ລັດຖະມົນຕີການຕ່າງປະເທດຄົນໃໝ່ຂອງຈີນ ທ່ານຈິນ ກັງ (Qin Gang) ໄດ້ສະຫຼຸບການໄປຢ້ຽມຢາມຕ່າງປະເທດເທື່ອທຳອິດໃນອາທິດນີ້ຂອງທ່ານຢູ່ທະວີບອາຟຣິກາ ຊຶ່ງປະກອບດ້ວຍ 5 ປະເທດ ຮວມທັງ ເອທິໂອເປຍ ກາບົງ ເບນິນ ອັງໂກລາ ແລະ ອີຈິບ ແລະໄດ້ກ່າວຢ້ຳວ່າ ຈີນບໍ່ໄດ້ມອງເບິ່ງວ່າທະວີບດັ່ງກ່າວເປັນບ່ອນຍາດແຍ່ງອິດທິພົນ ລະຫວ່າງປະເທດຕາເວັນຕົກ ແລະປັກກິ່ງ.
ທ່ານຈິນ ຊຶ່ງກ່ອນໜ້ານີ້ ເຄີຍເປັນເອກອັກຄະລັດຖະທູດຈີນ ປະຈຳ ສະຫະລັດ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວທີ່ນະຄອນຫຼວງອາດິສ ອາບາບາ ຊຶ່ງເປັນບ່ອນ ຢຸດແວ່ແຫ່ງທຳອິດຂອງທ່ານ ໂດຍເວົ້າວ່າ “ອາຟຣິກາ ຄວນເປັນເວທີໃຫຍ່ອັນນຶ່ງສຳລັບການຮ່ວມມືລະຫວ່າງປະເທດ ບໍ່ແມ່ນເວທີໃນການແຂ່ງຂັນຂອງກຳລັງມະຫາອຳນາດ.”
ທ່ານກ່າວຕື່ມວ່າ “ຄວາມສຳພັນລະຫວ່າງຈີນ ກັບສະຫະລັດບໍ່ຄວນຈະເປັນການແຂ່ງຂັນ ເພື່ອສ້າງຄວາມໄດ້ປຽບໃຫ້ແກ່ຝ່າຍນຶ່ງແຕ່ເສຍປຽບສຳລັບອີກຝ່າຍນຶ່ງ ຖ້າບໍ່ດັ່ງນັ້ນແລ້ວມັນກໍມີແຕ່ຈະສ້າງຄວາມເສຍຫາຍໃຫ້ແກ່ທັງສອງຝ່າຍ ແມ່ນກະທັງຕໍ່ໂລກນຳດ້ວຍ.”
ມັນໄດ້ກາຍເປັນປະເພນີ ຫຼາຍກວ່າສາມທົດສະວັດມາແລ້ວ ທີ່ການເດີນທາງໄປຢ້ຽມຢາມຕ່າງປະເທດຂອງຫົວໜ້ານັກການທູດຈີນ ຕ້ອງແມ່ນທະວີບອາຟຣິກາ. ປະທານປະເທດຈີນ ທ່ານສີ ຈິ້ນຜິງ ທີ່ການກຳອຳນາດຂອງທ່ານໄດ້ກ້າວເຂົ້າສູ່ທົດສະວັດທີສອງນັ້ນ ໄດ້ລົງທຶນຢ່າງມະຫາສານຢູ່ໃນທະວີບອາຟຣິກາໂດຍຜ່ານຂໍ້ລິເລີ້ມ ພື້ນຖານໂຄງລ່າງ ນຶ່ງແນວທາງນຶ່ງເສັ້ນທາງ ຊຶ່ງໄດ້ມີການຂະຫຍາຍ
ມາໂດຍຕະຫຼອດນັບແຕ່ໄດ້ມີການເປີດໂຕແລະຮວມທັງການລົງທຶນຂອງຈີນຢູ່ໃນໂຄງການຕ່າງໆ ທີ່ໄດ້ສ້າງເສັ້ນທາງການຄ້າ ທາງພາກພື້ນດິນແລະທະເລຢູ່ໃນທະວີບຕ່າງໆທົ່ວໂລກ.
ພວກນັກວິເຄາະບາງຄົນກ່າວວ່າ ເວລານີ້ສະຫະລັດພວມໄລ່ຫຼັງຈີນຢູ່ໃນທະວີບອາຟຣິກາ ຊຶ່ງເປັນຂົງເຂດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນໂດຍມີປະຊາກອນກຳລັງເພີ້ມຂຶ້ນ. ໃນເດືອນທັນວາ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳອາຟຣິກາ ທີ່ນະຄອນຫຼວງວໍຊິງຕັນ ແລະໃນຮອບປີທີ່ຜ່ານມານີ້ ກໍໄດ້ມີການເດີນທາງຫຼາຍໆຄັ້ງໄປຢ້ຽມຢາມທະວີບດັ່ງກ່າວໂດຍເຈົ້າໜ້າທີ່ຄົນສຳຄັນໆຂອງສະຫະລັດ.
ທ່ານລໍເຣັນ ຈອນສ໌ຕັນ ນັກຄົ້ນຄວ້າ ກ່ຽວກັບຈີນໃນທະວີບອາຟຣິກາ ທີ່ສະຖາບັນກິດຈະການລະຫວ່າງປະເທດຂອງອາຟຣິກາໃຕ້ ກ່າວວ່າ “ຂ້າພະເຈົ້າຄິດວ່າ ອາເມຣິກາມີບູລິມະສິດທາງດ້ານການເມືອງຢູ່ອາຟຣິກາໃນເວທີທີ່ກວ້າງໃຫຍ່ສຳລັບເກມຂອງຍຸກສະໄໝ ຫຼາຍກວ່າທີ່ຈີນມີ….ອາເມຣິກາແມ່ນຊ້າໄປແລ້ວບໍສຳລັບເກມນີ້? ແນ່ນອນ ມັນຊ້າກວ່າຈີນແລ້ວ.”