ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມອບອຸປະກອບ ດ້ານຄວາມປອດໄພ ມູນຄ່າ 48,000 ໂດລາ ໃຫ້ແກ່ ສປປ ລາວ


ເຈົ້າໜ້າທີ່ສະຖານທູດສະຫະລັດ ມອບອຸປະກອນສະແກນ ໃຫ້ແກ່ເຈົ້າໜ້າທີ່ກວດຄົນເຂົ້າ-ອອກເມືອງ ຂອງ ສປປ ລາວ.
ເຈົ້າໜ້າທີ່ສະຖານທູດສະຫະລັດ ມອບອຸປະກອນສະແກນ ໃຫ້ແກ່ເຈົ້າໜ້າທີ່ກວດຄົນເຂົ້າ-ອອກເມືອງ ຂອງ ສປປ ລາວ.

ວັນທີ 26 ກໍລະກົດ 2021, ທ່ານນາງຈອຍ ຊາກຸໄຣ, ຮອງທູດ ສະຫະລັດອາເມຣິກາປະຈຳລາວ ແລະ ເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດຂອງສະຫະ ລັດ ໜ່ວຍງານຮັກສາຄວາມປອດໄພທາງການທູດ ໄດ້ມອບເຄື່ອງສະແກນໜັງສືເດີນທາງ (ATOM ADR300 Document Readers) ຈໍານວນ 30 ເຄື່ອງ ມູນຄ່າ 48,000 ໂດລາສະຫະລັດ ແກ່ ທ່ານພັນໂທ ສຸວັນນະກອນ ສີພາມະວົງ ຮອງຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງແລະຫົວໜ້າຄະນະ ຄຸ້ມຄອງດ່ານສະໜາມບິນສາກົນວັດໄຕ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງແມ່ນສ່ວນໜຶ່ງຂອງການສະໜັບສະໜູນຢ່າງຕໍ່ເນື່ອງຂອງສະຫະລັດອາເມຣິກາ ໃນການບັງຄັບໃຊ້ກົດໝາຍລາວໃນການຕ້ານການກໍ່ອາດຊະຍາກຳຂ້າມຊາດ.

ລັດຖະບານສະຫະລັດອາເມຣິກາ ໄດ້ຈັດຊື້ເຄື່ອງສະແກນໜັງສືເດີນທາງເຫຼົ່ານີ້ໃຫ້ແກ່ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ພ້ອມກັບເຄື່ອງສະແກນໜັງສືເດີນ ທາງ (eMRTD) ເພື່ອຊ່ວຍໃນການລະບຸ ການປອມແປງ ຫຼືປອມແປງເອກະ ສານເດີນທາງ ທີ່ດ່ານສາກົນກວດຄົນເຂົ້າ-ອອກເມືອງທົ່ວ ສປປ ລາວ. ເຄື່ອງສະແກນໜັງສືເດີນທາງນີ້ ຈະຊ່ວຍໃຫ້ເຈົ້າໜ້າທີ່ຕຳຫຼວດ ກວດຄົນເຂົ້າ-ອອກເມືອງ ສາມາດກວດສອບເອກະສານເດີນທາງ ໂດຍການກວດສອບພາບທີ່ມີຄວາມລະອຽດສູງ ດ້ວຍລະບົບອິນຟຣາເລດ ແລະ ແສງອຸນຕາໄວໂອເລດ ໂຊນລະຫັດ (MRZ) ຂອງເອກະສານເດີນທາງໄດ້ຢ່າງວ່ອງໄວ, ແລະອ່ານຂໍ້ມູນ RFID ຈາກເອກະສານອີເລັກໂຕຣນິກ ລວມເຖິງຂໍ້ມູນທີ່ຖືກຕາມມາດຕະ ຖານລ່າສຸດຂອງ ICAO LDS.

ທ່ານ ຮອງທູດຊາກຸໄຣ ໄດ້ກ່າວວ່າ “ພວກເຮົາມີຄວາມຍີນດີ ທີ່ໄດ້ມອບເຄື່ອງສະແກນຫນັງສືເດີນທາງຈຳນວນ 30 ເຄື່ອງ ໃຫ້ແກ່ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບ. ເຄື່ອງສະແກນນີ້ ແມ່ນຜະລິດໂດຍຜູ້ຊ່ຽວຊານ ເຊິ່ງມີແອັບພີເຄຊັນໃນການນຳໃຊ້ງານເພື່ອລະບຸຕົວຕົນແລະ ຄວາມປອດໄພ ເຊິ່ງໄດ້ຖືກຊົມໃຊ້ຢ່າງກວ້າງຂວາງໃນຂະແໜງວຽກງານການບັງຄັບໃຊ້ກົດໝາຍ ລວມທັງທີ່ປະເທດສະຫະລັດອາເມລິກາ.” ທ່ານຮອງທູດ ກ່າວຕື່ມອີກວ່າ ເຄື່ອງມືທີທັນສະໄໝນີ້ ຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການ ດໍາເນີນງານ ແລະເພີ່ມປະສິດທິພາບຂອງວຽກງານຢູ່ດ່ານສາກົນຕ່າງໆໃນທົ່ວ ສປປ ລາວ ເພີ່ມຄວາມອາດສາມາດ ໃຫ້ການກວດຄົນເຂົ້າ-ອອກເມືອງໃນການກວດກາ ແລະກວດສອບເອກກະສານ ການປອມແປງເອກກະສານທີ່ອາດເກີດຂື້ນ. “ພວກເຮົາຂໍຂອບໃຈ ແລະ ເຫັນຄວາມສຳຄັນຂອງ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໃນການປ້ອງກັນຄວາມສະຫງົບຂອງ ສປປ ລາວ ຕາມຊາຍແດນ. ຂ້າພະເຈົ້າໝັນໃຈວ່າເຄື່ອງສະແກນນີ້ຈະສ້າງຜົນປະໂຫຍດໃຫ້ທັງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະປະຊາຊົນ. ປີນີ້ແມ່ນປີແຫ່ງການສະເຫຼີມ ສະຫຼອງຄົບຮອບ 5 ປີ ສາຍພົວພັນແບບກວມລວມ ລະຫວ່າງສະຫະລັດອາ ເມຣິກາ ແລະ ສປປ ລາວ ພວກເຮົາຫວັງຢ່າງຍິ່ງ ໃນການສຶບຕໍ່ພັດທະນາ ສາຍພົວພັນໃຫ້ເຂັ້ມແຂງຂື້ນໃນການສົ່ງເສີມການເປີດກວ້າງອິນໂດປາຊີຟິກ.” ນັ້ນຄືຄຳເວົ້າຂອງ ທ່ານນາງຈອຍ ຊາກຸໄຣ ຮອງທູດສະຫະລັດອາເມຣິກາປະຈຳລາວ.

ກະຊວງການຕ່າງປະເທດຂອງສະຫະລັດ ໜ່ວຍງານຮັກສາຄວາມປອດໄພທາງການທູດ ພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ (INL) ແລະ ກົມ ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮ່ວມກັນເສີມຂະຫຍາຍ ວຽກງານດ້ານຄວາມສະຫງົບຕາມຊາຍແດນໃນກັບຮັບມືໃນການຕ້ານອາຊະຍາກຳການເດີນທາງ ການຄ້າມະນຸດ ແລະ ອາຊະຍາກຳຂ້າມຊາດ. ໃນໄລຍະສອງປີທີ່ຜ່ານມານີ້, ໜ່ວຍງານຮັກສາຄວາມປອດໄພທາງການທູດໄດ້ ປະກອບສ່ວນ ຊ່ວຍໃນການຈັດຝຶກອົບຮົມດ້ານການປັງຄັບໃຊ້ກົດໝາຍ ແລະ ຝຶກອົບຮົມດ້ານຄວາມປອດໄພ ແລະ ການຊ່ວຍເຫຼືອດ້ານອື່ນໆ ໃຫ້ແກ່ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ລວມທັງ ການຝຶກອົບຮົມ ດ້ານການປອມແປງເອກກະສານ ແລະການຝຶກອົບຮົມດ້ານ ການຄ້າມະມຸດໃຫ້ແກ່ ເຈົ້າໜ້າທີ່ຫຼາຍກວ່າ 300 ທ່ານໃນທົ່ວປະເທດ.

U.S. Embassy, Diplomatic Security Service provides USD $48,000 of security equipment to Lao PDR

VIENTIANE, LAO PDR — On July 26th, 2021, Joy Sakurai, Deputy Chief of Mission of the U.S. Embassy to Laos, and officials from the U.S. Department of State, Diplomatic Security Service presented thirty ATOM ADR300 Document Readers worth USD $48,000 to Lieutenant Colonel Souvannakone Siphamavong, Deputy Director General of the Immigration Police Department and Administrative Director of Wattay International Airport Immigration, Ministry of Public Security as part of the United States’ ongoing support of Lao law enforcement in combatting transnational crime.

The U.S. government purchased these scanners to provide the Lao Department of Immigration with state-of-the-art electronic Machine-Readable Travel Document (eMRTD) readers to assist in identifying fraudulent or altered travel documents at international checkpoints throughout the Lao PDR. The ATOM Document Readers will allow Immigration Officers to detect fraudulent documents by capturing high-resolution images of travel documents in Visible, Infrared (IR) and Ultraviolet (UV) light, quickly decoding Machine Readable Zones (MRZ) on travel documents, and reading RFID data from eDocuments, including those meeting the latest ICAO LDS standards.

"I am honored to formally hand over 30 state-of-the-art Electronic Machine-Readable Travel Document (eMRTD) scanners to the Department of Immigration Police, Ministry of Public Security,” said DCM Sakurai. “These scanners are manufactured by experts in the identity and security applications that are widely used by law enforcement agencies worldwide, including the United States. We believe that this advanced technology will reduce operational costs and increase the efficiency of the work at the various international checkpoints throughout the Lao PDR by enabling Lao Immigration the ability to scrutinize and verify potential fraudulent documents. We thank and recognize the Lao Immigration Police Department who protect Laos’ national security at border checkpoints throughout the country. I am positive that these scanners will benefit both the Department of Immigration Police and the Lao people. This year is the 5th anniversary of the U.S. – Lao Comprehensive Partnership, and we look forward to continuing to develop a stronger partnership with Laos in support of a free and open Indo-Pacific.”

The U.S. Department of State, Diplomatic Security Service, International Narcotics and Law Enforcement (INL) office, and the Lao Immigration Police Department, Ministry of Public Security have a shared goal of enhancing Laos’ border security by combatting criminal travel, human trafficking, and other transnational crime. Over the last two years, Diplomatic Security Service Special Agents have provided law enforcement and security training and other assistance to the Lao Immigration Police Department, including fraudulent document and human trafficking training to over 300 Lao Immigration officers throughout the countr

XS
SM
MD
LG