ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກວດກາສູນກາງ ພັກ ປຊຊ ປະຕິວັດລາວ ໄດ້ລົງໂທດສະມາຊິກພັກ 3,200 ກວ່າຄົນ ທີ່ພົວພັນໃນການທຸຈະລິດ


ບັນດາພະນັກງານອົງການກວດກາພັກ-ລັດ ໄດ້ຮັບການຝຶກອົບຮົມໃນວິທີຕໍ່ຕ້ານການສໍ້ລາດບັງຫຼວງ.
ບັນດາພະນັກງານອົງການກວດກາພັກ-ລັດ ໄດ້ຮັບການຝຶກອົບຮົມໃນວິທີຕໍ່ຕ້ານການສໍ້ລາດບັງຫຼວງ.

ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງໂທດສະມາຊິກພັກ 3,200 ກວ່າຄົນທີ່ພົວພັນກັບການທຸຈະລິດດ້ວຍການໃຊ້ອຳນາດໜ້າທີ່ເພື່ອການສະແຫວງຫາຜົນປະໂຫຍດໃຫ້ກັບົນເອງ.

ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ລາຍງານວ່າ ໃນຊ່ວງປີ 2016-2020 ທີ່ຜ່ານມາ ໄດ້ກວດພົບການທຸຈະລິດທີ່ເປັນການຮ່ວມມືລະຫວ່າງສະມາຊິກພັກກັບບຸກຄົນພາຍນອກ 749 ຄົນ ອັນເຮັດໃຫ້ພາກລັດເກີດການເສຍຫາຍຫຼາຍກວ່າ 749 ຕື້ກີບ ກັບ 362 ກວ່າລ້ານບາດ ແລະ 14 ລ້ານໂດລາ ໂດຍໃນນີ້ ກໍສາມາດເກັບຄືນມາໄດ້ແລ້ວ 391 ກວ່າຕື້ກີບ ກັບ 25 ກວ່າລ້ານບາດ ແລະ 10,000 ໂດລາ ທັງຍັງໄດ້ດຳເນີນການກວດກາພາຍໃນພັກແລະຕັດສິນລົງໂທດທາງວິໄນຕໍ່ສະມາຊິກພັກຫຼາຍກວ່າ 3,200 ຄົນ ທີ່ພົວພັນກັບການທຸຈະລິດ ດ້ວຍການນຳໃຊ້ອຳນາດໜ້າທີ່ເພື່ອການສະແຫວງຫາຜົນປະໂຫຍດໃຫ້ກັບຕົນເອງ ຊຶ່ງໃນນີ້ ກໍຮວມເຖິງສະມາຊິກພັກ 473 ຄົນທີ່ຖືກລົງໂທດທາງວິໄນ ແລະ 71 ຄົນ ຖືກລົງໂທດຂັງຄຸກໃນປີ 2020 ດ້ວຍ ທັງນີ້ ໂດຍສາເຫດທີ່ເຮັດໃຫ້ຍັງມີການທຸຈະລິດເກີດຂຶ້ນນັ້ນ ກໍເພາະວ່າ ການປະຕິບັດໜ້າທີ່ຂອງສະມາຊິກພັກຍັງມີລັກຊະນະທີ່ເປັນການເກື້ອກູນກັນ ດັ່ງທີ່ທ່ານບຸນທອງ ຈິດມະນີ ປະທານຄະນະກວດກາສູນກາງພັກ ໄດ້ໃຫ້ການຢືນຢັນວ່າ:

“ການສວຍໃຊ້ໜ້າທີ່ ຕຳແໜ່ງ ການລະເມີດລະບຽບຕ່າງໆ ແລະານສໍ້ລາດບັງຫຼວງທີ່ເກີດຂຶ້ນໃນບັນດາການຈັດຕັ້ງ ແລະພະນັກງານສະມາຊິກພັກຍັງບໍ່ທັນໄດ້ກວດກາຢ່າງທົ່ວເຖິງ ເລີກເຊິ່ງ ແລະແກ້ໄຂຢ່າງຖືກລະດັບ ບ່ອນທີ່ມີການກວດກາແລ້ວ ແຕ່ການແກ້ໄຂຜົນຂອງການກວດກາ ກໍຍັງຊັກຊ້າ ແກ່ຍາວ ຫຼືແກ້ໄຂບໍ່ເດັດຂາດເຂັ້ມງວດຕາມກົດໝາຍ ສະມາຊິກພັກພະນັກງານທີ່ເສື່ອມຄຸນທາດຍັງບໍ່ທັນໄດ້ຮັບການກວດກາແກ້ໄຂຕາມກົດລະບຽບ ກົດໝາຍຂອງພັກແລະລັດ ຍັງມີລັກຊະນະເອົາອົກເອົາໃຈກັນ.”

ສ່ວນທ່ານສີໄນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ ຢືນຢັນວ່າ ໃນປີ 2020 ໄດ້ກວດພົບການເສຍຫາຍອັນເກີດຈາກກາານໃຊ້ຈ່າຍງົບປະມານບໍ່ຖືກຕ້ອງຕາມລະບຽບກົດໝາຍໃນໂຄງການລົງທຶນຂອງລັດຖະບານລາວ ຈຳນວນ 191 ໂຄງກາານ ທີ່ຄິດເປັນມູນຄ່າເສຍຫາຍລວມຫຼາຍກວ່າ 498 ຕື້ກີບກັບ 395,554 ບາດ ແລະເກີນກວ່າ 1 ລ້ານໂດລາ ຫາກແຕ່ຈາກການດຳເນີນມາດຕະການກວດກາດັ່ງກ່າວ ກໍສາມາດເກັບກູ້ງົບປະມານກັບຄືນມາໄດ້ 244 ກວ່າຕື້ກີບແລະເກືອບ 40,000 ໂດລາ ຈາກ 141 ໂຄງການ ຈຶ່ງຍັງເຫຼືອອີກ 50 ໂຄງການທີ່ຈະຕ້ອງດຳເນີນການທວງຖາມແລະຕິດຕາມເອົາກັບຄືນມາໃຫ້ໄດ້ຕໍ່ໄປ ໂດຍສາເຫດສຳຄັນທີ່ເຮັດໃຫ້ເກີດບັນຫາດັ່ງກ່າວນີ້ ກໍແມ່ນປະສິດທິພາບທີ່ຕ່ຳໃນການປະຕິບັດໜ້າທີ່ຂອງພະນັກງານກວດກາທີ່ບໍ່ປະຕິບັດຕາມລະບຽບກົດໝາຍຢ່າງແທ້ຈິງ ດັ່ງທີ່ ທ່ານສີໄນ ໄດ້ໃຫ້ການຢືນຢັນວ່າ:

“ຄະນະພັກອົງການປົກຄອງຈຳນວນນຶ່ງບໍ່ທັນເຂົ້າໃຈແຈ້ງແລະເອົາໃຈໃສ່ນຳພາຊີ້ນຳຂະແໜງການກ່ຽວຂ້ອງໃນການຕິດຕາມ ຊຸກຍູ້ ແລະແກ້ໄຂຜົນການກວດກາທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຍັງປ່ອຍປະໃຫ້ຊັກຊ້າ ແກ່ຍາວ ແລະບໍ່ແກ້ໄຂ ຍັງບໍ່ທັນປະຕິບັດມາດຕະການຢ່າງເຂັ້ມງວດຕໍ່ການຈັດຕັ້ງ ແລະບຸກຄົນເປົ້າໝາຍຖືກກວດກາຕາມກົດໝາຍວ່າ ດ້ວຍການກວດກາລັດ ກົດໝາຍວ່າດ້ວຍການກວດກາລັດ ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ-ນອກສັນຍາ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະກົດໝາຍອື່ນໆທີ່ກ່ຽວຂ້ອງ.”

ທາງດ້ານອົງການກວດສອບແຫ່ງລັດ ລາຍງານວ່າ ໃນປີ 2021 ນີ້ ຈະກວດສອບການຈັດຕັ້ງປະຕິບັດທີ່ເປັນການລົງທຶນໂດຍລັດຖະບານລາວ ໃຫ້ໄດ້ 137 ໂຄງການ ໃນນີ້ 90 ໂຄງການຢູ່ໃນສູນກາງແລະ 47 ໂຄງການຢູ່ທ້ອງຖິ່ນ ກໍຄືພາກໃຕ້ 10 ໂຄງການ ພາກເໜືອ 23 ແລະພາກກາງ 14 ໂຄງການ.

ສ່ວນການກວດສອບ 209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກລະບຽບກົດໝາຍໃນປີ 2016-2020 ກໍຄືບໍ່ໄດ້ຈັດການປະມູນຫຼືຈັດການປະມູນໂຄງການທີ່ບໍ່ຖືກຕ້ອງຕາມກົດໝາຍທີ່ເຮັດໃຫ້ການໃຊ້ຈ່າຍງົບປະມານບໍ່ມີປະສິດທິຜົນໃນມູນຄ່າ 5,331 ຕື້ກີບ ທັງຍັງໄດ້ກວດພົບການທຸຈະລິດທີ່ຮ່ວມມືລະຫວ່າງພະນັກງານລັດກັບນັກທຸລະກິດ 1,285 ຄົນນັ້ນ ກໍເຮັດໃຫ້ລັດຖະບານລາວເສຍຫາຍໄປກວ່າ 999 ຕື້ກີບແລະກວ່າ 67 ລ້ານໂດລາ ຊຶ່ງເປັນການໃຊ້ອຳນາດໜ້າທີ່ສະແຫວງຫາຜົນປະໂຫຍດ ດ້ວຍການຮັບສິນບົນ ການຍັກຍອກເອົາຊັບສິນຂອງລັດ ແລະການປອມແປງເອກະສານຕ່າງໆຂອງລັດຖະບານເປັນດ້ານຫຼັກ.

XS
SM
MD
LG