ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄົນລາວ ຫຼາຍກວ່າ 1,000 ຄົນ ເສຍຊີວິດ ຍ້ອນອຸບັດຕິເຫດ ເທິງທ້ອງຖະໜົນ


ເຈົ້າໜ້າທີ່ກູ້ໄພ ກຳລັງເຄື່ອນຍ້າຍສົບ ຂອງຜູ້ເຄາະຮ້າຍ ເສຍຊີວິດ ຈາກອຸບັດຕິເຫດ ເທິງທ້ອງຖະໜົນ ຢູ່ໃນລາວ
ເຈົ້າໜ້າທີ່ກູ້ໄພ ກຳລັງເຄື່ອນຍ້າຍສົບ ຂອງຜູ້ເຄາະຮ້າຍ ເສຍຊີວິດ ຈາກອຸບັດຕິເຫດ ເທິງທ້ອງຖະໜົນ ຢູ່ໃນລາວ

ປະຊາຊົນລາວ ຫຼາຍກວ່າ 1,000 ຄົນ ເສຍຊີວິດຈາກອຸບັດຕິເຫດເທິງທ້ອງຖະໜົນ ໃນ
ທົ່ວປະເທດລາວ ໂດຍນະຄອນວຽງຈັນ ເປັນເຂດທີ່ມີຈຳນວນຄົນເສຍຊີວິດ ຈາກອຸບັດຕິ
ເຫດເທິງທ້ອງຖະໜົນ ຫຼາຍທີ່ສຸດ.

ພັນໂທ ຍຸດທະພົງ ສຸວັນນະສິງ ຫົວໜ້າພະແນກຕຳຫຼວດ ຈະລາຈອນ ໃນນະຄອນ
ວຽງຈັນ ຖະແຫລງຢືນຢັນວ່າ ໃນຊ່ວງເດືອນມັງກອນ ຫາ ພະຈິກ 2017 ມີອຸບັດຕິເຫດ
ເທິງທ້ອງຖະໜົນເກີດຂຶ້ນ ຢູ່ໃນເຂດນະຄອນວຽງຈັນ ຫຼາຍກວ່າ 1,200 ຄັ້ງ ແລະມີຜູ້
ເສຍຊີວິດ 188 ຄົນ ໂດຍຖືເປັນເຂດທີ່ມີອຸບັດຕິເຫດເທິງທ້ອງຖະໜົນເກີດຂຶ້ນ ແລະມີ
ຈຳນວນຄົນເສຍຊີວິດ ຈາກອຸບັດຕິເຫດດັ່ງກ່າວ ຫຼາຍທີ່ສຸດໃນລາວອີກດ້ວຍ.

ສະເພາະໃນເຂດນະຄອນວຽງຈັນ ມີອຸບັດຕິເຫດ ເທິງທ້ອງຖະໜົນ ເກີດຂຶ້ນທັງໝົດ 1,554 ຄັ້ງ ໂດຍສະເພາະ ແມ່ນລົດຈັກ ຕຳກັບລົດຈັກ
ສະເພາະໃນເຂດນະຄອນວຽງຈັນ ມີອຸບັດຕິເຫດ ເທິງທ້ອງຖະໜົນ ເກີດຂຶ້ນທັງໝົດ 1,554 ຄັ້ງ ໂດຍສະເພາະ ແມ່ນລົດຈັກ ຕຳກັບລົດຈັກ

ທັງນີ້ ໂດຍອີງຕາມລາຍງານຂອງກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະ
ຫງົບ ພາຍໃນ ລະບຸວ່າ ໃນຮອບ 11 ເດືອນ ຂອງປີ 2017 ມີອຸບັດຕິເຫດເທິງທ້ອງ
ຖະໜົນ ເກີດຂຶ້ນຫຼາຍກວ່າ 5,190 ຄັ້ງໃນທົ່ວປະເທດ ເຮັດໃຫ້ປະຊາຊົນລາວເສຍຊີວິດ
ໄປ 917 ຄົນ ແລະໄດ້ຮັບບາດເຈັບອີກ ເຖິງ 8,541 ຄົນ ສ່ວນຍານພາຫະນະເສຍຫາຍ
ໄປ ຫຼາຍກວ່າ 460 ຄັນ ໂດຍສາເຫດທີ່ເຮັດໃຫ້ເກີດອຸບັດຕິເຫດຫຼາຍທີ່ສຸດ ກໍຄືການຂັບ
ຂີ່ຍານພາຫະນະ ຂະນະມຶນເມົາ ແລະການບໍ່ປະຕິບັດຕາມກົດໝາຍຈະລາຈອນ ດັ່ງທີ່
ພັນໂທ ຄຳສອນ ສີດາວົງ ຫົວໜ້າພະແນກ ຄະດີອຸບັດຕິເຫດ ກົມຕຳຫຼວດຈະລາຈອນ
ໄດ້ໃຫ້ການຢືນຢັນວ່າ:

“ຖ້າທຽບໃສ່ປີຜ່ານມາ ຊິເຫັນວ່າ ເພີ່ມຂຶ້ນຫັ້ນແລ້ວ ແຕ່ວ່າ ອຸບັດຕິເຫດສ່ວນໃຫຍ່
ມັນເກີດຂຶ້ນຫັ້ນ ສະເພາະຢູ່ຕົວເມືອງໃຫຍ່ ໃນເຂດເທດສະບານ ມັນຈະບໍ່ເກີດຫຼາຍ
ການເກີດອຸບັດຕິເຫດແມ່ນເກີດຢູ່ໃນຂອບເຂດນອກເທດສະບານ ແລ້ວກະເກີດຢູ່
ໃນໄລຍະເວລາ 19 ໂມງ ຫາເວລາ 23 ໂມງເປັນສ່ວນຫຼາຍ ຈາກບັນຫາດັ່ງກ່າວຫັ້ນ
ເບິ່ງແລ້ວ ແມ່ນຜູ້ຂັບຂີ່ຂາດສະຕິ ແລ່ນລົດໄວ ພາໃຫ້ເກີດອຸບັດຕິເຫດ.”

ລົດໃຫຍ່ຕຳລົດຈັກ ເຊິ່ງສາເຫດທີ່ເຮັດໃຫ້ເກີດອຸບັດຕິເຫດຫຼາຍທີ່ສຸດ ກໍຄືການຂັບຂີ່ຍານພາຫະນະ ຂະນະມຶນເມົາ ແລະການບໍ່ປະຕິບັດຕາມກົດໝາຍຈະລາຈອນ
ລົດໃຫຍ່ຕຳລົດຈັກ ເຊິ່ງສາເຫດທີ່ເຮັດໃຫ້ເກີດອຸບັດຕິເຫດຫຼາຍທີ່ສຸດ ກໍຄືການຂັບຂີ່ຍານພາຫະນະ ຂະນະມຶນເມົາ ແລະການບໍ່ປະຕິບັດຕາມກົດໝາຍຈະລາຈອນ


ສຳລັບໃນປີ 2016 ທີ່ຜ່ານມາ ມີອຸບັດຕິເຫດເທິງທ້ອງຖະໜົນເກີດຂຶ້ນ 5,616 ຄັ້ງ
ໃນທົ່ວປະເທດລາວ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 1,086 ຄົນ ແລະບາດເຈັບ 8,912 ຄົນ
ຍານພາຫະນະເສຍຫາຍ 10,300 ກວ່າຄົນ ສະເພາະໃນເຂດນະຄອນວຽງຈັນ ມີອຸບັດ
ຕິເຫດເທິງທ້ອງຖະໜົນ ເກີດຂຶ້ນທັງໝົດ 1,554 ຄັ້ງ ແລະຄາດວ່າ ຈະເພີ່ມຂຶ້ນເປັນຫຼາຍ
ກວ່າ 1,600 ຄັ້ງໃນຕະຫຼອດປີ 2017 ໂດຍມີສາເຫດສຳຄັນອີກປະການນຶ່ງ ມາຈາກ
ການເພີ່ມຂຶ້ນຢ່າງໄວວາ ຂອງຍານພາຫະນະ ໃນຂະນະທີ່ການພັດທະນາຖະໜົນຫົນ
ທາງ ກັບດຳເນີນໄປຢ່າງຊັກຊ້າ ໂດຍສະເພາະແມ່ນໂຄງການກໍ່ສ້າງທາງດ່ວນ ທີ່ຄູ່
ຂະໜານກັບຖະໜົນໄກສອນ ພົມວິຫານ ທີ່ລັດຖະບານລາວ ໄດ້ມອບໝາຍໃຫ້ອຳນາດ
ການປົກຄອງເຂດນະຄອນວຽງຈັນ ເປັນພາກສ່ວນທີ່ຮັບຜິດຊອບ ເພື່ອເປັນການແກ້ໄຂ
ບັນຫາການຈະລາຈອນ ທີ່ແອອັດຫຼາຍຂຶ້ນນັບມື້ນັ້ນ.

ໂດຍທາງດ່ວນດັ່ງກ່າວ ຈະມີຂະໜາດກວ້າງເຖິງ 110 ແມັດ ຊຶ່ງແບ່ງເປັນ 70 ແມັດ
ສຳລັບ ທາງແລ່ນທີ່ສວນກັນເບື້ອງລະ 3 ຊ່ອງທາງ ແລະ 40 ແມັດ ສຳລັບພື້ນທີ່
ສະຫງວນໃນທັງ 2 ເບື້ອງ ເບື້ອງລະ 20 ແມັດ ທີ່ເຊື່ອມຕໍ່ຈາກສູນການຄ້າ Lao-ITEC-
ຕະຫຼາດຫົວຂົວ-ບຶງທາດຫຼວງ-ໜອງໜ້ຽວ-ຖະໜົນ 450 ປີ ຜ່ານໄປສະຖານີລົດໄຟ-
ຖະໜົນເລກ 13 ໃຕ້ ແລະດົງໝາກຄາຍ ລວມໄລຍະທາງ 14.08 ກິໂລແມັດ ຊຶ່ງຈະ
ຕ້ອງໃຊ້ເງິນທຶນກໍ່ສ້າງທັງໝົດ 200 ລ້ານໂດລາ.

ແຕ່ຢ່າງໃດກໍຕາມ ຍັງບໍ່ມີກຳນົດການທີ່ຊັດເຈນວ່າ ການກໍ່ສ້າງທາງດ່ວນດັ່ງກ່າວ ຈະ
ສາມາດເລີ່ມລົງມືໃນພາກຕົວຈິງ ໄດ້ເມື່ອໃດແທ້ ເນື່ອງຈາກວ່າ ອຳນາດການປົກຄອງ
ນະຄອນວຽງຈັນ ຍັງບໍ່ມີເງິນທຶນ ຈຶ່ງຈະຕ້ອງເຈລະຈາ ເພື່ອຂໍການຊ່ວຍເຫຼືອ ຫຼື ກູ້ຢືມ ຈາກຕ່າງປະເທດໃຫ້ໄດ້ເສຍກ່ອນ ໝາຍຄວາມວ່າ ບັນຫາການຈະລາຈອນແອອັດ
ໃນເຂດນະຄອນວຽງຈັນ ກໍຍັງຈະດຳເນີນຕໍ່ໄປ.

ໂດຍໃນແຜນການປີຜ່ານມາ ລັດຖະບານລາວ ໄດ້ຈັດສັນງົບປະມານໃຫ້ກະຊວງໂຍທາ
ທິການ ແລະຂົນສົ່ງ ໃນມູນຄ່າ 400 ຕື້ກີບ ສຳລັບນຳໃຊ້ເພື່ອການປັບປຸງ ໂຄງຂ່າຍ
ຄົມມະນາຄົມ-ຂົນສົ່ງພາຍໃນປະເທດ ຈຳນວນ 658 ໂຄງການ ໃນນີ້ ແບ່ງເປັນການ
ສ້ອມແປງຂົວ-ທາງ 628 ໂຄງການ ແລະການຍົກລະດັບເສັ້ນທາງຫຼວງ 30 ໂຄງການ
ເຮັດໃຫ້ລາວມີຖະໜົນຄິດເປັນໄລຍະທາງລວມເຖິງ 51,900 ກວ່າກິໂລແມັດ ຊຶ່ງເຮັດ
ໃຫ້ເສັ້ນທາງດັ່ງກ່າວ ສາມາດເຊື່ອມຕໍ່ 148 ເມືອງໃນທົ່ວປະເທດໄດ້ຕະຫຼອດປີ.

XS
SM
MD
LG