ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຄນຢາ ຈະພະຍາຍາມ ຮັກສາການລັກລອບລ່າແຮດ ໃຫ້ຢູ່ໃນລະດັບສູນໄວ້ຕໍ່ໄປ


Kenya Rhino Poaching -- USAGM
please wait

No media source currently available

0:00 0:02:16 0:00

ສູນອະນຸລັກສັດປ່າຂອງເຄນຢາ (Kenya) ກ່າວວ່າ ເປັນເທື່ອທໍາອິດໃນຮອບ 21 ປີ ທີ່ບໍ່ໄດ້ມີການລັກລອບລ່າແຮດ ແມ່ນແຕ່ໂຕດຽວ ຢູ່ໃນອຸທະຍານແຫ່ງຊາດຂອງປະເທດ ໃນປີ 2020. ເພື່ອຮັກສາການເຕີບໃຫຍ່ແລະຂະຫຍາຍໂຕຂອງຈໍານວນສັດປ່າ ຈຶ່ງຕ້ອງມີການສໍາຫລວດຈໍານວນສັດປ່າເປັນຄັ້ງທໍາອິດແລະຈັດຫາເຮືອນຕູ້ຄອນເທັນເນີ້ ໄວ້ທີ່ອຸທະຍານສໍາລັບເຈົ້າໜ້າທີ່ຮັກສາພັນສັດ ປ່າ. ວິກຕໍເຣຍ ອະມັນກາ (Victoria Amunga) ມີລາຍງານ ຈາກນະຄອນໄນໂຣບີ ດັ່ງທິບສຸດາ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ສູນອະນຸລັກສັດປ່າຂອງເຄນຢາໄດ້ຍົກຍ້ອງເຖິງການກວດກາທີ່ເຂັ້ມງວດຂຶ້ນຈຶ່ງເຮັດໃຫ້ກໍລະນີການລັກລອບລ່າແຮດ ຫຼຸດລົງມາເປັນສູນເມື່ອປີກາຍນີ້ ເຊິ່ງເປັນຈໍານວນທີ່ຕໍ່າທີ່ສຸດໃນຮອບສອງທົດສະວັດ.

ອົງການດັ່ງກ່າວເວົ້າວ່າ ຕົນຍັງໃຊ້ມາດຕະການໃຫມ່ ເພື່ອຮັກສາການຈະເລີນເຕີບໃຫຍ່ຂອງສັດປ່າ ໂດຍທຳການສຳຫຼວດສັດປ່າເປັນຄັ້ງທໍາອິດ.

ທ່ານ ແອັດວີນ ແວນຢອນຢີ (Edwin Wanyonyi) ຜູ້ອໍານວຍການແຜນການຍຸດທະສາດ ຂອງສູນອະນຸລັກສັດປ່າແຫ່ງເຄນຢາໄດ້ກ່າວວ່າ “ມີກົນລະຍຸດໃໝ່ ເຮົາເນັ້ນເລື້ອງທີ່ຢູ່ອາໄສຂອງເຈົ້າໜ້າທີ່ອຸທະຍານສັດປ່າ, ເຮົາເນັ້ນການຊື້ອຸປະ ກອນໃຫ້ເຂົາເຈົ້າ, ອາວຸດປືນ, ອັນໃດກໍ່ໄດ້ ທີ່ເຂົາຕ້ອງການ ບໍ່ວ່າ ຈະເປັນຊຸດເຄື່ອງແບບ, ເສື້ອຜ້າກັນໜາວແລະອື່ນໆທີ່ໃຫ້ເຂົາເຈົ້າສາມາດຕອບສະໜອງໄດ້ຕະຫລອດເວລາ.”

ຢູ່ທີ່ອຸທະຍານແຫ່ງຊາດໄນໂຣບີ (Nairobi), ຫ້ອງການຂອງເຈົ້າໜ້າທີ່ອຸທະຍານ ແລະໜ່ວຍ ກວດກາຕິດຕາມແຮດກໍາລັງໄດ້ຮັບການຍົກລະດັບ ຈາກບ່ອນຢູ່ທີ່ເປັນເຕັ້ນເກົ່າ.

ເຈົ້າໜ້າທີ່ອຸທະຍານແຫ່ງຊາດທ່ານ ອໍກັສຕິນ ມູຕວາ (Augustine Mutua) ກ່າວວ່າ ເຮືອນຕູ້ຄອນເທນເນີ້ໃໝ່ນີ້ ຈະຊ່ວຍໃຫ້ພວກເຂົາເຈົ້າເຮັດວຽກປ້ອງກັນແຮດໄດ້ໄວກວ່າເກົ່າ.

“ເຈົ້າຕ້ອງຕື່ນແຕ່ເຊົ້າໆ, ແຕ່ງເຂົ້າເຊົ້າຂອງເຈົ້າ ຈາກນັ້ນເຈົ້າກໍ່ອອກໄປ ເພື່ອໄປກວດຍາມໂດຍກົງ. ບໍ່ເໝືອນດັ່ງແຕ່ກີ້ ທີ່ເຈົ້າອອກຈາກເຕັ້ນທີ່ພັກ ແລ້ວກໍ່ອອກໄປຊອກຫານໍ້າດື່ມທີ່ໃດທີ່ໜຶ່ງ. ເຈົ້າສາມາດແນມເຫັນໄດ້ວ່າດຽວນີ້ເຮົາມີ ຖັງເກັບນໍ້າແລ້ວ.”

ປະເທດເຄນຢາມີນັກທ່ອງທ່ຽວມາທ່ຽວຫລາຍກວ່າສອງລ້ານຄົນ ໃນປີ 2019, ສ່ວນໃຫຍ່ແມ່ນໄປເບິ່ງສັດປ່າຫາຍາກເຊັ່ນ ແຮດທີ່ກໍາລັງຈະສູນພັນ.

ທ່ານ ຣາຮູລ ເບເດ (Rahul Bede) ນັກທ່ອງທ່ຽວໄດ້ກ່າວວ່າ:

“ຂ້ອຍຄິດວ່າ ມັນເປັນການດີທີ່ສຸດ ທີ່ບໍ່ມີການລ່າສັດ. ອຸທະຍານແຫ່ງນີ້ໄດ້ຮັບການປົກປັກຮັກສາເປັນຢ່າງດີ, ເຊິ່ງຂ້ອຍຢາກເວົ້າວ່າ ອຸທະຍານອຶ່ນໆບໍ່ໄດ້ຮັບການຮັກສາເປັນຢ່າງດີ ເໝືອນດັ່ງທີ່ນີ້.”

ຜູ້ລັກລອບລ່າສັດ ໄດ້ຂ້າແຮດເພື່ອເອົານໍຂອງພວກມັນ, ເຊິ່ງຂາຍໄດ້ສູງເຖິງ 60,000 ໂດລາຕໍ່ກິໂລກຣາມໃນຕະຫລາດເອເຊຍ ເພື່ອເປັນຢາຊູກໍາລັງທາງເພດ ແລະເປັນສັນຍາລັກຂອງຄວາມຮັ່ງມີ.

ພວກລັກລອບລ່າສັດ ໄດ້ເຮັດໃຫ້ຈໍານວນປະຊາກອນແຮດດໍາຢູ່ໃນເຄນຢາຫລຸດລົງເຖິງ 97 ເປີເຊັນ ຈາກຊຸມປີ 1960 ຫາຊຸມປີ 1990, ຈາກຈໍານວນທີ່ຫຼາຍກວ່າ 20,000 ໂຕ ເຫລືອພຽງບໍ່ເທົ່າໃດຮ້ອຍໂຕເທົ່ານັ້ນ.

ແຕ່ຄວາມພະຍາຍາມໃນການອະນຸລັກໄດ້ຊ່ວຍໃຫ້ປະຊາກອນແຮດປ່າຢູ່ໃນເຄນ ຢາເພີ້ມຄືນມາເຖິງ 1,200 ໂຕ, ເຊິ່ງລວມເຖິງແຮດຂາວທາງພາກເໜືອທີ່ເຫຼືອ ພຽງສອງໂຕເທົ່ານັ້ນຢູ່ໃນໂລກ.

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG