫົວໜ່ວຍທຸລະກິດທັງໝົດດັ່ງ ກ່າວນີ້ຕັ້ງຢູ່ໃນເຂດນະຄອນຫຼວງວຽງຈັນ ຮອງລົງມາກໍແມ່ນຫົວໜ່ວຍທຸລະກິດທີ່ຕັ້ງຢູ່ໃນ ແຂວງສະຫວັນນະເຂດ ຄິດເປັນ 11 ເປີເຊັນ ແລະ ຈຳປາສັກ 9.2 ເປີເຊັນ ສ່ວນເຂດທີ່ມີ ຫົວໜ່ວຍທຸລະກິດນ້ອຍທີ່ສຸດນັ້ນກໍຄືແຂວງເຊກອງ, ຜົ້ງສາລີ ແລະ ຫຼວງນ້ຳທາ ທີ່ມີຫົວ ໜ່ວຍທຸລະກິດຄິດເປັນ 1.2 ເປີເຊັນ, 1.3 ເປີເຊັນ ແລະ 1.8 ເປີເຊັນ ສ່ວນຜະລິດຕະພັນ ODOP ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ຍີ່ປຸ່ນ ກໍພັດທະນາໄດ້ພຽງ 165 ຜະລິດ ຕະພັນເທົ່ານັ້ນໃນປະຈຸບັນນີ້.

XS
SM
MD
LG