ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງໃນ ລາວ ປະເຊີນກັບ ບັນຫາການລົ້ມລະລາຍ ເພີ່ມຂຶ້ນຍ້ອນ COVID-19


ພິທີເປີດຫ້ອງການລັດວິສາຫະກິດຂະໜາດນ້ອຍຂອງ ລາວ.
ພິທີເປີດຫ້ອງການລັດວິສາຫະກິດຂະໜາດນ້ອຍຂອງ ລາວ.

ລັດວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນ ລາວ ປະເຊີນກັບບັນຫາການລົ້ມລະລາຍທາງທຸລະກິດເພີ່ມຂຶ້ນຍ້ອນຜົນກະທົບຈາກການລະບາດຂອງໄວຣັສ COVID-19 ເຮັດໃຫ້ບໍ່ມີເງິນຊຳລະໜີ້ຄືນທະນາຄານ.


ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຖະແຫຼງວ່າການລະບາດຂອງພະຍາດໄວຣັສ COVID-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ບັນດາຫົວໜ່ວຍທຸລະກິດໃນ ລາວ ທີ່ສ່ວນໃຫຍ່ກໍຄືວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ນັ້ນຊຶ່ງການສຳຫຼວດ SME ທີ່ໄດ້ຮັບເງິນກູ້ຈາກກອງທຶນສະໜັບສະໜູນ SME ສຳລັບນຳໃຊ້ເຂົ້າໃນການຟື້ນຟູກິດຈະການທີ່ຖືກກະທົບຈາກການລະບາດຂອງໄວຣັສ COVID-19 ນັບແຕ່ປີ 2020 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ກໍປາກົດວ່າມີ SME ສຳລັບນຳໃຊ້ເຂົ້າໃນການຟື້ນຟູກິດຈະການທີ່ຖືກກະທົບຈາກການລະບາດຂອງໄວຣັສ COVID-19 ນັບແຕ່ປີ 2020 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ກໍປາກົດວ່າມີ SME ຈຳນວນນຶ່ງທີ່ບໍ່ສາມາດຊຳລະໜີ້ຄືນທະນາຄານໄດ້ ແລະ ກາຍເປັນໜີ້ເສຍ NPL ໃນລະບົບທະນາຄານຂອງລັດກໍຄືທະນາຄານພັດທະນາ ລາວ ສ່ວນທະນາຄານທຸລະກິດ 4 ແຫ່ງທີ່ໄດ້ເຂົ້າຮ່ວມໃນການຕອບສະໜອງເງິນກູ້ໃຫ້ SME ດ້ວຍນັ້ນກໍປາກົດວ່າມີໜີ້ NPL ພຽງແຕ່ 1 ລາຍເທົ່ານັ້ນດັ່ງທີ່ທ່ານ ສົມຈິດ ໄດ້ຢືນຢັນວ່າ

“ປີ 2020 ນີ້ພວກເຮົາສາມາດປ່ອຍສິນເຊື່ອໄດ້ທັງໝົດ 167 ສັນຍາໃຫ້ແກ່ 144 ຫົວໜ່ວຍ ຊຶ່ງມີມູນຄ່າ 168 ຕື້ກີບ ແລະ ພວກເຮົາໄດ້ກວດຄືນກະເຫັນວ່າມີລູກຄ້າທີ່ເປັນໜີ້ NPL ຊຶ່ງມີມູນຄ່າ 32 ຕື້ກີບຢູ່ທະນາຄານພັດທະນາ ລາວ 14 ຫົວໜ່ວຍ 17 ສັນຍາສ່ວນການປ່ອຍສິນເຊື່ອພາຍໃຕ້ໂຄງ ການຈັດຫາແຫຼ່ງທຶນ SME ທີ່ຜ່ານມາໃຫ້ແກ່ 4 ທະນາຄານທຸລະກິດຫັ້ນມີແຕ່ພຽງ 1 ຕົວເລກເທົ່ານັ້ນທີ່ເປັນ NPL ຢູ່ໃນຂົງເຂດກະສິກຳ ມີວົງເງິນຄ້າຊໍາລະຢູ່ 210 ລ້ານກິບ.”

ທາງດ້ານສະພາອຸດສາຫະກຳ ແລະ ການຄ້າຂອງສະຫະພາບຢູໂຣບປະຈຳ ລາວ ຄາດໝາຍວ່າການລະບາດຂອງພະຍາດໄວຣັສ COVID-19 ໄດ້ເຮັດໃຫ້ເກີນກວ່າ 70 ເປີເຊັນຂອງໜ່ວຍທຸລະ ກິດທັງໝົດໃນ ລາວ ຕ້ອງສູນເສຍລາຍໄດ້ຫຼາຍກວ່າ 70 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020 ອັນໄດ້ເຮັດໃຫ້ໜ່ວຍທຸລະກິດເຫຼົ່ານີ້ບໍ່ມີເງິນສຳລັບໃຊ້ຊຳລະໜີ້ເງິນກູ້ ແລະ ດອກເບ້ຍໃຫ້ກັບທະນາ ຄານນັ້ນເອງ.

ສ່ວນທະນາຄານການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ກໍປະເມີນວ່າພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ໄດ້ມີການເລີກຈ້າງພະນັກງານຫຼາຍກວ່າ 1 ແສນຄົນໃນປີ 2020 ສອດ ຄ່ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ລາວ ທີ່ຄາດການວ່າພາກບໍລິການ ແລະ ທ່ອງ ທ່ຽວໃນ ລາວ ຕ້ອງສູນເສຍລາຍໄດ້ເກີດກວ່າ 700 ລ້ານໂດລາ ເນື່ອງຈາກວ່າບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາ ລາວ ນັບແຕ່ເດືອນເມສາ 2020 ເປັນຕົ້ນມາ ສ່ວນກະຊວງແຜນການ ແລະ ການລົງທຶນໄດ້ປະເມີນວ່າ ຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ເຮັດໃຫ້ເສດຖະກິດ ລາວ ເກີດການສູນເສຍຫຼາຍກວ່າ 7,000 ຕື້ກີບ ທັງຍັງໄດ້ກະທົບຕໍ່ວິສາຫະກິດເຖິງ 128,690 ລາຍໂດຍໃນນີ້ 97 ເປີເຊັນກໍຄື SME ນັ້ນເອງ.

ສ່ວນທ່ານ ສອນໄຊ ສີດພະໄຊ ຜູ້ວ່າການທະນາຄານແຫ່ງຊາດຢືນຢັນວ່າ ລັດຖະບານ ລາວ ສາ ມາດຈັດສັນງົບປະມານໃຫ້ກັບກອງທຶນກູ້ຢືມສຳລັບ SME ໃນປີ 2020 ໃນມູນຄ່າລວມພຽງແຕ່ 200 ຕື້ກີບໂດຍຜ່ານທະນາຄານທຸລະກິດ ແລະ ກຳນົດອັດຕາດອກເບ້ຍເງິນກູ້ໄວ້ທີ່ລະດັບ 3 ເປີ ເຊັນ ຕໍ່ປີສຳລັບ SME ທີ່ຖືກກະທົບຈາກການລະບາດຂອງໄວຣັສ COVID-19 ໂດຍເຖິງແມ່ນວ່າຈະເປັນວົງເງິນທີ່ຍັງບໍ່ພຽງພໍກັບຄວາມຕ້ອງການຕົວຈິງຂອງບັນດາ SME ໃນ ລາວ ກໍຕາມ ແຕ່ກໍມີບັນຫານຶ່ງທີ່ເຮັດໃຫ້ SME ສ່ວນຫຼາຍໃນ ລາວ ບໍ່ໄດ່ຮັບອະນຸມັດວົງເງິນກູ້ເພີ່ມຈາກທະນາຄານກໍຄື ຜູ້ປະກອບການ SME ສ່ວນຫຼາຍໃນ ລາວ ຍັງຂາດທັກສະຄວາມຮູ້-ຄວາມເຂົ້າໃຈໃນການຜະລິດສິນຄ້າ ເພື່ອແຂ່ງຂັນໃນຕະຫຼາດການຄ້າທີ່ເຮັດໃຫ້ຂາຍສິນຄ້າບໍ່ໄດ້ ແລະ ບໍ່ມີລາຍໄດ້ສຳລັບໃຊ້ຊຳລະໜີ້ຄືນໃຫ້ກັບທະນາຄານນັ້ນເອງ ດັ່ງທີ່ທ່ານ ສອນໄຊ ຢືນຢັນວ່າ

“ທຶນຂອງເຮົານີ້ ເຖິງວ່າມີຂໍ້ຈຳກັດ. ແຕ່ຍັງພໍມີໃຫ້ທຸລະກິດໂດຍສະເພາະ SME ທີ່ເຮັດການຜະລິດດີ ແຕ່ວ່າມັນບັນຫາຢູ່ບ່ອນວ່າເຮົາຢາກຊອກຮູ້ SME ທີ່ເຮັດການຜະລິດມີຄຸນນະພາບ ຄວາມກະ ຕືລືລົ້ນຂອງປະຊາຊົນນີ້ມີ ຂ້າພະເຈົ້າກໍຍອມຮັບແຕ່ວ່າຄວາມຮູ້ ຄວາມສາມາດຂອງເຂົາເຈົ້າທີ່ນຳທຶນໄປໃຫ້ມີປະສິດທິຜົນໃຫ້ເກີດຜະລິດຕະພັນ ແລະ ກະສາມາດຄືນເງິນໃຫ້ກັບແຫຼ່ງທຶນຕ່າງໆໄດ້ນີ້ ໂຕນີ້ເຫັນວ່າຍັງມີໜ້ອຍ.”

ທ່ານ ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຖະແຫຼງຍອມຮັບວ່າ ການລະບາດຂອງໄວຣັສໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວ ຢ່າງຮຸນແຮງທີ່ສຸດ ນັບແຕ່ມີການສ້າງຕັ້ງ ສປປ ລາວ ຢ່າງເປັນທາງການໃນປີທ້າຍ 1975 ເປັນຕົ້ນມາ. ທັງນີ້ຄາດວ່າຈະຕ້ອງໃຊ້ເວລາເກີນກວ່າ 2 ປີ ເພື່ອການຟື້ນຟູໃຫ້ກັບຄືນສູ່ສະພາວະປົກກະຕິ ໂດຍສະເພາະການຟື້ນຟູໃນພາກບໍລິການ ແລະ ທ່ອງທ່ຽວນັ້ນຈະຕ້ອງໃຊ້ເວລາຍາວນານທີ່ສຸດ. ສ່ວນທະນາຄານແຫ່ງ ຊາດລາວ ລາຍງານວ່າ ມີລູກໜີ້ທະນາຄານ 4,918 ລາຍ ຂໍເລື່ອນການຊໍາລະໜີ້ ແລະດອກເບ້ຍຄືນໃຫ້ທະນາຄານກວ່າ 13,000 ຕື້ກີບ ຫລື ເກີນກວ່າ 1,440 ລ້ານ ໂດລາ.

XS
SM
MD
LG